ທ່ານ​ຢູ​ເຈີ້​ງ​ເສິ່ງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ໃໝ່

(GMT+08:00) 2013-03-11 18:52:58     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ກອງ​ປະຊຸມຄົບ​ຄະນະ​ເທື່ອ​ທີ4ຂອງກອງ​ປະຊຸມ ຄັ້ງ​ທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ12, ທ່ານ​ຢູ​ເຈີ້​ງ​ເສິ່ງ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ອີກ23ທ່ານ​ເຊັ່ນທ່ານ​ຕູ້​ຊີ້​ງລີ​ນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນຮອງ​ປະທານ, ທ່ານ​ຈ່າງ​ຊີ້​ງລີ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່. ​ພ້ອມ​ກັນ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ເລືອກ​ຕັ້ງ​ກຳມະການ​ປະ​ຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ299ທ່ານ.



ທ່ານ​ເຈຍ​ຊີ້​ງລີ​ນ, ປະທານ​ຄະນະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ11ຈັບ​ມື​ກັບ​ທ່ານ​ຢູ​ເຈີ້​ງ​ເສິ່ງ​ຢ່າງ​ສະ​ເໜິດສະໜົມ​​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ.