ຈີນ​ມີຫຼັກຖານຢັ້ງຢືນ​ກຳ​ປັ່ນ​ແລະ​ຍົນ​ຂອງ​ຍີ່​ປຸ່ນ​ເຂົ້າ​ໃກ້​ຕິດ​ຕາມ​ລົບ​ກວນ​ກຳ​ປັ່ນ​​ແລະ​ຍົນ​ຂອງ​ຈີນ

(GMT+08:00) 2013-02-28 17:08:23     cri

​ໃນ​ກອງ​ປະຊຸມຖະ​ແຫຼງຂ່າວ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນວັນ​ທີ 28 ກຸມພາ​ນີ້, ທ່ານ​​ເກິ​ງອ້ຽນ​ເຊິ່ງ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ, ​ໃນ​ໄລຍະ​ດົນ​ນານ​ມາ​ນີ້, ຍີ່ປຸ່ນ​ໄດ້​ສົ່ງ​ກຳ​ປັ່ນ​ແລະ​ຍົນ​ເຂົ້າ​ໃກ້​ຕິດຕາມ​​ແລະລົບ​ກວນກຳ​ປັ່ນ​ແລະ​ຍົນ​ຂງ​ຈີນ, ​ໄດ້​ສ້າງ​ໄພ​ຂົ່ມຂູ່​ຕໍ່​ຝ່າຍ​ຈີນ, ນີ້​ແມ່ນ​ສາ​ເຫດ​ຕົ້ນຕໍ​ຂອງ​ບັນຫາ​ຄວາມ​ປອດ​ໄພ​ເທິງ​ທະ​ເລ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ. ຈີນ​ມີ​ຫຼັກ​ຖານ​ອ້າງ​ອີງ​ຢ່າງ​ເຕັມ​ສ່ວນຕໍ່​ເລື່ອງ​ນີ້, ​ແລະ​ຈະ​ສະຫງວນ​ສິດ​​ໃນ​ການໃຊ້ມາດ​ຕະການ​ທີ່​ສົມ​ຄູ່​ກັນ.​

ໃນ​ເວລາ​ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ໄປ​ດຳ​ເນີນ​ການ​ຝຶກ​ຊ້ອມການ​ລາດຕະ​ເວນ​ຢູ່ມະ ຫາ​ສະໝຸດ​ປາຊີ​ຟິກຕ​າ​ເວັນ​ຕົກ ກໍ​ຖືກຍົນ​ແລະ​ກຳ​ປັ່ນ​ຮົບ​ຂອງ​ຍີ່​ປຸ່ນ​ເຂົ້າ​ໃກ້​ຕິດຕາມ​ເລື້ອຍໆ, ຕໍ່​ເລື່ອງ​ນີ້, ທ່ານ​ເກິ​ງອ້ຽນ​ເຊິ່ງ ກໍ່​ກ່າວ​ວ່າ, ຈີນ​​ກຳ​ສະພາບດັ່ງກ່າວ​ໄດ້​ທັງໝົດ.