ຜູ້ນຳ​ພັກ​-ລັດ​ຈີນ​ເຂົ້າ​ຮ່ວມ​ການພິຈາລະນາ​ປຶ​ກສາ​ຫາລື​ຂອງ​ກອງ​ປະຊຸມ​ສອງ​ສະພາ

(GMT+08:00) 2013-03-07 10:58:19     cri

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ ຕອນ​ເຊົ້າ​ວັນ​ທີ6​ມີນາ​ນີ້, ຜູ້​ນຳ​ພັກ-ລັດຈີນ​ຄື ທ່ານ​ສີ​ຈິ້ນ​ຜິ​ງ ທ່ານ​ເວິ່ນ​ເຈ່ຍ​ປາວ ທ່ານ​ລີ​ເຄີ້ສຽງ ທ່ານ​ອີ​ເຈິ້ງ​ເຊິ່ງ ທ່ານ​ຫຼິວຢຸນຊ່ານ ທ່ານ​ຫວາງ​ສີ​ຊ່ານ ທ່ານ​ຈ່າງ​ກ່າວ​ລີ້ ​ໄດ້​​ເຂົ້າ​ຮ່ວມ​ການຄົ້ນຄວ້າ​ພິຈາລະນາ​ແລະ​ປຶກສາ​ຫາລື​ຂອງ​ໜ່ວຍຫຼືຈຸ​ຄະ​ນະ​ຜູ້​ແທນ​ຈຳ​ນວນ​ໜຶ່ງ​ໃນກອງປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12​ແລະ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12.

ທ່ານສີຈິ້ນຜິງ(ຜູ້ຢູ່ກາງ)ເຂົ້າຮ່ວມການຄົ້ນຄວ້າພະຈາລະນາຂອງຄະນະຜູ້ແທນແຂວງຫຼຽວໜິງ

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິກາ​ນ​ໃຫຍ່​ສູນ​ກາງ​ພັກ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ ໄດ້​ເຂົ້າ​ຮ່ວມ​ການຄົ້ນຄວ້າ​ພິຈາລະນາ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ຫຼຽວ​ໜິງ,ທ່ານ​ຊີ້​ອອກ​ວ່າ ຕ້ອງ​ອອກ​ແຮງ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ແຫຼ່ງ​ອຸດສາຫະກຳ​ເກົ່າ​ເປັນ​ຕົ້ນ​ແມ່ນ​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ໃຫ້​ຈະ​ເລີ​ນ​ເຕີບ​ໂຕ,ອອກ​ແຮງ​​ເຮັດ​ວຽກ​ງານ​ປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນ​ໃຫ້​ດີ​ຂຶ້ນ,​​​ໃຫ້​ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ທີ່​ເຫັນ​ເປັນ​ປະ​ຈັກ​ຕາ​ແລະ​ສຳ​ຜັດ​ໄດ້.

ທ່ານເວິ່ນເຈ່ຍປາວເຂົ້າຮ່ວມການຄົ້ນຄວ້າພະຈາລະນາຂອງຄະນະຜູ້ແທນແຂວງຫຼຽວໜິງ

ທ່ານ​ເວິ່ນ​ເຈ່ຍປາວ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ເສ​ສວນ​​ ​ແລະ​ໄດ້​ຟັງ​ຄຳ​ຄິດ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ບັນດາ​ຜູ້​ແທນ​ໃນ​ການຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ.ທ່ານ​ເວິ່ນ​ເຈ່ຍ​ປາວກ່າວ​ວ່າ ຂ້າ​ພະ​ເຈົ້າ​ດຳ​ລົງ​ຕຳ​ແໜ່​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາເປັນ​ເວລາ10​ປີ,ອາຍຸ​ການ​ໃກ້​ຈະຄົບ​ວາລະ​ແລ້ວ.​ຂ້າ​ພະ​ເຈົ້າ​ຈະ​ອອກ​ພັກ​ຜ່ອນ​ບຳ​ນານ​ໃນ​ໄລ​ຍະ​ເວ​ລາ​ອັນ​ໃກ້ໆ​ນີ້,ຂ້າພະ​ເຈົ້າ​ມີ​ຄວາມ​ເຄົາລົບ​ນັບຖື​ແລະ​ຄວາມ​ຂອບ​ໃຈຢ່າງ​ເລິກ​ເຊິ່ງຕໍ່​ປະຊາຊົນ, ຂ້າພະ​ເຈົ້າ​ຫວັງ​ວ່າ ປະ​ເທດ​ເຮົາ​ຈະ​ມີ​ອະນາ​ຄົດ​ທີ່​ນັບ​ມື້​ນັບ​ດີງາມ​ກວ່າ​ເກົ່າ,ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈະນັບ​ມື້​ນັບ​ມີ​ຄວາມສຸກ​ຫຼາຍ​ຍິ່ງ​ຂຶ້ນ.

ທ່ານລີເຄີ້ສຽງ(ຜູ້ຢູ່ຊ້າຍ)ເຂົ້າຮ່ວມການຄົ້ນຄວ້າພະຈາລະນາຂອງຄະນະຜູ້ແທນແຂວງຫຼຽວໜິງ

ທ່ານ​ລີ​ເຄິ້ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູນິດຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ການຄົ້ນຄວ້າ​ພິຈາລະນາ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ຫູ​ນານ​ວ່າ ​ເຂດ​ພາກ​ກາງ​ມີ​ບົດບາດ​ທາງ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ເປັນ​ພິ​ເສດ​ໃນ​ສະ​ພາບ​ການ​ພັດທະນາ​ເຂດ​ແຄວ້ນ​ຕ່າງໆ​ຂອງ​ຈີນ. ຄວນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ, ມີ​ການ​ປະດິດ​ສ້າງ​ໃນ​ດ້ານ​ແນວ​ຄິດ,ມີ​ການ​ກະທຳ​ໃນ​ການ​ປະຕິບັດ​ຕົວ​ຈິງ. ຄວນຖື​ເອົາ​ການ​ພັດທະນາ​ເສດຖະກິດ​ປະສານ​ສົມທົບ​ກັບ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃຫ້​ດີກ​ວ່າ​ເກົ່າ. ຄວນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​ທີ່​ກ່ຽວພັນກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເພີ່ມ​ຄວາມ​ແຮງ​ໃນ​ການ​ພັດທະນາ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ລະດັບ​ພື້ນຖານ​ຂອງ​ປະຊາຊົນ​ຜູ້​ທຸກ​ຍາກ.