ສູນ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ສອງ​ສະພາ​ປີ 2013 ​ເລີ່​ມ​ເປີດ​ບໍລິການ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-02-27 14:23:07     cri

 

ວັນ​ທີ 26 ກຸມພາ​ນີ້, ສູນ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ສອງ​ສະພາ​ປີ 2013 ​ເລີ່​ມ​ເປີດ​ບໍລິການ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ.

ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ຈະ​​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ມີນາ​ແລະ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝທີ 12 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ມີນາຢູ່​ປັກ​ກິ່ງ.

​ໂຮງ​ແຮມ​ມິ​ເດຍປັກ​ກິ່ງ​ແມ່ນ​ສູນ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ສອງ​ສະພາ​ປີ 2013. ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ຖື​ບ່ອນ​ນີ້​ເປັນ​ບ່ອນ​ສຳຄັນບ່ອນ​ໜຶ່ງ​​ໃນ​ການ​ສູ້​ຮົບ​ດ້ານ​ການ​ເອົາ​ຂ່າວນອກຈາກ​ຫໍ​ສະພາ​ປະຊາຊົນ.

​ໃນ​ສູນ​ຖະ​ແຫຼ​ງຂ່າວ​ດັ່ງກ່າວ​ມີໜ່ວຍ​ຕ້ອນຮັບ​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ, ຫໍ​ຖະ​ແຫຼງ ຂ່າວ, ຫ້ອງ​ສຳພາດ, ຫ້ອງ​ອິນ​ເຕີ​ເນັດ, ຫ້ອງ​ພັກ​ຜ່ອນ​ກິນ​ນ້ຳ​ຊາແລະ​ຫ້ອງ​​ແຈກ​ຢາຍ​ຂໍ້​ມູນ​ຕ່າງໆ, ສາມາດ​ສະໜອງການ​ບໍລິການ​ການ​ປະກາດ​ຂໍ້​ມູນ​ຂ່າວສານ, ການ​ຕິດ​ຕໍ່ພົວພັນ​ສຳລັບ​ການ​ເອົາ​ຂ່າວ​ແລະສອບ​ຖາມ​ຂ່າວ​ຕ່າງໆ​ເປັນ​ຕົ້ນ​ໃຫ້​ແກ່​ນັກ​ຂ່າວ​ຕ່າງໆ.

ຢູ່​ສູນ​ຖະ​ແຫຼ​ງຂ່າວ, ນັກ​ຂ່າວ​ໄດ້​ເຫັນ​ວ່າ, ​ໃນ​ຍາມ​ເຊົ້າ​ກໍ່​ມີ​ນັກ​ຂ່າວ​ມາ​ສຳ​ຫຼວດຢ່າງ​ຫຼວງ​ຫຼາຍ. ນາງ​ຈ້າວ​ອີ້, ນັກ​ຂ່າວ​ຜູ້​ໜຶ່ງ​ໄດ້​ຊົມ​ໃຊ້​ຫົວຂໍ້​ສຳພາດ​ຂອງ​ນາງ​ກັບ​ນັກ​ຂ່າວ. ນາງ​ກ່າວ​ວ່າ:

"ປີ​ນີ້​ຂ້ອຍ​ໄດ້​ສົນ​ໃຈ​ນຳ​ການ​​ປ່ຽນ​ຜູ້​ນຳ​ແລະ​ການ​ປະຕິ​ຮູບ​ຂອງ​ອົງການ​ລັດຖະບານ, ຍັງ​ໄດ້​ສົນ​ໃຈ​ນຳ​ຈຸດ​ສຸມ​ເຊັ່ນ​ເສດຖະກິດ​​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຕົ້ນ."

​ເພື່ອ​ໃຫ້​ນັກ​ຂ່າວ​ຕ່າງໆ​ສາມາດ​ຮູ້ຈັກ​ສະພາບ​ການ​ຂອງ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໃຫ້​ດີກ​ວ່າ​ເກົ່າ, ຫ້ອງ​​ແຈກ​ຢາຍ​ຂໍ້​ມູນ​ຂ່າວສານ​ຂອງ​ສູນ​ຖະ​ແຫຼ​ງຂ່າວ​ຈະ​ສະໜອງ​ຂໍ້​ມູນ​ຂ່າວ​ສານ​ສະບັບ​ພາສາ​ຈີນ, ພາສາ​ອັງກິດ, ພາສາ​ຝລັ່ງ, ພາສາ​ເຢຍລະ​ມັນ, ພາສາ​ຍີ່ປຸ່ນ, ພາສາ​ແອັສປາຍ​ແລະ​ພາສາ​ອາຣັບ​ເປັນ​ຕົ້ນ.

"ພວກ​​ເຮົາ​ສະ​ໜອງ​ປື້ນ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ນັກ​ຂ່າວ, ​ແນະນຳ​ຂົງ​ເຂດ​ຕ່າງໆ​ຂອງ​ຈີນ​ເຊັ່ນ​ການ​ເມືອງ, ​ເສດຖະ​ກິດ, ສັງຄົມ​ແລະ​ວັດທະນະທຳ​ເປັນ​ຕົ້ນ. ປື້​ມ​ເຫຼົ່າ​ນີ້​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ປື້​ມທີ່​ມີ​ຄຸນ​ຄ່າ​ໃນ​ການ​ໃຫ້ຄຳ​ປຶກສາ​​ແກ່​ນັກ​ຂ່າວ​ຕ່າງປະ​ເທດ, ມີ​ນັກ​ຂ່າວ​ມາ​ເອົາ​ຂ່າວ​ຢູ່​ຈີນ​ເປັນ​ຊົ່ວຄາວ, ບໍ່​ຮູ້​ສະພາບ​ການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ, ​ເຂົາ​ເຈົ້າ​ມາ​ແລ້ວ​ກໍ່​ສາມາດ​ອ່ານ​ຂໍ້​ມູນ​ເຫຼົ່າ​ນີ້, ມີ​ຜົນ​ດີ​ຕໍ່​ການ​ເອົາ​ຂ່າວ​ເປັນ​ຢ່າງ​ດີ."

1 2 3