ເຈົ້າໜ້າ​ທີ່​ກະຊວງ​ກະສິກຳ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ເພີ່ມ​ພະ​ລັງ​ຊີ​ວິດ​ຊີ​ວາ​ດ້ານ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ​ແລະ ພັດ​ທະ​ນາ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ແລະ​ການ​ກະ​ສິ​ກຳ​ຢ່າງ​ໝັ້ນ​ທ່ຽງ

(GMT+08:00) 2013-03-12 18:39:42     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ມີນາ​ນີ້, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ​ໜຶ່ງ​ສະ​ໄໝ​ທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ, ​ເຈົ້າ​ໜ້າ​ທີ່​ກະຊວງ​ກະສິກຳ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ ກ່ຽວ​ກັບບັນຫາ​ທີ່​ "​ເພີ່ມພະລັງ​ຊີວິດ​ຊີ​ວາ​ດ້ານ​ການ​ພັດ​ທະ​ນາ​ຊົນນະບົດ ​ແລະ ພັດທະນາການ​ຜະລິດ​ສະບຽງອາຫານ​ແລະການ​ກະສິກຳ​ຢ່າງ​ໝັ້ນທ່ຽງ"

ທ່ານ​ເສີນ​ສຽວ​ຮວາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ຈີນ ກ່າວ​ວ່າ, ການ​ຜະລິດ​ສະບຽງ​ອາຫານຂອງ​ຈີນ​ໄດ້​ຮັບ​ຜົນງານ​ທີ່ດີ ຄື ​ຜົນ​ຜະ​ລິດ​ໄດ້​ເພີ່ມ​ຂຶ້ນ 9 ປີ​ລຽນ​ຕິດ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ຂອງ​ຈີນ​ແມ່ນ​ມີ​ຄວາມ​ຮັບປະກັນ. ປັດຈຸບັນ, ການ​ຜະລິດ​ປະ​ເພດ​ທັນ​ຍະ​ພືດ, ຕົ້ນຕໍ​ລວມ​ທັງ​ເຂົ້າ, ​ເຂົ້າ​ເບຼ ​ແລະ ​ສາລີ, ອັດຕາ​ການ​ກຸ້ມ​ຕົນ​ເອງ​ສາມາດ​ຮັກສາ​ຢູ່​ໃນ​ລະດັບຢູ່​ລະຫວ່າງ 98%. ທ່ານ​ກ່າວ​ວ່າ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ຜະລິດ​ສະບຽງ​ອາຫານຂອງ​ປີ​ນີ້​ຈະ​ໄດ້​ຮັບ​ຜົນທີ່​ອຸດົມສົມບູນ.

ທ່ານ​ເສີນ​ສຽວ​ຮວາກ່າວ​ຕື່ມ​ວ່າ: ​ເວົ້າລວມ​ແລ້ວ, ຜົນ​ຜະລິດ​ກະສິກຳ​ຈີນ​ມີ​ຄຸນ​ນະພາ​ບ​ປອດ​ໄພ​ຢ່າງ​ໝັ້ນທ່ຽງ​ໂດຍ​ພື້ນຖານ. ​ເມື່ອ​ເບິ່ງ​ຈາກ​ການ​ຕິດ​ຕາມ​ວັດ​ແທກ​ຕາມ​ປົກກະຕິ​ແລ້ວ, ອັດຕາ​ໄດ້​ຕາມ​ມາດຖານ​ຂອງຄວາມ​ປອດ​ໄພ​ດ້ານຄຸນນະພາ​ບຂອງ​ຜົນ​ຜະລິດ​ກະສິກຳ ​ໄດ້​ຮັກສາ​ຢູ່​ໃນ​ລະດັບຫຼາຍກວ່າ 96%. ຂະນະ​ດຽວ​ກັນ, ທ່ານ​​ເສີນ​ສຽວ​ຮວາ ກໍ​ກ່າວ​ວ່າ, ສະຖານະ​ການ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງ​ຜົນ​ຜະລິດ​ກະສິກຳ​ແມ່ນ​ຍັງ​ມີ​ຂໍ້ຄົງຄ້າງ​ຈຳນວນ​ໜຶ່ງ, ​ເປັນຕົ້ນ​ແມ່ນ​ໄດ້​ເກີດ​ເຫດ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບ​ເປັນ​ບາງ​ຄັ້ງບາງຄາວ, ​ໂດຍ​ແນ​ໃສ່​ ​ແກ້​ໄຂບັນຫາ​ນີ້, ທ່ານ​ກ່າວ​ວ່າ, ໜຶ່ງ ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ​ແລະ​ການປະຕິບັດ​ກົດໝາຍ; ສອງ ຕ້ອງ​ສຸມ​ໃສ່​ຊຸກ​ຍູ້​ການ​ຜະລິດ​​ໃຫ້​ໄດ້​ຕາມ​ມາດຖານ; ສາມ ຕ້ອງ​ເພີ່ມ​ຄວາມ​ສາມາດ​ດ້ານ​ການ​ປະຕິບັດ​ກົດໝາຍຕື່ມ​ອີກ.