ລາຍການຫ້ອງ​ດົນຕີ 93 ກອງ​ປະຊຸມ​ສະພາປຶກ​ສາ​ການ​ເມືອງ​​ປະຊາຊົນ​ຈີນ

(GMT+08:00) 2013-03-14 16:38:36     cri








 

ສ: ຄົນ­ຢູ່ໃຕ້­ລຸ່ມຟ້າ ຄວາມ­ມັກ­ບໍ່­ຄືກັນ ທ່ານເອີຍ ບາງ­ຄົນໂວຍວາຍສຽງ ເພື່ອນຟູງ
ພັດເຕັມບ້ານ ບາງ­ຄົນ­ສິນ­ທານສ້າງ ຄວາມ­ດີໂດຍຕລອດ ເວົ້າ­ຫວານ­ປານ­ນໍ້າເຜິ້ງ ຄົນ­ຍັງປ້ອຍ­ທົ່ວເມືອງ ສະບາຍດີ​ທ່ານ​ຜູ້​ຟັງ​ ເພື່ອນ​ມິດ​ລາຍການ​ທີ່​ຮັກ​ແພງ​ທຸກໆ​ທ່ານ   
ພ: ສະບາຍດີ​ທ່ານ​ຜູ່​ຟັງ ​ທຸກໆ​ທ່ານ ມາ​ຮອດ​ເລ​ລາ​ນີ້​ແລ້ວ ກໍ​ມາ​ພົບ​ກັບ​ຜູ່​ດຳ​ເນີນ​ລາຍການ​ທັງ 2 ສົມບັດ ​ແລະ ​ສົມ​ແພງ​ຄື​ເກົ່າທີ່​ເກົ່າ​ເວລາ​ເດີມ ​ໃນ​ລາຍການ​ຫ້ອງ​ດົນຕຣີ 93 ຄື້ນສຽງ ຄື້ນ​ໃຈ CRI FM 93 Mhz ​
ສ:​ ມາ​ພົບ​ກັບມິດ​ລາຍການ​ທ່ານ​ຜູ່​ຟັງ​  ມື້​ນີ້​ກໍ​ຢູ່​ໃນ​ຕົ້ນ​ເດືອນ​ມີນາ​ແລ້ວ ​ເດືອນ​ມີນາກໍ​ເປັນ​ອີກເດືອນ​ນຶ່ງ​ ທີ່​ມີ​ວັນ​ສຳຄັນ​ທາງ​ດ້ານ​ປະ​ຫັວດສາດ​ ແລະ​ ທາງ​ດ້ານ​ການ​ເມືອງ ບໍ່​ວ່າ​ຈະ​ເປັນ​ຈີນ​ກໍ​ຄືລາວ ສົມ​ແພງ ຮູ້ຈັກ​ບໍ່​ວ່າ​ມີ​ວັນ​ຫຍັງ​ແດ່​ໃນ​ເດືອນ ນີ້
ພ: ​ໃຫ້​ສົມ​​ແພງ​ຄິດ​ເບິ່ງ​ກ່ອນ​ວ່າ​ມີ​ວັນ​ສຳຄັນ​ຫຍັງ​ແດ່ …​ເອີ ​ໃນ​ເດືອນ​ມີນາ​ນີ້​ ໃນ​ວັນ​ທີ 3 ທີ່​ຜ່ານ​ມາ​ນີ້​ກໍ​ແມ່ນ​ກອງ​ປະຊຸມສະພາ​​ປຶກສາການ​ເມືອງ​ປະຊາຊົນ​ຈີນກໍ​ໄດ້​ໄຂ​ຂຶ້ນ​ແລ້ວ, ​ແລະ ​ມື້​ນີ້ ກໍ​ແມ່ນ​ກອງ​ປະຊຸມ​ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ​​ໄດ້​ໄຂ​ຂຶ້ນ​ແລ້ວ​ເຊັ່ນ​ດຽວ​ກັນ ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້​ນັ້ນ​ເອງ
ສ: ​ແມ່ນ​ແລ້ວ ສ່ວນ​ລາວ​ກໍ​ມີ 2 ວັນ​, ວັນ​ທີ່ 8 ມີນາ ກໍ​ແມ່ນ​ວັນ​ແມ່​ຍິງ​ສາ​ກົນ ​ແລະ​ວັນ​ທີ່ 22 ກໍ​ແມ່ນ​ວັນ​ສ້າງ​ຕັ້ງ ພັກ​ປະຊາຊົນ​ປະຕິວັດ​ລາວ   ​ວັນ ທີ່ 8​ ມີນາ​ເປັນ​ວັນ​ແມ່ຍິງ​ສາກົນ ຊຶ່ງ​ເປັນ​ວັນ​ທີ່​ແມ່ຍິງ​ທົ່ວ​ໂລກ​ໄດ້​ລຸ​ກຂຶ້ນ ຕໍ່ສູ້​ເພື່ອ​ທວງ​ເອົາ​ສິດສະ​ເໝີ​ພາບ​ໃຫ້​ເທົ່າ​ທຽມ​ກັບ​ເພດ​ຊາຍ ​​
ພ : ​ແມ່ນແລ້ວ ສ່ວນວັນ​ທີ່ 22 ມີນາ​ກໍ​ແມ່ນ​ມື້​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຊຶ່ງ​ເປັນ​ວັນ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງ​ພັກ ປະຊາຊົນ​ປະຕິວັດ​ລາວ​ເພື່ອ​ຊີ້​ນຳ​ ນຳພາ​ຂະ​ບວນການ​ລຸກ​ຂຶ້ນຕໍ່ສູ້ ​ເພື່ອ​ຍາດ​ເອົາ​ເອກະລາດ ມາ​ໃຫ້​ແກ່​ປະ​ເທດ​ຊາດ​ ແຕ່ ຕອນ​ນີ້ຈະ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຟັງ​ຜົນງານ​ເພງ​ກ່ອນ ຈາກ​ນັ້ນ​ຈຶ່ງ​ມາ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ ກອງ​ປະຊຸມ​ສະພາປຶກ​ສາ​ການ​ເມືອງ​​ປະຊາຊົນ​ຈີນ ​
                    ​ໃສ່​ເພງ 1 + 2
ພ:​ ຮັກ​ກັນ​​ໄວ້ດີກ​ວ່າ​ຊັງ​ກັນ​ ຮັກ​ກັນ​ດີ​ມີ​ກຳ​ໄລບໍ່​ຂາດທຶນ ນຳພາ​ທ່ານ​ກັບເຂົ້າ​ສູ່ ບັນຍາກ​າດຊອງ​ລາຍການ ຫ້ອງ​ດົນຕຣີ 93 ທາງ​ວິທະ​ຍຸ​ສາກົນ​​ແຫ່ງປະ​ເທດ​ຈີ​ນ ຫລື CRI FM 93 Mhz ຂໍ​ຂອບ​ໃຈ​ທຸກໆ​ທ່ານ​ທີ່​ໄດ້​ໃຫ້​ກຽດ​ຕິດຕາມ​ຮັບຟັງ
ສ: ທ່ານ​ຜູ່​ຟັງ ຄື​ດັງ​ທີ່​ສົມ​ແພງ​ເວົ້າ​ວ່າ​ຮັກ​ກັນ​ໄວ້​ດີກ​ວ່າ​ຊັງ​ກັນ ຮັກ​ກັນ​ດີ​ມີ​ກຳ​ໄລ​ບໍ່​ຂາດທຶນ ​ເວົ້າ​ເລື່ອງ​ຄວາມ​ຮັກ​ແລ້ວ​ໃຜໆ​ ກໍ​ຕ້ອງການ​ແມນ​ບໍ່​ສົມ​ແພງ
ພ:​ ແມ່ນ​ແລ້ວ ​ໃຜ​ບໍ່​ຕ້ອງການ​ຄວາມ​ຮັກ​ນີ້ ບໍ່​ມີດ​ອກ​ເນາະ​ໃນ​ໂລກ​ໜ່ວຍ​ນີ້ ຄວາມ​ຮັກ​ນີ້​ກໍ​ມີ​ຄວາມ​ໝາຍອັນ​ໃຫຍ່ຫລວງ ຕໍ່​ຊີວິດ​ຂອງ​ທຸກໆ​ຄົນ
ສ: ດັ່ງ​ທີ່​ໄດ້​ສະ​ເໜີ​ໄວ້​ ໃນ​ຕອນ​ຕົ້ນ​ຂອງ​ລາຍການ​ວ່າ​ ທາງ​ລາຍການຈະ​ສະ​ເໜີ​ເລື່ອງ​ ກອງ​ປະຊຸມ​ສະພາປຶກ​ສາ​ການ​ເມືອງ​​ປະຊາຊົນຈີນຊຶ່ງ​ໄດ້​ໄຂ​ຂຶ້ນ​ແລ້ວ​ໃນ​ວັນ​ທີ່ 3 ວັນ​ອາທິດ​ທີ່​ຜ່ານ​ມາ ທີ່​ຫໍ​ສະພາ​ປະຊາຊົນ
ຊ​: ເວົ້າ​ເຖິງ​ຜູ່ແທນ​ ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ ທີ່​​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ ທີ່​ນະຄອນຫຼວງ​ປັກ​ກິ່ງ​ເທື່ອ​ນີ້ ທົ່ວປະ​ເທດ​ຈີນ​ ມີ​ຄຸນ​ວຸດ​ຕາມ​ກົດໝາຍ​ທັງໝົດ​ 2987 ທ່ານ  
ສ:​ ຊຶ່ງ​ໃນຕອນ​ບ່າຍ​ວັນ​ທີ 25 ກຸມພາ​ທີ່​ຜ່ານ​ມາ ກອງ​ປະຊຸມ​ສາມັນ​ຂອງຄະນະ​ປະ​ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 11​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ກອງ​ປະຊຸມ​ໄດ້ສຳ​ຫຼວດ ພິຈາລະນາ​ບົດ​ລາຍ​ງານການ​ສຳ​ຫຼວດ ພິຈາລະນາຄຸນ​ວຸດຂອງ
ຜູ່ແທນ ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນສະ​ໄໝ​ທີ 12
ພ: ອີງ​ຕາມ​ກົດໝາຍ​ການ​ເລືອກ​ຕັ້ງ​ແລະ ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ, 35 ຫົວໜ່ວຍ​ການ​ເລືອກ​ຕັ້ງ, ​ເຊັ່ນ: ບັນດາ​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ, ກຳ​ແພງນະຄອນ, ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ​ເຂດ​ບໍລິຫານ​ພິ​ເສດມາ​ກາວ ແລະ​ ກອງທັບ​ປົດປ່ອຍປະ​ຊາ​ຊົນ​ຈີນ​​ໄດ້​ເລືອກ​ຕັ້ງ​ຜູ່ແທນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ12ທັງ​ໝົດ
2987ທ່ານ.​
ສ:​ ໂດຍ​ສະ​ເພາະ​​ໃນ​ກອງ​ປະຊຸມ​ນີ້ກໍ່​ແມ່ນນໍາ​ສະ​ເໜີ​ການ​ພັດທະນາ​ເສດຖະກິດ​ຕົວ​ຈິງ. ສົ່ງ​ເສີມ​ວິ​ສະຫະ​ກິດ​ຂະໜາດ​ກາງ​ ແລະ​ ຂະໜາດ​ນ້ອຍ, ກະ​ຕຸ້ນ​ການ​ບໍລິ​ໂພ​ກ
ພາຍ​ໃນ, ປັບປຸງ​ສະພາບ​ແວດ​ລ້ອມ ​ແລະ ຄຸນ​ນະພາ​ບຂອງ​ອາກາດ, ນອກ​ນັ້ນກໍ່​ມີ​ກ່ຽວ​ກັບ​ຄວາມປອດ​ໄພ​ດ້ານ​ອາຫານ ​ແລະ ຢາ. ປັບປຸງ​ລະບົບ​ການ​ເບິ່ງ​ແຍງ ປິ່ນ​ປົວ​ສຸຂະພາບ ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ລະດັບ​ທ້ອງ​ຖິ່ນ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ບໍລິຫານ​ຄຸ້ມ​ຄອງ​ສັງຄົມ, ສົ່ງ​ເສີມ​ວັດທະນະທຳ​ ແລະ​ ບັນຫາ​ອື່ນໆອີກ
ພ: ຖືກຕ້ອງ​ທີ່​ສຸດ ​ແຕ່​ຕອນ​ນີ້​ມາ​ຟັງ​ເພງ​ຈາກລາຍອີກ​ກ່ອນ ​ເພື່ອສ້າງ​ບັນຍາກາດ​ໃຫ້​ທ່ານ​ໄດ້​ມ່ວນໆ​ກັບ​ລາຍການ​ຫ້ອງ​ດົນຕຣີ 93 CRI FM 93 MHz
                 ​ໃສ່​ເພງ 3+ 4
ພ: ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ​ໄດ້ຟັງ ​ເພງ​ຈາກ​ທາງ​ລາຍການ​ ຜ່ານ​ໄປຫວັງ​ວ່າ​ຈະ​ສ້າງ​ຄວາມ​ມ່ວນ​ຊື່ນໃຫ້​ທ່ານ​ບໍ່​ຫລາຍ​ກໍ​ຄົງ​ຈະ​ໄດ້​ພໍ​ສົມຄວນ ຖືກ​ໃຈ​ ຫລື ​ບໍ່​, ກໍ​ສົ່ງ​ຂ່າວ​ຄາວ​ຫາ​ຜູ່​ດຳ​ເນີນ​ລາຍການ​ໄດ້ຫລາຍ​ຊ່ອງ​ທາງ ​ໂທຣະສັບ :0086-10-68892192 ທາງ​ຂໍ້ຄວາມສັ້ນ ຖ້າ​ທ່ານ​ໃຊ້​ຫລັກ (2) 2930 , (5) 5930, ( 7)7930,(9)9930 ຫລື​ ທາງemail: laos@cri.cn ກໍ​ໄດ້
ສ: ​ໃນ​ລາຍການ ຂອງ​ພວກ​ເຮົາ​ມື້​ນີ້​ລົມ​ກັນ​ເລື່ອງ​ ກອງ​ປະຊຸມ​ສະພາປຶກ​ສາ​ການ​ເມືອງ​​ປະຊາຊົນຈີນຊຶ່ງ​ໄດ້​ໄຂ​ຂຶ້ນ​ແລ້ວ​ໃນ​ວັນ​ທີ່ 3 ວັນ​ອາທິດ​ທີ່​ຜ່ານ​ມາ ທີ່​ຫໍ​ສະພາ​ປະຊາຊົນ
ພ : ​ແມ່ນ​ແລ້ວ​ ສະພາ​ນີ້​ຄັນ​ເອີ້ນ​ຫຍໍ້​ກໍ່​ແມ່ນ ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ. ​ເປັນ​ອົງການ​ແນວ​ໂຮມ​ຮັກ​ຊາດ ຂ​ອງປະຊາຊົນ​ຈີນ​  ເປັນ​ອົງການ​ສຳຄັນ​ໃນ​ການ
ຮ່ວມມື​ກັບ​ຫຼາຍ​ພັກ. ​ແລະ​ ການ​ປຶກສາ​ຫາລື​ກັນທາງ​ດ້ານ​ການ​ເມືອງ​ທີ່​ນຳ​ໂດຍ​ພັກ​ກອມ​ມູນິດ​ຈີນ
ສ: ຊຶ່ງ​ເປັນ​ຮູບ​ແບບ​ສຳຄັນ​ຫຼາຍ ທີ່​ສົ່ງ​ເສີມ​ປະຊາທິປະ​ໄຕ​ຂອງ​ສັງຄົມ​ນິຍົມ​ໃນ​ຊີ​ວິດ​ການ​ເມືອງ​ຂອງ​ຈີນ. ຄວາມ​ສາມັກຄີ​ແລະ​ປະຊາທິປະ​ໄຕ ​ເປັນ​ຫົວ​ຂໍ້​ສຳຄັນ​ສອງ​ອັນ​ຂອງ​ການ​ປະຊຸມ​ຂອງ​ສະພາ​ນີ້​ໃນ​ແຕ່ລະ​ປີ. ​ເພາະວ່າ​ສະພາ​ນີ້​ຈະ​ປະຊຸມ​ປີ​ລະ​ເທື່ອ ​
ພ:​ ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນຈີນ​ມີ​ອາຍຸ 5 ປີ. ພາລະ​ບົດບາດ​ຕົ້ນຕໍ​ຂອງ​ສະພາ​ນີ້​ທັງ​ຢູ່​ສູນ​ກາງ ​ແລ​ະ ທ້ອງ​ຖິ່ນ ກໍ່​ແມ່ນ​ການ​ໃຫ້​ຄຳ​ປຶກສາ​ຫາລື​ກັນ​ທາງ​ດ້ານ​ການ​ເມືອງ ຄວບ​ຄຸມ​ການ​ກວດກາ​ແບບ​ປະຊາທິປະ​ໄຕ ​ເຂົ້າຮ່ວມ​ການ​ບໍລິຫານ​ແລະ​ ຮ່ວມ​ກັນ​ປຶກສາ​ຫາລື​ບັນຫາ​ບ້ານ​ເມືອງ​
ສ: ​ເຈົ້າ​ແມ່ນ​ແລ້ວ ການ​ປຶກສາ​ຫາລື​ກັນ​ທາງ​ດ້ານ​ການ​ເມືອງ ​ແມ່ນ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຫຼັກ​ນະ​ໂຍບາຍ​ສຳຄັນ​ຕ່າງໆ​ຂອງ​ລັດ​ຖະບານ​ກໍ່​ຄື​ທ້ອງ​ຖິ່ນ.ຈົນ​ຮອດ​ບັນຫາ​ສຳຄັນ​ທາງ​ດ້ານ​​ ການ​ເມືອງ ເສດ​ຖະກິດ ວັດທະນະທຳ ​ແລະ​ ຊີວິດ​ທາງ​ສັງຄົມ​ກ່ອນ​ຈະ​ວາງ​ນະ​ໂຍບາຍ
ພ:​ ພ້ອມທັງ ປຶກ​ສາ​ກັນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ໃນ​ຂະ​ບວນການວາງ​ນະ​ໂຍບາຍ​ແລະ​ປະຕິບັດ​ຕາມ​ນະ​ໂຍບາຍ, ສະພາ​ລະດັບ​ທ້ອງຖິ່ນ​ຈະ​ຮິບ​ໂຮມ​ຂໍ້​ສະ​ເໜີ ຄວາມ​ມູ່ງ​ມາດ​ປະ​ຖາ​ໜາ​ຂອງ​ປະຊາຊົນ​ໃນ​ແຕ່ລະ​ເຂດ​ແຂວງ ​ແລະ​ ປະຊຸມ​ກັນ​ເພື່ອຄັດ​ໂຕ​ໃດ​ສຳຄັນ​ກ່ອນ ສຳຄັນ​ລຸນ ​ແລ້ວ​ກໍ່​ນຳ​ມາສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ທີ່​ປັກ​ກິ່ງ
ສ: ​ນີ້​ກໍ່​ແມ່ນ​ຂັ້ນຕອນ​ວິ​ທີ​ການ​ເຮັດ​ວຽກ​ຂອງ​ສະພາ​ປຶ​ກສາ​ການ​ເມືອງ​​ປະຊາຊົນຈີນ ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ​ວ່າການ​ມີ​ສ່ວນ​ຮ່ວມ​ຄວບ​ຄຸມກວດກາ ​ແບບ​ປະຊາທິ​ປະ​ໄຕ​ຂອງ​ສະພາ​ນີ້​ແມ່ນ​ເພິ່ນ​ເຮັດ​ແນວ​​ໃດ                 ​ໃສ່​ເພງ 5 + 6
ພ: ທ່ານ​ ກໍ​ໄດ້​ມ່ວນໆ​ກັບ​ຜົນງານ​ເພງ​  ຈາກ​ທາງ​ລາຍການ​ຜ່ານ​​ໄປ​ອີກ​ແລ້ວ ມາ​
ລົມ​ກັນ​ຕໍ່ ກ່ຽວ​ກັບ​ເລື່ອງ​ກອງ​ປະຊຸມ​ສະພາປຶກ​ສາ​ການ​ເມືອງ​​ປະຊາຊົນຈີນຊຶ່ງ​ໄດ້​ໄຂ​ຂຶ້ນ​ແລ້ວ​ໃນ​ວັນ​ທີ່ 3 ວັນ​ອາທິດ​ທີ່​ຜ່ານ​ມາ ທີ່​ຫໍ​ສະພາ​ປະຊາຊົນ
ສ: ເວົ້າ​ເຖິງ​ບົດບາດ​ ໃນ​ການ​ຊ່ວຍ​ຄວບ​ຄຸມກວດກາ​ແບບ​ປະຊາ​ທິປະ​ໄຕ​ຂອງ​ສະພາ​ທີ່​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ນີ້ໝາຍ​ເຖິງ​ດຳ​ເນີນ​ການ​ຄວບ​ຄູ​ມກວດກາ​ຕໍ່​ການ​ປະຕິບັດ​ຕາມ​ລັດ​ຖະທຳ​ມະນູນ ກົດໝາຍ ຂໍ້​ກຳນົດ​ລະບຽບ ມະຕິ​ຄຳ​ສັ່ງ​ຕ່າງໆ
ພ:​ ການ​ປະຕິ​ບັດ​ຕາມ​ຫຼັກ​ນະ​​ໂຍບາຍ​ອັນ​ສຳຄັນ ​ແລະ ກວດກາ​ວຽກ​ງານ​ຂອງ​ໜ່ວຍ​ງານ ລັດຖະບານ​ ແລະ ​​ເຈົ້າໜ້າ​ທີ່​ໃນ​ໜ່ວຍ​ງານ​ລັດຖະບານ ​ໂດຍ​ຜ່ານ​ການສະ​ເໜີ​ຂໍ້​ສະ​ເໜີ ​ແລະ​ ຄຳວິຈານ​ຕ່າງໆ​
ສ:​ ສຳລັບ​ການ​ເຂົ້າຮ່ວມ​ບໍລິຫານ​ ແລະ ຮ່ວມ​ກັນ​ປຶກສາ​ຫາລື​ ບັນຫາ​ບ້ານ​ເມືອງ​ກໍ່​ໝາຍ​ເຖິງ​ການ​ດຳ​ເນີນ​ການ​ສຳ​ຫຼວດການ​ສຶກສາ, ລາຍ​ງານ​ສະພາບ​ທາງ​ສັງຄົມ ​ແລະ ຄວາມ​ມຸ່ງ​ມ​າ​ດປາຖະໜາ​ຂອງ​ປະຊາຊົນ
ພ: ​ແລ້ວ​ນຳເອົາ​ມາ​ປຶກສາ​ຫາລື ລວມທັງ​ການ​ຊີ້​ແຈງ​ອະທິບາຍ​ຕໍ່​ບັນຫາ​ສຳຄັນ ທາງ​ການ​ເມືອງ ​ເສດ​ຖະກິດ ສັງຄົມ ຕະຫຼອດ​ຈົນ​ເຖິງ​ບັນຫາ​ທີ່​ປະຊາຊົນ​ສ່ວນ​ໃຫຍ່​ໃຫ້ຄວາມ​ສົນ​ໃຈ ​ເພື່ອ​ສະ​ເໜີ​ຄຳ​ຄິດ​ເຫັນ​ຕໍ່​ພັກ​ກອມ​ມູນິດຈີນ ​ແລະ ລັດ​ຖະບານ​ຈີນ ດ້ວຍ​ວິທີ​ຍື່ນ​ລາຍ​ງານ​ຜົນສຳ​ຫຼວດສຶກສາ ​ເປັນ​ຍັດຕິ​ ແລະ ​ວິທີ​ອື່ນໆ
ສ: ໃນ​ເດືອນ​ກັນຍາ 1949 ການ​ປະຊຸມ​ເຕັມ​ຄະນະ​ຄັ້ງທຳ​ອິດ​ຂອງ​ສະພາ​ນີ້​ໄດ້​ໃຊ້​ສິດ​ ແລະ​ ອຳ​ນາດແທນ​ການ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດປະກາດ​ສະຖາປະ
ນາ​ ສາທາລະນະ​ລັດ​ປະຊາຊົນ​ຈີນຂື້ນ ​ໂດຍ​ໃນ​ນາມ​ຂອງ​ຄວາມ​ມຸ່ງ​ມາດ​ປາ​ຖາ​ໜາ​ຂອງ​ປະຊາຊົນ​ຈີນ​ໃນ​ທົ່ວ​ປະ​ເທດ
ພ: ຫຼັງ​ຈາກ​ມີ​ການ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຂອງ​ຈີນຄັ້ງທຳ​ອິດ ​ໃນ​ປີ 1949​ ແລ້ວ, ກອງ​ປະຊຸມ​ສະພາ​ທີ່​ປຶ​ກສາ​ການ​ເມືອງ​​ປະຊາຊົນ​ຈີນ ກໍ່​ບໍ່​ໄດ້​ໃຊ້​ສິດ​ແລະ​ ອຳນາດ​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ອີກ. ​ແຕ່​ຍັງ​ຄົງ​ຕົວ​ຢູ່​ຕໍ່​ໄປ ​ໃນ​ຖານະ​ທີ່​ເປັນ​ອົງການ​ແນ​ວ​ໂຮມ​ຮັກ​ຊາດ ທີ່​ກ້ວາງ​ຂວາງ​ຂອງ​ຈີນ. ມາ​ປ່ຽນ​ບັນຍາກາດ​ຟັງ​ເພງ​ກ່ອນ ຈາກ​ນັ້ນ ຈຶ່ງ​ມາ​ພົບ​ກັບ​ຜູ່​ດຳ​ເນີນ​ລາຍການ​ທັງ​ສອງ​ອີກ​ໃນ​ໄລຍະ​ຕໍ່​ໄປ
                 ​ໃສ່​ເພງ  7 + 8
ພ: ຟັງ​ເພງ​ຈາກ​ລາຍການ​ຜ່ານ​ໄປ ມາ​ເຂົ້າ​ສູ່​ບັນຍາກາດຂອງລາຍການຫ້ອງ​ດົນ
ຕຣີ 93 ທາງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ FM 93 Mhz ບາດ​ນີ້​ມາ​ລົມ​ກັນ​ເລື່ອງ
ບົດບາດ​ຂ​ອງສະພາ​ປຶກສາ​ການ​ເມືອງ​​ປະຊາຊົນ​ຈີນ​ປະຈຸ​ບັນ​ນີ້​ກ້ວາງ​ຂວາງ​ຊ່ຳ​ໃດ
ສ: ເວົ້າ​ເຖິງ​ບົດບາດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ປະ​ຈຸ​ບັນ​ນີ້​ແລ້ວກໍ່​ຖື​ວ່າ​
ກ້ວາງ​ຂວາງ​ແລະ​ສຳຄັນ​ຫຼາຍ ​ເຮັດ​ວຽກ​ໜັກ​ຫຼາຍ​ໃນ​ທາງ​ຊີວິດ​ການ​ເມືອງຊ່ວຍພັກ
ຊ່ວຍ​ລັດຖະບານ​ຈີນ ທາງ​ສັງຄົມ​ຍິ່ງ​ໃກ້​ຊິດ​ກັບ​ປະຊາຊົນ​ຂົງ​ເຂດ​ຕ່າງໆ ​ແລ້ວ​ກໍ່​ຍັງ
​ພົວພັນ​ກັບ​ອົງການ​ຕ່າງປະ​ເທດ ທີ່​ມີ​ບົດບາດ​ໃກ້​ຄຽງ​ກັນ​ອີກ​​
ພ: ຮອດ​ເດືອນ ມີນາ 2004 ສະພາ​ປຶກສາ​ການ​ເມືອງ​ຂອງ​ຈີນ ​ໄດ້​ສ້າງ​ຄວາມ​ສຳພັນ​ກັບ 170 ອົງການ ​ໃນ 101 ປະ​ເທດ​ທົ່ວ​ໂລກ ຕະຫຼອດ​ຮອດ​ອົງການ​ຈັດຕັ້ງສາກົນ ຫຼື ອົງການ​ພາກ​ພື້ນ 8 ອົງການ ​ໂດຍ​ມີ​ການ​ໄປມາຫາສູ່​ແລກ​ປ່ຽນ​ບົດຮຽນ​ນຳ​ກັນ​ເລື້ອຍໆ!
ສ: ຖື​ວ່າ​ ສະພາ​ປຶ​ກສາ​ການ​ເມືອງ​ຈີນ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ປະກອບສ່ວນ​ພັດທະນາ​ຊາດ ​ເພາະວ່າ​ຜູ່​ແທນ​ກໍ່​ຄື​ເວົ້າຫັ້ນລະ​ວ່າ ມາ​ຈາກ​ທຸກຂະ​ແໜງ​ການ ທຸກ​ທ້​ອງຖິ່ນ ທຸ​ກສາຂາ​ອາຊີບ ທຸກ​ເພດ​ທຸກ​ໄວ ທຸກ​ຊົນ​ເຜົ່າ ​ເພື່ອ​ເຮັດ​ໃຫ້​ກວມ​ໝົດ​ທຸກຂະ​ແໜງ​ການ​ທ້ອງ​ຖິ່ນ​ອີ່ຫຼີ, ດາລາ ຫຼື ນັກ​ກິລາ​ດັງໆ​ຂອງ​ຈີນ​ກໍ່​ເປັນ​ສະມາຊິກ​ຂອງ​ສະພາ​ນີ້​ຫຼາຍ​ສົມຄວນ
ຊ: ສະພາ​ປຶກ​ສາ​ການ​ເມືອງ​ ​ປະຊາຊົນ​ຈີນ​ມີ​ອາຍຸ 5 ປີ. ພາລະ​ບົດບາດ​ຕົ້ນຕໍ​ຂອງ​ສະພາ​ນີ້​ທັງ​ຢູ່​ສູນ​ກາງ​ແລ​ະທ້ອງ​ຖິ່ນ ກໍ່​ແມ່ນ​ການ​ໃຫ້​ຄຳ​ປຶກສາ​ຫາລື​ກັນ​ທາງ​ດ້ານ​ການ​ເມືອງ ຄວບ​ຄຸມ​ການ​ກວດກາ​ແບບ​ປະຊາທິປະ​ໄຕ ​ເຂົ້າຮ່ວມ​ການ​ບໍລິຫານ​ແລະ​ ຮ່ວມ​ກັນ​ປຶກສາ​ຫາລື​ບັນຫາ​ບ້ານ​ເມືອງ
ສ: ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ​ນີ້​ ກໍ​ແມ່ນ​ເລື່ອງ​ບັນຫາ​ສຳຄັນ​ທາງ​ດ້ານ​ການ​ເມືອງ​ຂອງ​ຈີນ  ທີ່​ທາງ​ລາຍການ​ພວກ​ເຮົາ​ນຳ​ມາ​ລົມ​ ມາ​ສົນທະນາ​ກັນ​ໃນ​ລາຍການ​ຫ້ອງ​ດົນ
ຕຣີ 93 ທາງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫລື CRI 93 MHz​ ໃນ​ມື້​ນີ້
ພ: ຂໍຂອບ​ໃຈ​ທ່ານ​ຜູ່​ຟັງ​ທຸກໆ​ທ່ານ​ທີ່​ໄດ້​ໃຫ້​ກຽດ​ຕິດຕາມ​ຮັບ​ຟັງ​ມາ​ໂດຽຕະຫລອດ​ ທ່ານຜູ່​ຟັງ​ທີ່​ຮັກ​ແພງ​ມາ​ຮອດ​ນີ້​ເວລາ​ໃນ​ລາຍການ​ກໍ​ໄກ້​ຈະ​ໝົດ​​ແລ້ວ ຂໍ​ໃຫ້​ທຸກ​ທ່ານ​ມີ​ແຕ່​ຄວາມສຸກ​ຄວາມ​ສະບາຍ​ທຸກ​ທົ່ວ​ໜ້າ ພ້ອມ​ສຽງ​ເພງ​ສຸດ​ທ້າຍ ມື້​ນີ້ຜູ່​ດຳ​ເນີນ​ລາຍການທັງ​ສອງສົມບັດ ​ແລະ​ ສົມ​ແພງລາ​ທ່ານໄປ​ພຽງ​ແຕ່​ເທົ່າ​ນີ້ ມື້​ໜ້າ​ພົບ​ກັນ​ໃໝ່ທີ່​ເກົ່າ​ເວລາ​ເດີມ ສຳ​ຫລັບ​ມື້​ນີ້  ສະບາຍດີ                 ​                   ໃສ່​ເພງ 9 + 10