ຫ້ອງ​ດົນຕີ 93 ຂັ້ນ​ຕອນການ​ດຳ​ເນີນ​ກອງ​ປະຊຸມ 2 ສະພາ​ຂອງ​ຈີນ ວັນ​ທີ 3​ ແລະ 5 ມີນາ 2013

(GMT+08:00) 2013-03-14 16:45:08     cri








ສ:​ ເສີມ​ຂະຫຍາຍ​ລະບອບ​ປະຊາທິປະ​ໄຕ​ປະປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແມ່ນ​​ເສັ້ນທາງ​ກ້າວ​ສູ່​ສັງຄົມ​ນິຍົມ ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ​ ແລະ​ ຄິດ​ຮອດ​ຄິດ​ເຖິງ​ທຸກໆ​ທ່ານ  ສະບາຍດີ ວັນນີ
ວ: ສະບາຍດີ ສົມບັດ ​ແລະ ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ ​ແລະ ຄິດ​ຮອດ​ຄິດ​ເຖິງ​ທຸກໆ​ທ່ານ​ເຊັ່ນ​ດຽວ​ກັນ ກັບມາ​ພົບ​ກັບ​ມິດ​ລາຍການ​ທ່ານ​ຜູ້​ຟັງ​​ເຊັ່ນ​ເຄີຍ ​ໃນ​ວັນ​ພະຫັດ ​ແລະ​ ວັນ​ສຸກ ​ແມ່ນ​ສົມບັດ ​ແລະ​ ວັນນີ​ມາ​ດຳ​ເນີ​ນລາຍການ​ສູ່​ທ່ານ​ຟັງ
​ສ:​ ມາ​ພົບ​ມິດ​ລາຍການ​ທ່ານ​ຜູ່​ຟັງ​ມື້​ນີ້ ຢູ່​ໃນ​ໄລຍະ​ຊົມ​ເຊີຍ​ຜົນສຳ​ເລັດ  ຂອງສອງ
ກອງປະຊຸມ ຄື: ກອງ​ປະຊຸ​ມສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ ​ແລະ​ ກອງ​ປະຊຸມ ຜູ່​ແທນ ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຊຶ່ງໄດ້​ສຳ​ເລັດ ​ ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ
ວ: ສ່ວນ​ຢູ່​ລາວ​ກໍ​ແມ່ນ​ການ​ສ້າງ​ຜົນງານ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ​ປະຊາ
ຊົນ​ປະຕິວັດ​ລາ​ວຄົບຮອບ 58 ປີ ​ເປັນ​ຂີດ​ໝາຍ​ປະຫວັດສາດ​ການ​ຕໍ່ສູ້​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​ທີ່​ມີ​ພັກນຳພາ​ໃນ​ການ​ຕໍ່ສູ້​ເພື່ອ​ຍາດ​ເອົາ​ເອກະລາດ ອະທິປະ​ໄຕ​ມາ​ໃຫ້ ​ແກ່​ຊາດ
ສ: ​ແມ່ນ​ແລ້ວ ຄື​ວັນນີ​ເວົ້ານັ້ນ​ລະ​ເນາະ ພາຍ​ໄຕ້​ການ​ນຳພາ​ອັນ​ປີ​ຊາ​ສາມາດ​ແລະ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຈິ່ງ​ເຮັດ​ໃຫ້​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ອຳນາດ​ການ​ປົກ​ຄອງ​ເກົ່າ, ​ອອກ​ຈາກ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ຕ່າງ​ຊາດ​ມາ​ເປັນ​ເວລາ​ຍາວ​ນານ
ວ: ​​ແລ້ວ ສ້າງ​ຕັ້ງ​ລະບອບ​​ໃໝ່ ລະບອບ​ປະຊາທິປະ​ໄຕ​ປະຊາຊົນ ​ໃນ​ວັນ​ທີ່ 2 ທັນວາ 1975 ນັ້ນ​ເອງ ແຕ່​ຕອນ​ນີ້​ມາ​ມ່ວນ​ຊື່ນ ກັບ​ສຽງ​ເພງ​ຈາກ​ລາຍການ​ຫ້ອງ​ດົນຕຣີ 93 CRI ຄື້ນສຽງຄື້ນໃຈ  93 Mhz  ກ່ອນ ຈາກ​ນັ້ນ​ມາຮູ້ຈັກັບ​ຂັ້ນ​ຕອນການ​ດຳ​ເນີນ​ກອງ​ປະຊຸມ 2 ສະພາ​ຂອງ​ຈີນ ວັນ​ທີ 3​ ແລະ 5 ມີນາ 2013
​ໃສ່​ເພງ 1 + 2
ວ: ທ່ານ​ກໍ​ໄດ້​ມ່ວນໆ​ກັບ​ສຽງ​ເພງ​ຈາກ​ທາງລາຍການ​ ຫ້ອງ​ດົນຕຣີ 93 ຄື້ນສຽງ​ຄື້ນ​ໃຈ CRI FM 93 Mhzຂອງພວກ​ເຮົາຜ່ານ​ໄປບາດ​ນີ້​ກໍ​ມາ​ລົມ​ກັນ​ເລື່ອງຂັ້ນ​ຕອນ​ ການ​ດຳ​ເນີນ​ກອງ​ປະຊຸມ 2 ສະພາ​ຂອງ​ຈີນ ວັນ​ທີ 3 ​ແລະ 5 ມີນາ 2013
ສ: ຊຶ່ງ​ວ່າວັນ​ທີ23ກຸມພາ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຈັດ​ກອງປະຊຸມ, ຕົກລົງຈະ​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 2 ຂອງ​ຄະ​ນະ​ກຳມະການ​ສູນ​ກາງ​ພັກ​ ຄອມ​ມູນິດ​ຈີນ​ສະ​ໄໝ​ທີ 18​ ແຕ່​ວັນ​ທີ 26-28 ກຸມພາ​ ຢູ່​ທີ່​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ພິງ,​ເລຂາທິການ​ໃຫຍ່​ສູນ​ກາງພັກຄອມ​ມູນິດ​ຈີນ​ນັ່ງ​ເປັນ​ປະທານ.
ວ: ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມມູນິດ​ຈີນ​ຄັ້ງ​ທີ2ສະ​ໄໝ​ທີ 18​ໄ ດ້​ຈັດ​ຂຶ້ນ​​ແຕ່ວັນ​ທີ26​ຫາ​ວັນ​ທີ28ກຸມພາ​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ. ກອງ​ປະຊຸມ​ໄດ້​ສຳ​ຫຼວດ​ພິຈາລະນາ​ແລະ​ຮັບຮອງ​ບັນຊີ​ລາຍ​ຊື່​ສະ​ເໜີ​ຂອງຜູ້ນຳ​ອົງການ​​ແຫ່ງ​ຊາດແລະ​ຜູ້ນຳ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​.
ສ: ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້​ມີກຳມະການສູນກາງ​ພັກ204 ທ່ານ, ກຳມະການ​​ສຳ
ຮອງ​168ທ່ານ.ພ້ອມດ້ວຍບັນດາສະຫາຍຮັບຜິດຊອບ​ທີ່ກ່ຽວຂ້ອງ​ອີກຈຳນວນ ໜຶ່ງ.
ວ: ກອງ​ປະຊຸມ​ໄດ້​ປຶກສາ​ຫາລື" ​ແຜນການ​ປະຕິ​ຮູບກົງຈັກ ແລະ ປັບປຸງ​ພາລະ​ບົດ
ບາດຂອງ​​ລັດຖະບານ​ສະບັບ​ຮ່າງ ". ກອງ​ປະຊຸມ​ເຫັນ​ວ່າ,  ການ​ປະຕິ​ຮູບ​ໂຄງ​ປະ
ກອບການ​ບໍລິຫານ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ ​ທີ່​ຈຳ​ເປັນ​ໃນ​ການ​ຊຸກຍູ້​ໃຫ້​​ໂຄງ​ບົນເໝາະ​ສົມ​ກັບ​ໂຄງ​ລ່າງ.
ສ: ຕ້ອງ​ອີງ​ຕາມ​ນ້ຳ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ຄອມ​ມູນິດຄັ້ງທີ18, ປະຕິບັດ​ຕາມ​ເປົ້າໝາຍສ້າງສາ​ໂຄງ​ປະກອບ​ການ​ບໍລິຫານ​ ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ
,ລົງ​ເລິກປະຕິ​ຮູບກົງຈັກ​​ ແລະ​ ປັບປຸງ​ພາລະ​ບົດບາດ​ຂອງ​ລັດຖະບານ.ວ:ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບບັນຊີລາຍ​ຊື່​​​ຜູ້ນຳ​ລັດທີ່​ຈະ​ສະ​ເໜີໃຫ້​ກອງ​ປະຊຸມ​ຄັ້ງທີ 1ຂອງສະພາຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດຊຸດທີ 12​ ແລະບັນຊີລາຍຊື່​ຜູ້ນຳ​ສະພາ​ປຶກສາ​ການ​ເມືອງປະ​ຊາ​ຊົນ​ທົ່ວ​ປະ​ເທດ ທີ່​ຈະ​ສະ​ເໜີ​ຕໍ່​ກອງປະຊຸມຄັ້ງ
ທີ 1 ຂອງຄະນະ​ກຳມະການ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ
12.ສ: ກອງ​ປະຊຸມກຳນົດວ່າ​ຈະ​ຖື​ເອົາ​ເນື້ອ​ໃນ​ສອງ​ດ້ານ​ດັ່ງກ່າວ​ເປັນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 2 ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ສະ​ໄໝ​ທີ 18.ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ "​ ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະ
ບານ"​ທີ່​ຈະ​ຍື່ນ​ໃຫ້​ກອງ​ປະ​ຊຸມຄັ້ງທີ 1 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ
ຊຸດ​ທີ 12 ນຳ​ໄປ​ຄົ້ນຄວ້າ​ພິຈາລະນາ,​ເຫັນ​ດີ​ນຳ​ລັດຖະບານ​ທີ່​ຈະ​ຍື່ນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ໃຫ້​ກອງ​ປະຊຸມ​ຄັ້ງທີ1ຂອງ​ກອງ​ປ​ະຊູ​ມຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດທີ 12 ນຳ​ໄປ​ຄົ້ນຄວ້າ​ພິຈາລະນາ.
ວ: ເອົາລະ​ທ່ານ​ຜູ້​ຟັງ​ມາ​ປ່ຽນ​ບັນຍາກາດ​ຟັງ​ເພງ ​ຈາກ​ທາງ​ລາຍການຫ້ອງ​ດົນຕຣີ 93 ອີກ​ກ່ອນ​
ໃສ່​ເພງ 3 +  4
ວ:ທ່ານ​ກໍ​ໄດ້​ຟັງ​ເພງ​ຈາກ​ທາງ​ລາຍການຫ້ອງ​ດົນຕຣີ93CRI ວິທະຍຸສາກົນແຫ່ງ
ປະເທດຈີນ 93 Mhz ຖ້າ​ທ່ານ​ຢາກ​ຕຳ​ນິຕິ​ຊົມ​ລາຍການໂທຣຫາ​ໄດ້ 0086-10
-6889219 ທາງ​ຂໍ້ຄວາມສັ້ນຖ້າ​ທ່ານ​ໃຊ້​ຫລັກ (2)2930, (5) 5930, (7)7930
, (9)9930 ຫລື​ ທາງemail :laos@cri.cn ມາ​ຟັງ​ຕໍ່ ຂັ້ນ​ຕອນການ​ດຳ​ເນີນ​ກອງ​ປະຊຸມ 2 ສະພາ​ຂອງ​ຈີນ ວັນ​ທີ 3​ ແລະ 5 ມີນາ 2013
ສ: ​ແລະ​ຕໍ່​ມາວັນ​ທີ 27 ກຸມພາ​ , ກອງ​ປະຊຸມ​ຄັ້ງທີ 31 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​  ສະ​ໄໝ​ທີ 11ໄ​ດ້ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ ຄຸນ​ວຸດ​ຂອງຜູ່
ແທນສະພາ​ປະຊາຊົນ​ແຫ່ງ​ຊາດ​ສະ​ໄໝ​ທີ 12 ທັງ​ໝົດ 2987 ທ່ານ. ຫຼັງກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ ໄດ້​ປະກາດ​ບັນຊີ​ລາຍ​ຊື່​ຂອງ​ຜູ້​ແທນ​ .
ວ: ອີງ​ຕາມ​ຂໍ້​ກຳນົດ​ທີ່​ລະບຸ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ​ແລະ​ກົດໝາຍ​ສະບັບ​ອື່ນໆ, ​ແລະ​ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາຊົນ​ແຫ່ງ​ຊາດ, ນັບ​ແຕ່​ກາງ​ເດືອນ​ທັນວາ​ປີ 2012 ຮອດ​ເດືອນ​ມັງກອນ​ປີ 2013, 35 ຫົວໜ່ວຍ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ໄດ້​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ສະ​ໄໝ​ທີ 12 ທັງໝົດ 2987 ທ່ານ.
