ຜູ້ນຳ​ພັກ​-ລັດ​ຈີນ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ປຶກ​ສາ​ຫາ​ລື​ບັນ​ຫາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ສະ​ໄໝ​ທີ12

(GMT+08:00) 2013-03-08 11:09:59     cri

ທ່ານລີເຄີ້ສຽງ(ຜູ້ຢູ່ກາງ)ເຂົ້າຮ່ວມການພິຈາລະນາປຶກສາຫາລືຂອງຄະນະຜູ້ແທນແຂວງກຸ້ຍໂຈ່າວ

ຂ່າວສານ​ຊິນ​ຮວາລາຍ​ງານ​ວ່າ: ​ໃນ​ຕອນ​ເຊົ້າວັນ​ທີ 7 ມີນາ​ນີ້, ຜູ້ນຳ​ພັກ-ລັດ​ ​ຈີນ​ຄື​ທ່ານ​ລີ​ເຄີ້ສຽງ ທ່ານ​ຈ່າງ​ເຕີ​ຈ່ຽງ ທ່ານ​ອີ​ເຈີ້​ງ​ເຊິ່ງ ທ່ານ​ຫຼິວຢຸນຊ່ານ ​ແລະ​ທ່ານ​ຈ່າງ​ກ່າວ​ລີ້ ຕ່າງ​ໄດ້​ເຂົ້າ​ຮ່ວມ​ການ ​ພິຈາລະນາ​ປຶກສາ​ຫາລືຂອງ​ຄະ​ນະ​ຜູ້​ແທນ​ຈຳ​ຈວນ​ໜຶ່ງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12.

ທ່ານ​ລີ​ເຄີ້ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີຈີນ ​ໄດ້​ເຂົ້າ​ຮ່ວມ​ການ​ພິຈາລະນາປຶກສາ​ຫາລື​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ກຸ້ຍ​ໂຈ່​ວ, ທ່ານກ່າວ​ວ່າ ​​ຖ້າວ່າເຂດ​ພາກ​ຕາ​ເວັນ​ຕົກ​ພັດທະນາ​ແລ້ວ, ສະ​ພາບ​ການ​ພັດທະນາ​ຂອງ​ທົ່ວ​ປະ​ເທດ​ຈະ​ຕ່າງ​ກັບ​ໄລຍະ​ຜ່ານ​ມາ​ຢ່າງ​ຫຼວງຫຼາຍ. ​ແຂວງ​ກຸ້ຍ​ໂຈ່​ວຄວນ​ບັນລຸ​ເປົ້າ​ໝາຍ​ສ້າງ​ໃຫ້​ເປັນ​ສັງຄົມ​ອີ່ມ​ໜຳ​ສຳລານ​ໄປ​ພ້ອມໆ​ກັບ​ເຂດ​ແຄວ້ນ​ອື່ນ​ໆ​ໃນ​ທົ່ວ​ປະ​ເທດ,ບໍ່​ພຽງ​​ແຕ່​ຄວນ​ພັດທະນາ​ແບບ​ກ້າວ​ກະ​ໂດດ ,ຍິ່ງ​ຄວນ​ຫັນປ່ຽນ​ຮູບ​ການ​ພັດທະນາ. ຄວນ​ພັດທະນາ​ການ​ສຶກສາ​ເພື່ອ​ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸ​ນນະພາ​ບສູງ,​ ເພີ່​ມທະວີ​ພື້ນຖານ​ແຫ່ງ​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ແລະ​ຍົກ​ລະດັບ​ຂະ​ແໜງ​ການ. ຄວນ​ສະ​ໜັບ​ສະ​ໜູນ​ຊາວ​ກະ​ສິ​ກອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ນັ້ນ​​ໃຫ້​ກັບ​ຄືນ​ພູມລຳ​ເນົາເພື່ອ​ປະກອບ​ທຸລະ​ກິດ,​ ​ເພີ່ມ​ທະວີ​ວຽກ​ງານ​ກ່ຽວ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຕົ້ນ​ແມ່ນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ແລະ​ອື່ນໆ.

ນອກ​ນີ້, ທ່ານ​ຈ່າງ​ເຕີ​ຈ່ຽງ ກຳມະການ​ປະຈຳກົມ​ການ​ເມືອງ​ສູນ​ກາງ​ພັກ​ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ການ​ ​ພິຈາລະນາ​ປຶກສາ​ຫາລືຂອງ​ຄະນະ​ຜູ້​ແທນ​​ຮົງ​ກົງ​ ແລະ​ຄະນະ​ຜູ້​ແທນ​ມາ​ກາວ.ທ່ານອີເຈິ້ງເຊິ່ງ ກຳມະການປະຈຳກົມການ ເມືອງສູນກາງພັກ ປະ​ທານ​ກອງ​ປະ​ຊຸມ​ຄະ​ນະ​ປະ​ທານ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປຶກສາການເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ປຶກ​ສາ​ຫາລືຂອງຄະນະຜູ້ແທນໄຕ້ຫວັນ. ທ່ານຫຼິວຢຸນຊ່ານ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ເລ​ຂາ​ທິ​ການ​ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ປຶກ​ສາ​ຫາ​ລື​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ ຟູຈ້ຽນ. ທ່ານ​ຈ່າງ​ກ່າວ​ລີ້ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ເຂົ້າ​ຮ່ວມ ການ​ພິ​ຈາ​ລະ​ນາ​ປຶກ​ສາ​ຫາ​ລື​ຂອງ​ຄະ​ນະ​ຜູ້​ແທນ​ນະ​ຄອນ​ຈຸ່ງ​ກິ່ງ.