ຫ້ອງ​ດົນຕີ 93 ສະພາບ​ເສດຖະກິດ​ໂດຍ​ສັງ​ເຂ​ບໂຄງ​ປະກອບ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ ອົງ​ປະກອບຂອງ​ລະບອບ​ກຳມະສິດຈີນ

(GMT+08:00) 2013-03-14 16:41:49     cri








 
ສ:​ເສີມ​ຂະຫຍາຍ​ ລະ​ລອບ​ປະຊາທິປະ​ໄຕ​ປະຊາຊົນ​ ພາຍ​ໄຕ້​ການ​ນຳພາ​ຂອງ​ພັກ​ແມ່ນ​ເສັ້ນທາງ​ກ້າວ​ສູ່​ສັງຄົມ​ນິຍົມ ສະບາຍດີ​ທ່ານ​ຜູ້​ຟັງທີ່​ຮັກ​ແພງ ​ແລະ ຄິດ​ຮອດ​ຄິດ​ເຖິງ​ທຸກໆ​ທ່ານ ສະບາຍດີ ​​ສົມ​ແພງ
ພ: ສະບາຍດີ ສົມບັດ ສະບາຍດີ​ທ່ານ​ຜູ່​ຟັງ ​ທີ່​ຄິດ​ເຖິງ​ທຸກໆ​ທ່ານ ​ເຊັ່ນ​ດຽວ​ກັນ ມາ​ຮອດ​ເລ​ລາ​ນີ້​ ​ ກໍ​ມາ​ພົບ​ກັບ​ຜູ່​ດຳ​ເນີນ​ລາຍການ​ທັງ 2 ສົມບັດ ​ແລະ ​ສົມ​ແພງ​ ໃນ​ລາຍການ​ຫ້ອງ​ດົນຕຣີ 93 ຄື້ນສຽງ ຄື້ນ​ໃຈ CRI FM 93 Mhz
ສ: ແມ່ນ​ແລ້ວ ມາ​ພົບ​ກັນ​ມື້​ນີ້​ກໍ​ຢູ່​ໃນ​ ບັນຍາກາດ​ຂອງ​ການ​ສ້າງ​ຜົນງານ​ເພື່ອວັນ​ສຳຄັນ​ຂອງ​ຊາດ ກໍ​ຄື​ເຫ​ດການ​ສຳຄັນ​ທາງ​ດ້ານ ການ​ເມືອງ​ຂອງ​ສອງ​ປະ​ເທດ ບໍ່​ວ່າ​ຈີນ​ກໍ​ຄື​ລາວ​ເຮົາ​ເອງ ວັນ​ທີ່ 8 ມີນາ​ ວັນ​ແມ່ຍິງ​ສາກົນ
ພ: ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວວັນ​ທີ 22​ ມີນາ​ຄົບ​ຮອບ 58 ປີ ຊຶ່ງ​ເປັນ​ຂີດ​ໝາຍ​ປະຫວັດສາດ​ຊາດ​ລາວ ທີ່​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນພັກ​ ຂອງ​ຊົນ​ຊັ້ນ​ກຳມະ​ຊີບ
ເພື່ອ​ນຳພາ​ປວງ​ຊົນ​ລາວ​ທັງ​ຊາດ ລຸກ​ຂຶ້ນ​ຕໍ່​ສູ້ ຍາດ​ເອົາ ​ເອກະລາດ ປະຊາທິປະ​ໄຕ​ມາ​​ໃຫ້​ປວງ​ຊົນ​ທັງ​ຊາດ
ສ: ສວ່ນຢູ່​ຈີນ ກໍ​ແມ່ນ​ຢູ່​ໃນ​ໄລຍະ​ການ​ດຳ​ເນີນ​ ກອງ​ປະຊຸມ​ຜູ່​ແທນ​ປະຊາຊົນ​ແຫ່ງ
ຊາດ​ຈີນດັ່ງ​ນັ້ນ​ໃນ​ລາຍການ​ມື້​ນີ້ກໍ​ຈະ​ໄດ້​ນຳ​ສະ​ເໜີ​ເລື່ອງ​ ກ່ຽວ​ກັບ​ສະພາບ​ເສດຖະ
ກິດ​ໂດຍ​ສັງ​ເຂ​ບ ໂຄງ​ປະກອບ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ ອົງ​ປະກອບຂອງ​
ລະບອບ​ກຳມະສິດຈີນ ຟັງ​ເພງ​ກ່ອນ ຈາກ​ນັ້ນ​ຈຶ່ງ​ມາ​ລົມ​ກັນ ກ່ຽວ​ກັບ​ເລື່ອງ​ນີ້
              ​ໃສ່​ເພງ 1 + 2
ພ: ດັ່ງ​ທີ່​ໄດ້​ສະ​ເໜີ​ໃນ​ຕອນ​ຕົ້ນ​ລາຍການ​ແລ້ວ​ວ່າ​ຈະ​ລົມ​ກັນ​ເລື່ອງ​ສະພາບ​ເສດຖະ
ກິດ​ໂດຍ​ສັງ​ເຂ​ບ ໂຄງປະກອບເສດຖະກິດ​ຕະຫຼາດສັງຄົມ​ນິຍົມ ອົງ​ປະກອບຂອງ
ລະບອບ​ກຳມະສິດຈີນ
ສ:​ແມ່ນ​ແລ້ວ​ ມາ​ເວົ້າ​ກ່ຽວ​ກັບ​ເສ​ດຖະກິດ​ໂດຽສັງ​ເຂ​ບກ່ອນ ຫຼັງຈາກ​ສະຖາປະນາ​ປະ​ເທດ​ຈີນ​ໃໝ່​ເມື່ອ​ປີ 1949​ ​ເປັນຕົ້ນມາ,​ເສດຖະກິດ​ຂອງ​ຈີນ​ໄດ້​ພັດທະນາ​ຂ້ອນ​ຂ້າງ​ໄວ. ​ໂດຍ​ສະ​ເພາະ​ແມ່ນ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເມື່ອ​ປີ 1978 ​ເປັນຕົ້ນມາ,​ເສດຖະກິດ​ຈີນ​ໄດ້​ພັດທະນາ​ໄປ​ໜ້າ​ຢ່າງ​ຕໍ່ເນື່ອງ​ແລະ​ປອດ​ໄສ​ດ້ວຍ​ຈັງຫວະ 9% ທີ່​ສະ​ເລ່ຍຕໍ່​ປີ
ພ: ປີ 2003 ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຂອງ​ຈີນ​ໄດ້​ບັນລຸ 1400 ຕື້​ໂດ​ລາ​ສະຫະລັດ,ຍອດ​ປະລິມານ​ເສດຖະກິດ​ແມ່ນ​ຖັດຈາກ​ອາ​ເມ​ລິ​ກາ,ຍີ່​ປຸ່ນ,​ ເຢຍລະ​ມັນ,ອັງກິດ ​ແລະ ​ຝຣັ່ງ,​ເປັນ​ທີ 6 ​ໃນ​ໂລກ. ນັບ​ມາ​ຮອດ​ທ້າຍ​ປີ 2003 ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ທີ່​ສະ​ເລ່ຍ​ໃສ່ຫົວ​ຄົນ​ຂອງ​ຈີນ​ໄດ້​ລື່ນ​ກາຍ 1000 ​ໂດ​ລາ​ສະຫະລັດ.
ສ: ປັດຈຸບັນ,ສະຖານະ​ການ​ລົງ​ທຶນ​ ແລະ​ບໍລິ​ໂພ​ກຢູ່​ພາຍ​ໃນ​ປະ​ເທດ​ຂອງ​ຈີນ​ລ້ວນ​ແຕ່​ຢູ່​ໃນ​ຂັ້ນດີ. ປີ 2003 ການ​ລົງທຶນ​ຊັບ​ສິນ​ຄົງ​ທີ່​ໃນ​ທົ່ວ​ສັງຄົມ​ຈີນ 5500 ກວ່າ​ຕື້​ໂດ​ລາ​ສະຫະລັດ; ຍອດ​ມູນ​ຄ່າ​ສິ່ງ​ບໍລິ​ໂພ​ກ​ຂາຍຍ່ອຍ​ໃນ​ທົ່ວ​ສັງຄົມ​ເກືອບ 4600 ຕື້​ໂດ​ລາ​ສະຫະລັດ ​
ພ: ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ 850 ກວ່າ​ຕື້​ໂດ​ລາ​ສະຫະລັດ,​ ໄດ້​ລື່ນ​ກາຍ​ອັງກິດ​ແລະ​ ຝຣັ່ງ, ພຽງ​ແຕ່​ຖັດຈາກ​ອາ​ເມ​ລິ​ກາ,​ເຢຍລະ​ມັນ​ແລະ​ຍີ່​ປຸ່ນ,​ເປັນ​ທີ 4 ​ໃນ​ໂລກ. ​ນັບ​ມາ​ຮອດ​ທ້າຍ​ປີ 2003 ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ລື່ນ​ກາຍ 400 ຕື້​ໂດ​ລາ​ສະຫະລັດ,ພຽງ​ແຕ່​ຖັດຈາກ​ຍີ່​ປຸ່ນ​ ແລະ ເປັນ​ທີ​ສອງ​ໃນ​ໂລກ.​.
                ໃສ່​ເພງ 3+ 4
ພ: ເມື່ອ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ສ້າງສາ​ໃຫ້​ທັນ​ສະ​ໄໝ​ເປັນ​ເວລາ 20 ກວ່າ​ປີ,ຈີນ​ໄດ້​ສຳ​ເລັດ​ການ​ຫັນປ່ຽນ​ຈາກ​ເສດຖະກິດ​ແຜນການ​ໄປ​ສູ່​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ​ໃນ​ຂັ້ນພື້ນຖານ,​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດ
ສັງຄົມ​ນິຍົມ​ໄດ້​ຄ່ອຍໆ​ສ້າງຕັ້ງຂຶ້ນ​ ແລະ ​ປົວ​ແປງ​ໃຫ້​ດີ​ຂຶ້ນ.
ສ: ສົມ​ຄູ່​ກັບ​ເລື່ອງ​ນີ້,  ກົດໝາຍ​ກົດ​ບັນຍັດ​ຂອງ​ຈີນ​ກໍ​ໄດ້​ບູລະນະ​ ໃຫ້​ສົມບູນ​ຂຶ້ນ
ເລື້ອຍໆ, ລະດັບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຕະຫຼາດ ກໍ​ໄດ້​ກວ້າງອອກເລື້ອຍໆ, ສະ
ພາບ​ແວດ​ລ້ອມ​ລົງທຶນ​ໄດ້​ປົວ​ແປງ​ໃຫ້​ດີ​ຂຶ້ນຢ່າງ​ບໍ່​ຂາດ​ສາຍ,ການ​ປະຕິ​ຮູບ​ໂຄງ​ປະ
ກອບ​ການ​ທະນາຄານ​​ໄດ້​ດຳ​ເນີນ​ຢ່າງ​ໝັ້ນທ່ຽງ
ພ: ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ໄດ້​ສະໜອງ​ສິ່ງ​ຄ້ຳປະກັນ​ທີ່​ໄວ້​ໃຈ​ໄດ້​ໃຫ້​​ແກ່​ເສດຖະກິດ​ຈີນ​ສືບ​ຕໍ່​ພັດທະນາ​ໄປ​ໜ້າ.ຫຼັງຈາກ​ເຂົ້າສູ່​ສະຕະວັດ​ໃໝ່​ແລ້ວ,ຈີນ​ໄດ້​ສະ​ເໜີ​ທັດສະ
ນະ​ຄະຕິ​ຕື່ມ​​ທີ່​ວ່າມະນຸດ​ກັບ​ທຳ​ມະ​ຊາດ,ມະນຸດ​ກັບ​ສັງຄົມ,ຕົວ​ເມືອງ​ກັບ​ຊົນນະບົດ
ສ: ພາກ​ຕາ​ເວັນ​ອອກ​ ກັບ​ ພາກ​ຕາ​ເວັນ​ຕົກ ເສດຖະກິດ​ກັບ​ສັງຄົມ​ພັດທະນາຢ່າງ
ຮອບດ້ານ​ ແລະ ​ກົມກຽວ​ກັນ ປີ 2002 ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 16 ​ໄດ້​ສະ​ເໜີ​​ເປົ້າໝາຍ​ສູ້​ຊົນ ຮອດ​ປີ 2020 ຈະ​ສ້າງສັງຄົມ​ເຫຼືອຢູ່​ເຫຼືອກິນ​ຢ່າງຮອບດ້ານ.
ພ: ມາ​ຟັງ​ເພງ​ຕື່ມ​ອີກຈາກ​ທາງ​ລາຍການ ​ເພື່ອ​ເປັນ​ການ​ສ້າງ​ບັນຍາກາດ​​ໃຫ້​ໄດ້​ມ່ວນຊື່ນ​ກັນ​ກ່ອນ​ເນາະ ຈາກ​ນັ້ນ​ຈຶ່ງ​ມາ​ພົບ​ກັບ ຜູ່​ດຳ​ເນີນ​ລາຍການ​ໃນ​ໄລຍະ​ຕໍ່​ໄປ
                 ​ໃສ່​ເພງ 5 + 6
ພ: ທ່ານ​ຜູ່​ຟັງ​ ກໍ​ໄດ້​ຟັງ​ເພງ​ ຈາກ​ທາງ​ລາຍການ​ຜ່ານ​​ໄປ​ອີກ​ແລ້ວ  ມາ​ລົມ​ກັນ​ຕໍ່​ກ່ຽວ​ກັບ​ເລື່ອງ​ ໂຄງປະກອບເສດຖະກິດ​ຕະຫຼາດສັງຄົມ​ນິຍົມ  ໃນ 30 ປີ​ຕົ້ນຂອງ​ປະ​ເທດ​ຈີນ​ໃໝ່, ລັດຖະບານ​ຈີນ​ໄດ້​ປະຕິບັດ​ໂຄງ​ປະກອບ​ເສດຖະກິດ​ແຜນການ​ໂດຍ​ຕະຫຼອດ,​ໃຫ້​ອົງການ​ຈຳ​ເພາະ​ຂອງ​ລັດ​ວາງ​ແຜນ​ ແລະ​ ຈັດ​ວາງ​ເປົ້າໝາຍ​ພັດ
ທະນາ​ທຸກ​ຂົງ​ເຂດ​ເສດຖະກິດ. ​
ສ: ​ໂຄງ​ປະກອບ​ແນວ​ນີ້​ເຮັດ​ໃຫ້​ເສດຖະກິດ​ຈີນ​ສາມາດ​ພັດທະນາ​ຢ່າງ​ມີ​ແຜນການ​ແລະ​ມີ​ເປົ້າໝາຍ​ຢ່າງ​ໜັກແໜ້ນ,​ ແຕ່​ກໍ​ໄດ້​ຜູກ​ມັດ​ພະລັງ​ຊີວິດ​ຂອງ​ຕົນ​ ແລະ​ຄວາມ​ໄວ​ພັດທະນາ​ຢ່າງ​ໜັກໜ່ວງ.
ພ: ໃນ​ທ້າຍ​ຊຸມ​ປີ 70 ສະຕະວັດ​ທີ່​ແລ້ວ,ຈີນ​ເລີ່​ມປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ແຜນການ. ປີ 1978 ຈີນ​ໄດ້​ປະຕິບັດ​ລະບອບ​ຮັບຜິດຊອບ​ທີ່​ເອົາ​ຄອບຄົວ​ຮັບ​ເໝົາ​ເປັນຕົ້ນຕໍ​ຢູ່​ເຂດ​ຊົນນະບົດ; ປີ 1984 ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ໄດ້​ຈາກ​ຊົນນະ​ບົດ​ຍ້າຍ​ໄປ​ສູ່​ຕົວ​ເມືອງ;
ສ :ປີ 1992ຈີນ​ໄດ້​ກຳນົດ​ທິດ​ປະຕິ​ຮູບ​ທີ່​ສ້າງ​ ໂຄງ​ປະກອບ​ເສດຖະກິດ​ຕະຫຼາດສັງ
ຄົມ​ນິຍົມ. ເດືອນ​ຕຸລາ​ປີ2003ຈີນ​ໄດ້​ກຳນົດ​​ເປົ້າໝາຍ​ແລະ​ໜ້າ​ທີ່​ຂອງ​ການ​ບູລະນະ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ​ຕື່ມ​ອີກ
ພ: ນັ້ນກໍ​ຄື: ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ພັດທະນາ​ຕົວ​ເມືອງ​ກັບ​ຊົນນະບົດ​, ພັດທະນາ​ເຂດ​, ພັດທະນາ ​ເສດຖະກິດ​ສັງຄົມ​, ພັດທະນາ​ມະນຸດກັບ​ທຳ​ມະ​ຊາດ​ເປັນ​ເອກະ​ພາບ​ກົມກຽວ​ກັນ,​ ​ເຮັດ​ໃຫ້ກາ​ນພັດທະນາ​ພາຍ​ໃນປະ​ເທດ​ ກັບ​ການ​ໄຂ
ປະຕູ​ສູ່​ພາຍ​ນອກ​ເປັນ​ເອກະ​ພາບ​ກົມກຽວ​ກັນ,​
ສ: ເສີມ​ຂະຫຍາຍ​ບົດບາດ​ພື້ນຖານ​ຂອງ​ຕະຫຼາດ​ໃນ​ການຈັດ​ສັນ​ຊັບພະຍາກອນ​​ໃຫ້ຫຼາຍກວ່າ​ເກົ່າ,​ ເພີ່ມ​ທະວີ​ພະລັງ​ຊີວິດ​ແລະ​ກຳລັງ​ແກ່ງ​ແຍ່ງ​ຂອງ​ວິ​ສາ​ຫະກິດ,ບູ
ລະນະ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ​ຂອງ​ລັດ, ບູລະນະ​ພາລະ​ບົດບາດ ຂອງອົງ
ການ​ປົກຄອງ​ ໃນ​ການ​ຄຸ້ມ​ຄອງ​ສັງຄົມ​ແລະ​ບໍລິການ​ສາທາລະນະ,​ ໃຫ້ການ​ຄ້ຳປະ
ກັນ​ດ້ານ​ໂຄງ​ປະກອບ​ໃຫ້​ແກ່​ການ​ສ້າງ​ສັງຄົມ​ເຫຼືອຢູ່​ເຫຼືອກິນ​ຢ່າງຮອບດ້ານ
ພ: ໜ້າ​ທີ່​ຕົ້ນຕໍ​ແມ່ນ: ບູລະນະລະບອບ​​ເສດຖະກິດ​ພື້ນຖານ​ທີ່​ຖື​ລະບອບ​ກຳມະສິດ​ສ່ວນ​ລວມ​ເປັນຫຼັກ,​ ເສດຖະກິດ​ລະບອບ​ກຳມະສິດຫຼາຍຢ່າງ​ພັດທະນາ​ພ້ອມ​ກັນ; ສ້າງ​​ໂຄງ​ປະກອບ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປ່ຽນ​ແປງ​ອົງ​ປະກອບ​ເສດຖະກິດ​ສອງ​ຕົວ​ເມືອງ​ຊົນນະ​ບົດ​ເປັນ​ກ້າວໆ;ກໍ່​ຕົວ​ເປັນກົນ​ໄກ​ທີ່​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​ຢ່າງ​ກົມກຽວ​ກັນ
                 ​ໃສ່​ເພງ  7 + 8
ພ: ສ້າງສາ​ລະບົບຕະຫຼາດທັນ​ສ​ະ​ໄໝ​ທີ່​ເປັນ​ເອກະ​ພາບ​ກັນ,​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ແລະ​ແກ່ງ​ແຍ່ງ​ກັນ​ຢ່າງ​ມີ​ລະບຽບ; ບູລະນະ​ລະບົບ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ,​ໂຄງ​ປະກອບ​ຄຸ້ມ​ຄອງ​ທາງ​ບໍລິຫານ ​ແລະ​ລະບອບ​ກົດໝາຍ​ເສດຖະກິດ; ບູລະນະ​ລະບອບ​ປະກອບ​ອາຊີບ, ການ​ແບ່ງ​ປັນ​ລາຍ​ໄດ້ ​ແລະ​ປະກັນ​ສັງຄົມ;
ສ: ສ້າງ​ກົນ​ໄກ​ທີ່​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ຕໍ່ເນື່ອງ​ໄດ້.ຕາມ​ແຜນ
ການ​ທີ່​ກຳນົດ​ໄວ້,​ ເມື່ອ​ຮອດ​ປີ 2010 ຈີນ​ຈະ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດ
ສັງຄົມ​ນິຍົມ​ທີ່​ອ່າວ​ຄົບ​ຖ້ວນ​ບໍລິບູນ;​ ເມື່ອ​ຮອດ​ປີ 2020 ຈະ​ສ້າງ​ໂຄງ​ປະກອບ​ເສດ
ຖະກິດ​ຕະຫຼາດສັງຄົມ​ນິຍົມ​ທີ່​ຂ້ອນ​ຂ້າງ​ສຸກ​ງອມ.
ພ: ນັ້ນ​ກໍ​ແມ່ນ​ ໂຄງປະກອບເສດຖະກິດ​ຕະຫຼາດສັງຄົມ​ນິຍົມຈີນ  ບາດ​ນີ້​ມາຮູ້ຈັກ
ກັບ ອົງ​ປະກອບຂອງ​ລະບອບ​ກຳມະສິດ ຕາມ​ລັດຖະທຳ​ມະນູ​ນ​ແຫ່ງ​ສ.ປ.ຈີນ,​ໃນ​
ສັງຄົມ​ນິຍົມ​ໄລຍະ​ຕົ້ນ, ລັດ​ຍຶດໝັ້ນ​ລະບອບ​ເສດຖະກິດ​ພື້ນຖານ ​ທີ່​ຖື​ລະບອບກຳ
ມະສິດ​ສ່ວນ​ລວມ​ເປັນ​ອັດຕະພາບ, ​ເສດຖະກິດ​ທີ່​ມີ​ຫຼາຍລະບອບ​ກຳມະສິດ​ພັດທະ
ນາ​​ໄປພ້ອມ​ກັນ
ສ:ຍຶດໝັ້ນ​ລະບອບ​ແຈກ​ຢາຍ​ ທີ່​ຖື​ການ​​ແຈກ​ຢາຍ​ຕາມ​ການ​ອອກ​ແຮງ​ງານ​ເປັນ​ອັດ
ຕະພາບ,ຫຼາຍ​ຮູບ​ການ​ແຈກ​ຢາຍ​ຄົງ​ຕົວ​ນຳ​ກັນ. ປັດຈຸ​ບັນ,​ ເສດຖະກິດລະບອບ​ກຳ
ມະສິດ​ຂອງ​ຈີນ​ຕົ້ນຕໍ​ມີ​​ເສດຖະກິດ​ແຫ່ງ​ລັດ,​ເສດຖະກິດ​ຮວມໝູ່,​ເສດຖະກິດ​ເອກະ​ຊົນ,​ເສດຖະກິດ​ສ່ວນ​ບຸກຄົນ  ​
ພ: ເສດຖະກິດ​ສຳພັນ​ທຸລະ​ກິດ,​ເສດຖະກິດ​​ຫຸ້ນ​ສ່ວນ,​ເສດຖະກິດ​ຂອງ​ທຶນນັກທຸລະ
ກິດ​ຕ່າງປະ​ເທດ​ແລະ​ເສດຖະກິດຂອງ​ທຶນ​ຊາວ​ຮົງ​ກົງ​ ມາ​ກາວ​​ ໄຕ້​ຫວັນ ." ເສດຖະ
ກິດແຫ່ງ​ລັດ​"ໝາຍ​ເຖິງ​​ເສດຖະກິດ​ທີ່ພາຫະນະການ​ຜະລິດ​ເປັນ​ຂອງລັດ."ເສດຖະ
ກິດຮວມໝູ່" ໝາຍ​ເຖິງ​ເສດຖະກິດ​ທີ່​ພາ​ຫະນະ​ການ​ຜະລິດ​ ເປັນ​ຂອງ​ຮວມໝູ່​ພົນ
ລະ​ເມືອງ.​"
ສ: ເສດຖະກິດ​ເອກະ​ຊົນ"​ ໝາຍ​ເຖິງເສດຖະກິດ​ທີ່​ພາຫະນະການ​ຜະລິດ​ເປັນ​ຂອງ​ສ່ວນ​ບຸກຄົນ​ພົນລະ​ເມືອງ​​ ໂດຍ​ຖື​ການ​ຈ້າງ​ແຮງງານເປັນ​ພື້ນຖານ.​" ເສດຖະກິດ​ສ່ວນ​ບຸກຄົນ​"ໝາຍ​ເຖິງ​ເສດຖະກິດ​ທີ່​ພາຫະນະການ​ຜະລິດ​ເປັນ​ຂອງ​ຜູ້​ອອ​ກ​ແຮງ​ງານ,​ໂດຍ​ຖື​ການ​ອອກ​ແຮງ​ງານ​ຂອງ​ສ່ວນ​ບຸກຄົນ​ເປັນ​ພື້ນຖານ
ພ: ຜູ້​ອອ​ກ​ແຮງ​ເປັນເຈົ້າ​ຂອງ​ໝາກຜົນ​ອອກ​ແຮງ​ງານ.​" ເສດຖະກິດສຳພັນ​ທຸລະ​
ກິດ​"ໝາຍ​ເຖິງ​​ເສດຖະກິດ​ທີ່​ວິ​ສາ​ຫະກິດ​ທີ່​​ເປັນ​ລະບອບ​ກຳມະສິດ​ຕ່າງ​ກັນ​ຫຼື​ວິ​ສາ​
ຫະກິດ,ຫົວ​ໜ່ວຍທຸລະກິດ​ຮ່ວມ​ກັນ​ລົງທຶນ​ປະກອບ​ເປັນ​ອົງກອນ​ເສດຖະກິດ​ໃໝ່.​​
ສ: ເສດຖະກິດ​ຫຸ້ນ​ສ່ວນ"​ໝາຍ​ເຖິງ​​ໃຫ້​ຜູ້​ຖື​ຫຸ້ນ​ຮ່ວມ​ກັນ​​ລົງທຶນ​ຕັ້ງ​ວິ​ສາ​ຫະກິດ​ດ້ວຍ​ຮູບ​ການ​ຫຸ້ນ​ສ່ວນທັງ​ໄດ້​ຈົດ​ທະ​ບຽນ." ເສດຖະກິດຂອງ​ທຶນນັກທຸລະກິດ​ຕ່າງປະ​ເທດ​"​ໝາຍ​ເຖິງ​ນັກທຸລະກິດ​ຕ່າງປະ​ເທດ​ອີງ​ຕາມ​ກົດໝາຍ,ກົດ​ບັນຍັດ​ທີ່​ກ່ຽວຂ້ອງ
ຂອງ​ຈີນ,ຕັ້ງ​ວິ​ສາ​ຫະກິ​ດຢູ່​ຈີນ​ດ້ວຍ​ຮູບ​ການ​ຮ່ວມ​ທຶນ
ພ: ຮ່ວມ​ມື​ຫຼື​ລົງທຶນ​ແຕ່​ຝ່າຍ​ດຽວ,​ການ​ລົງທຶນ​ຂອງນັກ​ທຸລະ​ກິດ​ຕ່າງປະ​ເທດ​ມີ​3ຮູບ​ການ​ຄື​ວິ​ສາ​ຫະກິດ​ຈີນ​ ຕ່າງປະ​ເທດ​ຮ່ວມກັນ​ລົງທຶນ, ວິ​ສາ​ຫະກິດ​ຈີນ​ຕ່າງປະ​ເທດ​ຮ່ວມ​ມື​ ແລະ​ ວິ​ສາ​ຫະກິດ​ທີ່ຕ່າງປະ​ເທດລົງທຶນ​ແຕ່​ຝ່າຍ​ດຽວ."​.
ສ: ເສດຖະກິດຂອງ​ທຶນຊາວ​ຮົງ​ກົງ​ ມາ​ກາວ​ ໄຕ້​ຫວັນ"​ໝາຍ​ເຖິງ​ນັກ​ທຸລະ​ກິດ​ຢູ່ເຂດ​ຮົງ​ກົງ,​ເຂດມາ​ກາວ​ ແລະ​​ ເຂດໄຕ້​ຫວັນ​ອີງ​ຕາມ​ກົດໝາຍ​ກົດ​ບັນຍັດທີ່​ກ່ຽວ​ຂ້ອງກັບ​ຕ່າງປະ​ເທດ​ ຂອງ​ສ.ປ.ຈີນ​, ຕັ້ງ​ວິ​ສາ​ຫະກິດ​ຢູ່​ແຜ່ນດິນ​​ໃຫຍ່​ດ້ວຍ​ຮູບ​ການ​ຮ່ວມ​ທຶນ, ຮ່ວມ​ມື​ ແລະ​ລົງທຶນ​ແຕ່​ຝ່າຍ​ດຽວ.​​
ພ: ເມື່ອ​ທຽບ​ກັບ​ເສດຖະກິດ​ ຂອງ​ທຶນນັກ​ທຸລະ​ກິດ​ຕ່າງປະ​ເທດ​ແລ້ວ, ເສດຖະກິດ
ຂອງທຶນ​​ຊາວຮົງ​ກົງມາ​ກາວ​ໄຕ້​ຫວັນ​ສາມາດ​ແບ່ງ​ເປັນ​ 3​ ຮູບ​ການ​ຄື, ວິ​ສາ​ຫະກິດ​ຮ່ວມ​ທຶນ, ວິ​ສາ​ຫະກິດຮ່ວມ​ມື​ ແລະ​ ວິ​ສາ​ຫະກິດ​ທຶນ​ຝ່າຍ​ດຽວ​ເຊັ່ນ​ດຽວ​ກັນ.
ສ: ລັດຖະທຳ​ມະນູນ​​ແຫ່ງ​ສ.ປ.ຈີນ​ກຳນົດ​ໄວ້​ວ່າ, ຫ້າມ​ບໍ່​ໃຫ້​ອົງການ​ຈັດ​ຕັ້ງ​ຫຼື​ສ່ວນ​ບຸກຄົນ​ໃດໆ ຍຶດ​ເອົາ​ຫຼື​ທຳລາຍ​ຊັບ​ສິນ​ຂອງ​ລັດ​ ແລະ​ ຮວມ​ໝູ່ດ້ວຍ​ພາຫະນະ​ໃດໆ
.ລັດ​ປົກ​ປັກຮັກສາສິດທິ​ ແລະ​ ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດໝາຍ​ຂອງ​ເສດຖະກິດ​ທີ່​ບໍ່​ແມ່ນລະບອບ​ກຳມະສິດ​ສ່ວນ​ລວມ​ ເຊັ່ນ​ເສດຖະກິດ​ສ່ວນ​ບຸກຄົນ,​ເສດຖະກິດເອກະ
ຊົນ​ເປັນ​ຕົ້ນ.ຫ້າມ​ບໍ່​ໃຫ້​ລ່ວງ​ລ້ຳຊັບ​ສິນ​ສ່ວນ​ຕົວ​ທີ່​ຊອບ​ກົດໝາຍ​ຂອງ​ພົນລ​ະ​ເມືອງ​.
ພ: ທ່ານຜູ່​ຟັງ​ທີ່​​ເຄົາລົບທີ່​ທ່ານ​ຟັງ​ຜ່ານ​ມາ​ນັ້ນ​ແມ່ນ ສະພາບ​ເສດຖະກິດ​ໂດຍ​ສັງ​ເຂ​ບ ໂຄງ​ປະກອບ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ ອົງ​ປະກອບຂອງ​ລະບອບ​ກຳມະສິດຈີນ ​ມາ​ຮອດ​ນີ້​ເວລາ​​ລາຍການ ຫ້ອງ​ດົນຕຣີ 93 ວິທະຍຸ​ສາກົນແຫ່ງ​ປະ
​ເທດ​ຈີນ ​ກໍ​ໄກ້​ຈະ​ໝົດ​​ແລ້ວ ​ໃຫ້ທ່ານຟັງເພງ​ຊຸດ​ສຸດ​ທ້າຍ  ຜູ່​ດຳ​ລາຍການທັງ​ສອງ
ສົມບັດ​ ແລະ ​ສົມ​ແພງລາທ່ານໄປ​ພຽງ​ເທົ່າ​ນີ້ ​    ສະບາຍດີ                 ​               ໃສ່​ເພງ 9 + 10