ກອງ​ປະຊຸມ​ສະພາ​ຜູ່​ແທນ​ປະຊາຊົນທົ່ວ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ຊຸດ​ໃຫມ່​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ມີນາ​ນີ້​ຢູ່​ນະຄອນຫລວງ​ປັກ​ກິ່ງ

(GMT+08:00) 2013-03-05 11:26:47     cri


(ໄຂກອງປະຊຸມຄັ້ງທີ 1 ຂອງສະພາຜູ່ແທນປະຊາຊົນແຫ່ງຊາດຈີນຊຸດທີ 12)

ກອງ​ປະຊຸມ​ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 1 ຂອງ​ຊຸດ​ໃຫມ່​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີນາ​ນີ້​ຢູ່​ນະຄອນຫລວງ​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ,ທ່ານ​ສີ​ຈິ້ນ​ຜິ​ງ​ແລະ​ຜູ່ນຳທ່ານ​ອື່ນໆ​ຮ່ວມ​ກັບ​ຜູ່​ແທນ​ສະພາ​ປະຊາຊົນ​ຊຸດ​ໃຫມ່​ເກືອບ 3 ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ, ນີ້​ເປັນ​ຂີດຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ່​ແທນ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ຊຸດ​ໃຫມ່​ໄດ້​ເລີ່​ມປະຕິບັດ​​ຫນ້າ​ທີ່​ເປັນ​ທາງ​ການ​ແລ້ວ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ບັນດາ​ຜູ່​ແທນທົ່ວ​ປະ​ເທດ​ຊຸດ​ໃຫມ່​ທີ່ມາ​ຈາກ​ການ​ເລືອກ​ຕັ້ງ​ໂດຍອີງ​ຕາມ​ອັດຕາລະຫວ່າງ​ຕົວ​ເມືອງ​ແລະ​ຊົນນະບົດ​ເທົ່າ​ທຽມ​ກັນ​ຄັ້ງ​ທຳ​ອິດ​ນັ້ນ,ອັດຕາ​ຂອງ​ຜູ່​ແທນ​ກະສິກຳ​ແລະ​ຊາວ​ກະສິກອນ​ທີ່​ມາ​ຈາກ​ຮາກ​ຖານ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,ຜູ່​ແທນ​ຈາກ​ພະນັກງານ​ຂັ້ນ​ນຳ​ຂອງ​ຄະນະ​ພັກ​ແລະ​ອົງການ​ປົກຄອງ​ນັ້ນ​ຫລຸດ​ຫນ້ອຍ​ລົງ​ຢ່າງ​ຫລວງຫລາຍ, ​ເຮັດ​ໃຫ້​ອົງ​ປະກອບ​ຂອງ​ຜູ່​ແທນ​ດີ​ຂຶ້ນ​ຕື່ມ​ອີກ.

ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຜູ່​ແທນສະພາປະຊາຊົນ​ທົ່ວ​ປະ​ເທດຊຸດ​ໃຫມ່.​ໃນ​ໄລຍະດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາ 12 ວັນ​ເຄິ່ງ,ນອກຈາກ​ວາລະ​ປະຊຸມຕາມ​ປົກກະຕິ​ຄື ຜ່ານ​ບົດ​ລາຍ​ງານວຽກ​ງານ​ຂອງ​ລັດຖະບານ​ແລະ​ອື່ນໆ​ແລ້ວ, ບັນດາ​ຜູ່​ແທນປະຊາຊົນ​ທົ່ວ​ປະ​ເທດ​ຊຸດ​ໃຫມ່​ຍັງ​ຄ້ນຄວ້າຈະ​ພິຈາລະນາ​ແລະ​ປ່ອນ​ບັດ​ຕໍ່​ແຜນການ​ປະຕິ​ຮູບ​ອົງ​ການ​ແລະ​ການ​ຫັນປ່ຽນ​ພັນ​ທະ​ຫນ້າ​ທີ່​ຂອງ​ຄະນະ​ລັດຖະບານ,ຈະ​ເປີດ​ເຜີຍ​ໃຫ້​ຮູ້​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ຂອງ​ວົງ​ພາຍ​ນອກ​ທີ່​ມີ​ການ​ປະຕິ​ຮູບ​ຕໍ່​ກະຊວງ​ຕ່າງໆ​ຮອບ​ທີ​ສອງ​ຂອງ​ຈີນ.ສ່ວນ​ສິ່ງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ນັ້ນ​ແມ່ນ​ກອງ​ປະຊຸມ​ຍັງ​ຈະ​ເລືອກ​ຕັ້ງ​​ແລະ​ຕົກລົງ​ຮັບຮອງ​ເອົາ​ຄະນະ​ນຳຊຸດ​ໃຫມ່.