ຫ້ອງ​ດົນຕີ 93 ສະພາ​ຜູ່​ແທນປະຊາຊົນ​ແຫ່ງ​ຊາດ​ຈີນ​

(GMT+08:00) 2013-03-14 16:43:16     cri








ສ: ຍັງໜູ່ມຜູ້ສາວ   ຄືດອກໄມ້ບານ ຍາມຊາລາການ     ຄືດອກໄມ້ແຫ້ງຫ່ຽວ
ບໍ່ມີໃຜດອກ   ຈະເກັ່ງກ້າຜູ້ດຽວ  ຢາກມີຄົນແລຫຼຽວ ຕ້ອງເປັນເຈົ້າຕົນເອງ
​ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ​ແລະ​ຄິດ​ຮອດ​ຄິດ​ເຖິງ​ທຸກໆ​ທ່ານ  ສະບາຍດີ ວັນນີ
ວ: ສະບາຍດີ ສົມບັດ ​ແລະ ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ ​ແລະ ຄິດ​ຮອດ​ຄິດ​ເຖິງ​ທຸກໆ​ທ່ານ​ເຊັ່ນ​ດຽວ​ກັນ ມາ​ພົບ​ກັບ​ມິດ​ລາຍການ​ທ່ານ​ຜູ້​ຟັງ​ມື້​ນີ້​ ຢູ່​ໃນ​ໄລຍະ​ທີ່
ສ.ປຈີນ ກຳລັງ​ດຳ​ເນີນ​ກອງ ປະຊຸມ ​​ຜູ່​ແທນ​ ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ ຊຶ່ງ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 12 ວັນ​ເຄິ່ງ. ​
ສ: ​ແມ່ນ​ແລ້ວ ​ໃນ​ເດືອນ​ມີນາ​ນີ້ ກໍ​ເປັນ​ໄລຍະ​ທີ່​ດຳ​ເນີນ​ກອງ​ປະຊຸມ 2 ສະພາ ຄື
ກ​ອງປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ໄດ້​ໄຂ​ຂຶ້ນ​ ໃນ​ວັນ​ທີ່ 3 ມີນາ​ ​ແລະ​ ຕໍ່​ມາ​ໃນ​ວັນ​ທີ່ 5 ມີນາ ກອງປະຊຸມ​ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ​ໄດ້​ໄຂ​ຂຶ້ນ​ຫ່າງ​ກັນ​ພຽງ​ແຕ່​ວັນ​ດຽວ​
ວ: ​​ແມ່ນ​ແລ້ວ ຊຶ່ງ​ໃນ​ແຕ່ລະ​ປີ​​ໄຂ​ຂຶ້ນ​ເທື່ອ​ໜຶ່ງ ​ແລະ ກໍ​ແມ່ນ ​ໄດ້​ດຳ​ເນີນ​ຢູ່​ໃນ​ໄລຍະ​ດຽວ​ກັນ ຄື​ໃນ ວັນ​ທີ່ 3 ​ແລະ​ວັນ​ທີ່ 5 ນີ້​ເອງ​ຖືວ່າ​ສອງ​ກອງ​ປະຊຸມ​ສະພາ​ນີ້​ສຳຄັນ​ສຸດ​ດ້ານ​ວຽກ​ງານ​ລັດ ວຽກ​ງານຂອງ​ປະ​ເທດ ​ເພາະວ່າ​ສະພາ​ທີ່​ປຶກສາ​ການ​ເມືອງ​ປະຊາ​ຊົນ ກໍ່​ເຮັດ​ໜ້າ​ທີ່​ໃຫ້​ຄຳ​ປຶກສາ​​ແກ່​ລັດຖະບານ ​​ເປັນ​ອົງການ​ແນວ​ໂຮມ​ທີ່​ຮັກ​ຊາດ, ສ່ວນ​ສະພາ​ແຫ່ງ​ຊາດ​ກໍ່​ເປັນ​ອົງການ​ນິຕິບັນຍັດ​ສູງ​ສຸດ​ຂອງ​ປະ​ເທດ.
ສ: ​ແມ່ນ​ແລ້ວ,​ໃນຕອນ​ບ່າຍ​ວັນ​ທີ 25 ກຸມພາ​ຜ່ານ​ມາ, ກອງ​ປະຊຸມ​ສາມັນ​ຂອງຄະນະ​ປະ​ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 11​ໄຂ​ຂຶ້ນ​ຢູ່​ນະຄອນ
ຫຼວງ​ປັກ​ກິ່ງ, ກອງ​ປະຊຸມ​ໄດ້ສຳ​ຫຼວດພິຈາລະນາ​ບົດ​ລາຍ​ງານການ​ສຳ​ຫຼວດພິຈາ ລະນາຄຸນ​ວຸດ​ຂອງ​ຜູ່ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນສະ​ໄໝ​ທີ 12.
ວ: ​ແຕ່​ຕອນ​ນີ້​ມາ​ຟັງ​ເພງ​ຈາກ​ລາຍການ​ຫ້ອງ​ດົນຕຣີ 93 CRI93 Mhz  ກ່ອນ  ຈາກນັ້ນທາງ​ລາຍການ​ກໍ​ຈະ​ນຳ​ສະ​ເໜີ​ ໃຫ້​ທ່ານ​ໄດ້ຮູ້ຈັກກັບ ສະພາ​ຜູ່​ແທນປະຊາ
ຊົນ​ແຫ່ງ​ຊາດ​ຈີນ​ ເນື່ອງ​ວາລະ​ການ​ດຳ​ເນີນ​ກອງ​ປະຊຸມ​ຂອງ​ສະພາ​ຜູ່ແທນ ປະຊາ
ຊົນ​ແຫ່ງ​ຊາດ​ຈີນ
                 ​  ໃສ່​ເພງ 1 + 2
ວ: ທ່ານ​ກໍ​ໄດ້​ມ່ວນໆ​ກັບ​ສຽງ​ເພງ​ຈາກ​ທາງລາຍການ​ ຫ້ອງ​ດົນຕຣີ 93 ຄື້ນສຽງ​ຄື້ນ​ໃຈ CR FM 93 Mhz ຂອງພວກ​ເຮົາຜ່ານ​ໄປ ມາ​ຟັງ​ຕໍ່​ກ່ຽວ​ກັບ​ການ​ຄັດ​ເລືອກ​ເອົາ​ຜູ່​ແທນ​ທີ່​ເຂົ້າ​ຮ່ວມນັ້ນ​ ແມ່ນອີງ​ຕາມ​ກົດໝາຍ​ການ​ເລືອກ​ຕັ້ງ​ ແລະ​ ຂໍ້​ກຳນົດ​ທີ່ກ່ຽວ
ຂ້ອງ, 35 ຫົວໜ່ວຍ​ການ​ເລືອກ​ຕັ້ງ, ​ເຊັ່ນ: ບັນດາ​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ, ກຳ​ແພງນະຄອນ, ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ​ເຂດ​ບໍລິຫານ​ພິ​ເສດມາ​ກາວ ແລະ​ ກອງທັບ​ປົດປ່ອຍປະ​ຊາ​ຊົນ​ຈີນ​​ ໄດ້​ເລືອກ​​ເອົາ​ຜູ່ແທ​ນ ຂອງ​ສະພາ​ປະຊາຊົນ​ແຫ່ງ
ຊາດ​ຈີນສະ​ໄໝ​ທີ 12 ທັງ​ໝົດ 2987 ທ່ານ.
ສ: ກ່ອນ​ຈະ​ຟັງ​ກ່ຽວກັບ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນມີ​ພາລະ​ບົດບາດ​ຫຍັງ​ນັ້ນ ມາ​ຟັງກ່ຽວ​ກັບລະບົບ​ການ​ເມືອງ​ຂອງ​ຈີນກ່ອນ. ​​ປະ​ເທດ​ຈີ​ນທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ອັນ​ດັບ 3 ຂອງ​​ໂລກ, ພົນລະ​ເມື​ອງຫຼາຍ​ທີ່​ສຸດ​ໃນ​ໂລກ ​ແລະ ​ເປັນ​ປະ​ເທດ​ທີ່​ຂະໜາດ​ເສດ​ຖະກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ​ແລ້ວ.
ວ: ເວົ້າ​ເຖິງ​ລະບົບ​ລັດ​ຂອງ​ຈີນ​, ສ.ປ ຈີນ ​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ນຳ​ໂດຍ​ຊົນ​ຊັ້ນກຳມະກອນ​ແລະ ​ມີ​ພັນທະ​ມິດ ກຳມະກອນ-ຊາວນາ ​ເປັນຮາກ​ຖານ, ລະບອບ​ສັງຄົມ​ນິຍົມ​ເປັນ​ລະບອບ​ພື້ນຖານ​ຂອງ ສ.ປ ຈີນ.
ສ: ສວ່ນວ່າລັດ​ຖະທຳ​ມະ​ນູນ​ເປັນ​ກົດໝາຍ​ພື້ນຖານ​ຂອງ​ລັດ ​ໂດຍ​ທົ່ວ​ໄປ​ຈະ​ລະບຸ​​ແຈ້ງ ກ່ຽວ​ກັບ​ລະບອບ​ສັງຄົມ​ຂອງ​ລັດ​ໃດ​ລັດ​ໜຶ່ງ ​ແລະ ຫຼັກການ​ພື້ນຖານ​ກ່ຽວ​ກັບ​ລະບອບ​ຂອງ​ລັດ ຫຼັກການ​ພື້ນຖານ​ກ່ຽວ​ກັບ​ການຈັດຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ງານ​ລັດຖະບານ
ວ: ທ່ານ​ຜູ້​ຟັງ​ມາ​ປ່ຽນ​ບັນຍາກາດ​ຟັງ​ເພງ ​ຈາກ​ທາງ​ລາຍການຫ້ອງ​ດົນຕຣີ 93 ອີກ​ກ່ອນ​
ໃສ່​ເພງ 3 +  4
ວ: ຟັງ​ເພງ​ຜ່າ​ນ​ໄປ​ແລ້ວ​ມາ​ຟັງ​ຕໍ່​ກ່ຽວ​ກັບ​ລັດຖະທຳ​ມະນູນ​ນັ້ນ​ລວມມີ ສິດ​ແລະ​ໜ້າ​ທີ່​ພື້ນຖານ​ຂອງ​ພົນລະ​ເມື​ອງ ​ແລະ ​ເລື່ອງ​ສຳຄັນ​ອື່ນໆ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ດ້ານ​ຕ່າງໆ​ຂອງ​ຊີວິດ​ຂອງ​ລັດ. ລັດ​ຖະທຳ​ມະນູນ​ບາງ​ສະບັບ ຍັງ​ໄດ້​ກຳນົດ​ທຸງຊາດ,​ ​ເພງ​ຊາດ, ກາ​ໝາຍ​ຊາດ, ນະຄອນຫຼວງ ​ແລະ ລະບອບ​ອື່ນໆ​ທີ່​ຊົນ​ຊັ້ນປົກຄອງ​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ດ້ານ​ຕ່າງໆ​ທາງ​ຊີວິດ​ຂອງ​ລັດ
ສ: ລັດ​ຖະທຳ​ມະນູນ​ມີ​ອຳນາດ​ເ​ປັນ​ກົດໝາຍ​ສູງ​ສຸດ ​ເປັນ​ຂໍ້​ອ້າງ​ອີງ​ໃນ​ການ​ບັນຍັດ​ກົດໝາຍ​ອື່ນໆ ສະນັ້ນກົດໝາຍ ຫຼື ຂໍ້​ກຳນົດລະບົບ​ມະ​ຕິ​ຄຳ​ສັ່ງ​ຕ່າງໆ ຈະ​ຂັດ​ກັບ​ລັດຖະບານ​ບໍ່​ໄດ້. ອັນ​ນີ້​ກໍ່​ຖື​ວ່າ​ເປັນຄວາມ​ຮູ້​ລວມກ່ຽວ​ກັບ​ຄຳ​ວ່າ​ລັດຖະທຳ​ມະນູນ​ເນາະ
ວ:ບັດນີ້​ຈະ​ລົງ​ເລິ​ກ​ເຖິງ​ລັດຖະທຳ​ມະນູນ​ຂອງ​ຈີນ,ມີຫຼັກການ​ແລະ​ນະ​ໂຍບາຍ​ຮ່ວມ​ກັນ​ຂອງ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ຈີນ ທີ່​ໄດ້​ປະກາ​ດອອກ​ມາ​ກ່ອນ​ທີ່ ສ.ປ ຈີນ ຈະ​ສະຖາປະນາ​ຂື້ນ​ນັ້ນ ບໍ່​ພຽງ​ແຕ່​ເປັນ​ຫຼັກ​ນະ​ໂຍບາຍ​ຂອງ​ແນວ​ໂຮມ​ປະຊາທິ
ປະ​​ໄຕ​ປະຊາຊົນ​ຈີນ​ເທົ່າ​ນັ້ນ
ສ: ແຕ່ມັນ​ຍັງ​ໄດ້​ຂະຫຍາ​ຍບົດບາດ​ກາຍ​ມາ​ເປັນລັດຖະທຳ​ມະນູນ​ຊົ່ວ​ຄາວ​ຂອງ​ຈີນ​ອີກ ຫຼັກ​ນະ​ໂຍບາຍ​ຮ່ວມ​ກັນ​ ໄດ້​ລົງມະຕິ​ຮັບຮອງ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງທຳ​ອິດ​ຂອງ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ ​ແລະ ປະກາດ​ອອກ​ໃນ​ວັນ​ທີ 29 ກັນຍາ 1949
ວ: ລັດຖະທຳ​ມະນູນ​ທີ່​ໄດ້​ປະກາດ​ອອກໃນ​ວັນ​ທີ 29 ກັນຍາ 1949​ ​ໄດ້​ກາຍ​ເປັນ​ລັດ​ຖະທຳ​ມະນູນ​ຊົ່ວຄາວ​ຂອງ​ຈີນ ຫຼັງ​ຈາກ​ສະຖາປະນາ ສ.ປ ຈີນ ​ໃນ​ວັນ​ທີ 1 ຕຸລາ 1949 ​ແລ້ວ ​ໃນ​ປີ 1954 ຈຶ່ງ​ໄດ້​ບັນຍັດ​ແລະ​ປະກາດ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງ​ຈີນ
ສ: ຈາກ​ນັ້ນມາ​ກໍ່​ມີ​ການ​ປັບ​ປຸງ 3 ​ເທື່ອ ຄື​ໃນ​ປີ 1975, 1978, 1982 ຖື​ວ່າ​ສະບັບ​ລ່າ​ສຸດ​ປະກາດ​ໃຊ້​ເມື່ອ​ວັນທີ 4 ທັນວາ 1982 ນັ້ນກໍ່​ແມ່ນ​ການ​ສື​ບທອດ​ແລະ​ພັດທະນາ​ຫຼັກການ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ຈີນ​ທຳ​ອິດ​ໃນ​ປີ 1954 ນັ້ນ​ເອງ.
ວ: ມາ​ຟັງ​ເພງ​ອີກ​ກ່ອນ​ຈາກ​ນັ້ນ​ຈຶ່ງ​ມາ​ລົມ​ກັນ​ກ່ຽວ​ກັບ​ເລື່ອງສະພາ​ຜູ່​ແທນປະຊາ
ຊົນ​ແຫ່ງ​ຊາດ​ຈີນ​ເນື່ອງ​ວາລະ​ການ​ດຳ​ເນີນ​ກອງ​ປະຊຸມ​ຂອງ​ສະພາ​ຜູ່ແທນປະຊາ
ຊົນ​ແຫ່ງ​ຊາດ​ຈີນທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ່ 5 ມີນາ​ນັ້ນ
ໃສ່​ເພງ 5 + 6
ວ:ຟັງ​ເພ​ງຜ່ານ​ໄປ​ອີກ​​ແລ້ວ​ ມາ​ຟັງ​ຕໍ່​ລັດຖະທຳ​ມະນູນ​ຂອງ​ຈີນ ລັກສະນະ​ພິ​ເສດ​ຂອງ​ລັດຖະທຳ​ມະນູນ​ສະບັບ​ນີ້​ແມ່ນ​ໄດ້​ລະບຸ​ເຖິງ​ລະບອບ​ແລະໜ້າ​ທີ່​ພື້ນຖານຂອງ​ຈີນ ​ໄດ້ກຳນົດ​ຫຼັກການ​ພື້ນຖານ 4 ປະການ ​ແລະ​ຫຼັກການ​ພື້ນຖານ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ ແລະ ໄຂ​ປະຕູ​ສູ່​ພາຍ​ນອກ
ສ: ​ໂດຍ​ກຳນົດ​ວ່າ: ປະຊາຊົນ​ເຜົ່າ​ຕ່າງໆ​ແລະ​ທຸກ​ອົງການ​ຕ່າງໆ​ທົ່ວ​ປະ​ເທດ ຕ້ອງ​ຖື​ລັດຖະທຳ​ມະນູນ​ເປັນຫຼັກການ​ໃນ​ການ​ເຄື່ອນ​ໄຫວ ບໍ່​ວ່າອົງການ​ຫຼື​ບຸກຄົນ​ໃດ ກໍ່​ບໍ່​ມີ​ສິດ​ອຳນາດ​ພິ​ເສດ​ເໜື​ອລັດຖະທຳ​ມະນູນ​ໄດ້
ວ: ລັດຖະທຳ​ມະນູນ​ນີ້​ແບ່ງ​ອອກ​ເປັນ 5 ໝວດ​ຄື: ໝວດ​ຄຳ​ນຳ​ທົ່ວ​ໄປ​, ສິດ​ແລະ​ໜ້າ​ທີ່​ພື້ນຖານ​ຂອງ​ພົນລະ​ເມືອງ, ອົງ​ກອນ​ຂອງ​ລັດ, ທຸງຊາດ, ກາ​ໝາຍ​ຊາດ ​ແລະ ນະຄອນຫຼວງ ລວມມີ 4 ບົດ 138 ມາດຕາ.
