ທ່ານ​ສີ​ຈິ້ນ​ຜີ​ງ​​ກັບຜູ້ນຳ​ພັກ​ລັດ​ທ່ານອື່ນໆ​ຢາມ​ກຳ​ມະ​ການ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ1ຂອງ​ສະພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12​ແລະ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື

(GMT+08:00) 2013-03-05 16:13:32     cri

 

ຕາມ​ຂ່າວCRI: ວັນ​ທີ4ມີນາ​ນີ້, ຜູ້ນຳ​ພັກ​​ລັດຄື, ທ່ານ​ສີ​ຈິ້ນ​ຜີ​ງ, ທ່ານຫຼີ​ເຄີ້ສຽງ, ທ່ານຈາງ​ເຕີ່​ຈ່ຽງ,​ທ່ານຢູ​ເຈີ້ງ​ເສີ່ງ, ທ່ານ​ຫຼິວ​ຢູນ​ຊ່ານ, ​ທ່ານ​ຫວາງ​ສີ​ຊານ,​ທ່ານ​ຈ່າງ​ກ່າວ​ລີ້, ​ໄດ້​ຢາມ​ກຳ​ມະ​ການ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ​1​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12​ແລະ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ຂອງ​ແຕ່​ລະ​ວົງ​ການ.



ໃນ​ກອງ​ປະຊຸມ​ຮ່ວມຂອງ​ກຳມການວົງ​ການ​ສະມາຄົມວິທະຍາສາດ​ແລະ​ວົງ​ການ​ເຕັກ​ໂນ​ໂລ​ຊີ, ທ່ານ​ສີ​ຈິ້ງ​ຜີງ, ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ,​ປະ​ທານ​ຄະ​ນະ​ກຳ​ມະ​ການ​ທະ​ຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຫຼັງ​ຈາກ​ຮັບ​ຟັງ​ການ​ປະກ​ອບ​ຄຳ​ເຫັນ​ກອງ​ກຳ​ມະ​ການ​ແລ້ວ​ໄດ້​ກ່າວ​ເນັ້ນ​ວ່າ, ​ໃນ​ການ​ແຂ່ງ​ຂັນ​ກຳ​ລັງ​ແຫ່ງ​ຊາດ​ສັງ​ລວມ​ໃນ​ທົ່ວ​ໂລກ​ທີ່​ນັບ​ມື້​ນັບ​ດຸ​ເດືອດ​ກວ່າ​ເກົ່າ,​ຕ້ອງ​ເດັດດ່ຽວ​ເດີນ​ຕາມ​ເສັ້ນ​ທາງ​ປະ​ດິດ​ສ້າງ​ໃໝ່​ໂດຍ​ເປັນ​ເຈົ້າ​ຕົນ​ເອງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຈີນ, ​ເພີ່ມ​ທະ​ວີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕົນ​ເອງ​ໃນ​ການ​ປະ​ດິດ​ສ້າງ​ໃໝ່, ​ລົງ​ເລິກ​ການ​ປະ​ຕິ​ຮູບ​ດ້ານ​ໂຄງ​ປະ​ກອບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຄ້ຳ​ຊູ​ແລະ​ນຳ​ພາ​ຂອງ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ​ເລັ່ງ​ລັດ​ໃຫ້​ຈີນ​ຈາກ​ປະ​ເທດ​ໃຫຍ່​ດ້ານ​ເສດ​ຖະ​ກິດ​ເດີນ​ໄປ​ສູ່​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ.