ຍີ່ປຸ່ນ​ບໍ່​ມີ​ສິດ​ຈັດ​ເອົາ​ເກາະ​ຕ້ຽວ​ອີ​​ຂອງ​ຈີນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຮ້ອງ​ຂໍ​​ເປັນ​ມໍ​ລະ​ດົກ​ໂລກ

(GMT+08:00) 2013-02-19 11:04:34     cri

​ຕາມຂ່າວສານ​ຊິນ​ຮວາ: ວັນ​ທີ 18 ກຸມພາ​ນີ້, ​ໃນ​ກອງປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ວ່າ, ອີງ​ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ທີ່​ລະບຸ​ໄວ້​ໃນ "ສົນທິສັນຍາ​ວ່າ​ດ້ວຍ​ການ​ປົກປັກ​ຮັກສາມໍລະດົກ​ວັດທະນະທຳ​ແລະ​ທຳ​ມະ​ຊາດ​ຂອງ​ໂລກ", ຍີ່ປຸ່ນ​ບໍ່​ມີ​ສິດ​ຈັດ​ເອົາ​ເກາະ​ຕ້ຽວ​ອີ ​ເຊິ່ງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຮ້ອງ​ຂໍ​ເປັນ​ມໍລະ​ດົກ​​ໂລກ.

ມີ​ນັກ​ຂ່າວ​ຖາມ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ມີ​ຂ່າວ​​ແຈ້ງ​ວ່າ​ລັດຖະບານ​ຍີ່ປຸ່ນ​ມີ​ເຈດ​ຕະນາ​​ຮ້ອງ​ຂໍເອົາ "ອາມາ​ມີ" ​ແລະ "ຣິວ​ຄິວ" ຂອງ​​ແຂວງ​ຄາ​ໂກ​ຊີ​ມາ ​ແລະ ​ແຂວງ​ໂອ​ຄີ​ນາວາ ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ໂລກ, ​ເມືອງ​ອີ​ຊີ​ກາຄີ​ ​ແຂວງ​ໂອ​ຄີ​ນາວາ​ສະ​ເໜີ​ຕໍ່​ລັດ​ຖະ​ບານ​ຍີ່​ປຸ່ນ ​ໂດຍ​ຮຽກຮ້ອງ​ໃຫ້​ຈັດ​ເອົາ​ເກາະ​ຕ້ຽວ​ອີ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຮ້ອງ​ຂໍ​ດັ່ງກ່າວ. ຝ່າຍ​ຈີນ​ມີ​ຄຳວິຈານ​​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ຫົງ​ເຫຼີຍ ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ ​ແລະ​ເກາະດອນ​ຕ່າງໆ​ຢູ່​ອ້ອມ​ຂ້າງ ລ້ວນ​ແຕ່​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ປະຫວັດສາດ. ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ທີ່​ລະບຸ​ໄວ້​ໃນ "ສົນທິສັນຍາ​ວ່າ​ດ້ວຍ​ການ​ປົກປັກ​ຮັກສາມໍລະດົກ​ວັດທະນະທຳ​ແລະທຳ​ມະ​ຊາດ​ຂອງ​ໂລກ", ຍີ່ປຸ່ນ​ບໍ່​ມີ​ສິດ​ຈັດ​ເອົາ​ເກາະ​ຕ້ຽວ​ອີ ​ເຊິ່ງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຮ້ອງ​ຂໍ​ເປັນ​ມໍລະດົກ​ໂລກ. ​ແຜນອຸບາຍ​ຂອງຄົນ​ຈຳນວນ​ໜຶ່ງ​ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​ຈະ​ບໍ່​ໄດ້​ສຳ​ເລັດ​ຜົນ​ຢ່າງ​ແນ່ນອນ.