ສ: ບາດ​ນີ້​ກໍ​ມາ​ຮູ້ຈັກ​ກັບ​ ສະພາ​ຜູ່​ແທນປະຊາຊົນ​ແຫ່ງ​ຊາດ​ຈີນ ​ເນື່ອງ​​ໃນວາລະ​ການ​ດຳ​ເນີນ​ກອງ​ປະຊຸມ​ ຂອງ​ສະພາ​ຜູ່ແທນປະຊາຊົນ​ແຫ່ງ​ຊາດ​ຈີນທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ່ 5 ມີນາ​ນັ້ນ
ວ: ລະບອບ​ ສະພາ​ຜູ່​ແທນ​ປະຊາຊົນ​​ ແມ່ນ​ ລະບອບ​ການ​ເມືອງ​ພື້ນຖານອັນ​ເປັນ​ກົກ​ຮາກ​ຂອງ​ຈີນ.  ສະພາ​ປະຊາຊົນ​ແຫ່ງ​ຊາດ​​ ແມ່ນ​ອົງການ​ອຳນາດ​ແຫ່ງ​ລັດ​ເຊິ່ງ​ປະກອບ​ດ້ວຍຜູ່​ແທນ​ ທີ່ເລືອ​ກຕັ້ງ​ໂດຍແຂວງ,​ ເຂດ​ປົກຄອງ​ຕົນ​ເອງ, ກຳ​ແພງນະ
ຄອນ,​ເຂດ​ບໍລິຫານ​ພິ​ເສດ​ ແລະ​ ກອງທັບປົດ​ປ່ອຽປະຊາຊົນ​ຈີນ
ວ: ​ເອົາລະ​ທ່ານ​ຜູ່​ຟັງ​ມາ​ມ່ວນໆ​ກັບ​ຜົນງານ​ເພງ​ຈາກ​ລາຍການ​ຫ້ອງ​ດົນຕຣີ 93 ວິ
ທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກ່ອນ​ 
ໃສ່​ເພງ 7+ 8
ວ: ຂະນະ​ນີ້​ທ່ານ​ກຳລັງ​ໃຫ້​ກຽດ​ຕິດຕາມ​ຮັບ​ຟັງ​ລາຍການ​ຫ້ອງ​ດົນຕຣີ 93 ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ FM 93 MHz ມາ​ຟັງ​ຕໍ່ ກ່ຽວ​ກັບ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຕໍ່​ຈາກ​ຫວ່າງ​ນຶ່ງ​ນັ້ນ
ສ: ສະພາ​ປະຊາຊົນແຫ່ງ​ຊາດ​ຈີນ ​ປະຕິບັດ​ສິດ​ນິຕິ​ບັນຍັດ​​ແຫ່ງ​ລັດ, ຕົກລົງ​ບັນຫາ​ສຳຄັນ​ໃນ​ຊີວິດ​ການ​ເມືອງ​​ແຫ່ງ​ລັດ. ສິດ​ ແລະ​ ໜ້າທີ່​ຕົ້ນຕໍ​ຂອງ​ສະພາ​ປະຊາຊົນ
ແຫ່ງ​ຊາດ​ຈີນ​ ມີ​ດັ່ງ​ນີ້: ປັບປຸງ​ລັດຖະທຳ​ມະນູນ, ຕິດຕາມ​ກວດກາ​ການ​ປະຕິບັດ​ລັດຖະທຳ​ມະນູນ,ສ້າງ​ແລະປັບປຸງກົດໝາຍ​ຕ່າງໆ​ເຊັ່ນ,ກົດໝາຍ​ອາຍາ, ກົດໝາຍ​​ແພ່ງ,ກົດໝາຍ​ພື້ນ​ຖານ​ຂອງ​ກົງຈັກ​ລັດ ແລະ ​ອື່ນໆ; ວ: ສຳຫຼວດກວດກາ​  ແລະ ​ຮັບຮອງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​​ແຫ່ງ​
ຊາດກໍ​ຄື​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​​ແຜນການ​ດັ່ງກ່າວ,​ ບົດ​ລາຍ​ງານ​ກ່ຽວ​ກັບ​ງົບປະມານ​ແຫ່ງ​ລັດ​ພ້ອມ​ດ້ວຍ​ບົດ​ລາຍ​ງານ ​ກ່ຽວ​ກັບ​ສະພາບການ​ປະຕິບັດ​ງົບ​ປະມາ​ນ. ອະນຸມັດ​ການສ້າງ​ຕັ້ງ​ແຂວງ,​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະ​ຄອນ
ສ: ພ້ອມ​ດຽວ​ກັນ​ນີ້ຕົກລົງການສ້າງ​ຕັ້ງ​ເຂດ​ບໍລິຫານ​ພິ​ເສດ​ແລະ​ລະບອບ​ຂອງ​​ເຂົາ​ເຈົ້າ.ຕົກລົງ​ບັນຫາ​ສົງຄາມ​ແລ​ະສັນຕິພາບ.​ ເລືອກ​ຕັ້ງແລະ ​ຕົກລົງ​ການນຳຂອງອົງ
ການອຳນາດສູງ​ສຸດ​ ແຫ່ງ​ລັດ ຄື​ເລືອກ​ຕັ້ງ​ ສະມາຊິກ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ເລືອກ​ຕັ້ງ​ປະທານ,ຮອງປະທານ​ປະ​ເທດ,
ວ: ຕົກລົງ​​ແຕ່ງ​ຕັ້ງ​ນາຍົກລັດຖະມົນຕີ​ແລະ​ ສະມາຊິກ​ອື່ນໆ​ຂອງ​ຄະນະ​ລັດຖະບານ,​ເລືອກ​ຕັ້ງ​ປະທານ​ຄະນະ​ກຳມະການ​ການທະຫານ​ສູນ​ກາງ ​ແລະ​ ຕົກລົງ​ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງ​ສະມາຊິ​ກອື່ນໆ​ ຂອງ​ຄະນະ​ກຳມະກາ​ນດັ່ງກ່າວ.​
ສ: ເລືອກ​ຕັ້ງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ,​ ເລືອກ​ຕັ້ງ​​​ອະທິໄອ​ຍະການຂອງອົງ
ການ​ອະທິ​ໄອ​ຍະ​ການປະຊາຊົນ​,ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຍັງມີ​ສິດ​​ປົດ​ຕຳ​ແໜ່​ງຂອງ​ບຸກຄົນ​ດັ່ງກ່າວອີກ​ດ້ວຍ. 
ວ: ​ເອົາລະ​ທ່ານ​ຜູ່​ຟັງ​ມາ​ມ່ວນໆ​ກັບ​ຜົນງານ​ເພງ​ຈາກ​ລາຍການ​ຫ້ອງ​ດົນຕຣີ 93 ວິ
ທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກ່ອນ​
ໃສ່​ເພງ 7+ 8
ວ: ຟັງ​ເພງ​ມ່ວນໆ​ໄປ​ແລ້ວ​ກໍ​ມາ​ເຂົ້າ​ສູ່​ການ​ສົນທະນາ​ກັນ​ກັບ​ເລື່ອງສະພາຜູ່ແທນ
ປະຊາຊົນ​ແຫ່ງ​ຊາດ​ຈີນ​ເນື່ອງ​ວາລະ​ການ​ດຳ​ເນີນ​ກອງ​ປະຊຸມ​ຂອງ​ສະພາຜູ່ແທນ
ປະຊາຊົນ​ແຫ່ງ​ຊາດ​ຈີນທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ່ 5 ມີນາ​ນັ້ນ
ສ: ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແຕ່​ລະ​ຊຸດ​ມີ​ອາຍຸ​ການ 5​ ປີ, ຈັດ​ກອງ​ປະຊຸມ​ປີ​ລະ​ເທື່ອ.​ ໃນ​ໄລຍະ​ປິດ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ,​ແມ່ນ​ໃຫ້​ອົງການ​ປະຈຳ​ຂອງ​ສະພາ​ດັ່ງກ່າວ​ຄື​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປະຕິບັດ​ສິດອຳ
ນາດ​ສູງ​ສຸດ​ແຫ່ງ​ລັດ
ວ: ຄະນະ​ປະຈຳ​ສະພາ​ ປະຊາຊົນ​ແຫ່ງ​ຊາດ​ຈີນ ​ປະກອບ​ດ້ວຍ​ປະທານ​, ຮອງ​ປະ
ທານ​,​ເລຂາທິການ​ແລະ​ກຳມະການ.ນິຕິບັນຍັດ​ຂອງ​ຈີນ​ ແບ່ງ​ອອກ​ເປັນ ນິຕິ​ບັນຍັດ​ຂອງ ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ແລະ​ຄະນະ​ປະຈຳ​ສະພາ​ດັ່ງກ່າວ,
ສ:ນິຕິບັນຍັດ​ຂອງ​ຄະນະ​ລັດຖະບານ​ແລະ​ກະຊວງ​ທະບວງ​ກົມ​ທີ່ຂຶ້ນ​ກັບ​ຄະນະ​ລັດ
ຖະບານ,ນິຕິບັນຍັດ​ຂອງ​ທ້ອງ​ຖິ່ນ​ທົ່ວ​ໄປ, ນິຕິບັນຍັດຂອງ​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ,​ນິ​ຕິ​ບັນຍັດ​ຂອງເຂດ​​ເສດຖະກິດພິ​ເສດ​ ແລະ​ ເຂດ​ບໍລິຫານ​ພິ​ເສດ.
ວ: ຄັນ​ເວົ້າ​ເຖິງ​ບົດບາດ​ໜ້າ​ທີ່​ຂອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ທີ່​ ​ໄຂ​ກອງ​ປະຊຸມ​ປະ
ຈຳ​ປີ​ຂອງ​ຕົນ​ຂື້ນ​ໃນ​ວັນ​ທີ 5 ຫຼື​ ວັນ​ອັງຄານ​ນັ້ນ ກໍ່​ທຳ​ໜ້າ​ທີ່​ຄ້າຍໆ​ກັບ ສະພາ​ແຫ່ງຊາດ​ຂ​ອງລາວ​ນິລະ ຄື​ພິຈາລະນາ​ຮັບຮອງ​ເອົາ​ການ​ພັດທະນາເສດຖະກິດ-
ການເມືອງ​ຂອງ​ລັດ​ຖະບານ​ໃນ​ຜ່ານ​ມາ , ຄົ້ນຄ້ວາ​ພິຈາລະນາ​ຮັບຮອງ​​ແຜນ​ຕໍ່​ໄປ
ສ: ລວມທັງ​ການຄົ້ນຄ້ວາ​ ແລະ​ ຮັບຮອງ​ເອົາ​ການ​ປັບປຸງ​ແລະ​ສ້າງ​ກົດໝາຍ​ໃໝ່ ​ແລະ​ແຜນ​ງົບປະມານ​ການ​ເງິນ​ ອັນ​ນີ້​ຄື​ບົດບາດ​ຫຍໍ້ໆ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ
ວ: ​ມື້​ນີ້​ໄດ້​ນຳ​ສະ​ເໜີ​ໃຫ້​ທ່ານ​ໄດ້​ຟັງ ເລື່ອງ ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ເວລາ
​ໝົດ​ແລ້ວ ຟັງເພງ​ຊຸດ​ສຸດ​ທ້າຍ ພ້ອມ​ກັບ​ສຽງເພງ​ຈົບ​ລົງ​ເມື່ອ​ໃດ​ຜູ່​ດຳ​ເນີ​ລາຍການ​ທັງ​ສອງ ສົມບັດ ​ແລະ ວັນນີ ຈາກ​ລາ​ທ່ານ​ຜູ້​ຟັງ​ໄປ ສະບາຍດີ
                 ​   ໃສ່​ເພງ 9 + 10