ສ: ການ​ເລືອກ​ຕັ້ງຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດເທື່ອ​ນີ້ ​ແມ່ນ​ດຳ​ເນີນ​ໄປ​ຕາມ​ອັດຕາ​ປະຊາກອນ​​ເທົ່າ​ກັນ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນ​ນະ​ບົດເປັນ​ຄັ້ງ​ທຳ​ອິດນັບ​ແຕ່​ຈີນ​ໄດ້​ປັບປຸງ​ກົດໝາຍ​ການ​ເລືອກ​ຕັ້ງ​ໃນ​ປີ 2010 ​ເປັນຕົ້ນມາ.
ວ: ຜົນ​ການ​ເລືອກຕັ້ງປະກົດ​ວ່າ, ຢູ່​​ເຂດ​ແຄວ້ນ​ຕ່າງໆ, ຊົນ​ເຜົ່າ​ຕ່າງໆ ​ແລະ ດ້ານ​ຕ່າງໆ ລ້ວນ​ແຕ່​ມີ​ຜູ້​ແທນ​ຈຳນວນ​ທີ່​ເໝາະ​ສົມ​, ໂດຍ​ສະ​ເພາະ​ຜູ້​ແທນ​ຈາກ​ກຳ​ມະ​ກອນ ​ແລະ ຊາວ​ກະ​ສິ​ກອນ​ໄດ້​ມີອັດຕາ​ເພີ່ມ​ຂຶ້ນຢ່າງ​ຊັດ​ເຈນ,  
ສ: ຈຳນວນຜູ້​ແທນຈາກ​ຊາວ​ກະສິກອນ​ທີ່​ໄປ​ເຮັດ​ວຽກໃນ​ຕົວ​ເມືອງ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ອັດຕາຜູ້​ແທນ​​ແມ່ຍິງກໍ​ໄດ້​ເພີ່ມ​ຂຶ້ນ, ຜູ້​ແທນ​ຈາກ​ພະນັກງານ​ການ​ນຳ​ພັກ​ ແລະ​ ລັດ​ໄດ້​ກວມ​ອັດ​ຕາ​ຫຼຸດ​ລົງ​ຢ່າງ​ຊັນ​ເຈນ, ອັດຕາ​ຕົວ​ແທນ​ຂອງ​ຜູ້​ແທນ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນຕື່ມ​ອີກ.
ວ: ວັນ​ທີ່28 ກຸມພາສື່​ທາງ​ການ​ຈີນເຜີຍ​ແຜ່ປະກາດ​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມມູນິດ​ຈີນ​ຄັ້ງ​ທີ 2 ສະ​ໄໝ​ທີ 18​ ທີ່​ຮັບຮອງ​ໂດຍກອງ​ປະຊຸມ​ຄົບ​ຄະນະ.ມາ​ຟັງ​ເພງ​ອີກຊຸດ​ໜຶ່ງ​ກ່ອນ​ ມອບ​ເປັນຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ທຸກໆ​ທ່ານ
ໃສ່​ເພງ 5 + 6
ວ:ຟັງ​ເພງ​ຜ່ານ​ໄປ​ອີກ​ແລ້ວ​ມາ​ກ້າວ​ເຂົ້າ​ສູ່​ການ ຮູ້ຈັກ​ກັບ ຂັ້ນ​ຕອນ​ການ​ດຳ​ເນີນ​ກອງ​ປະຊຸມ ສອງ​ສະພາ ຂອງ​ຈີນ​ຕໍ່​ຈາກ​ຫວ່າງ​ນຶ່ງ​ນັ້ນ
ສ: ມາຕອນ​ບ່າຍ​ວັນ​ທີ 3​ ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ປຶກສາ​ການ​ເມືອງ​ສູງ​ສຸດ​ຂອງ​ຈີນ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.ນີ້​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ​ສະພາ​
ປຶກສາ​ການ​ເມືອງ​ຈີນສະ​ໄໝ​ທີ 12ໃນ​ໄລຍະ​ຕຳ​ແໜ່​ງທີ່​ເປັນ​ເວລາ 5​ປີ, ຜູ້ນຳ​ພັກ​ແລະ​ລັດ ​ເຊັ່ນ ທ່ານ​ຫູ​ຈີນ​ທາວ, ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ​ ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ.ວ: ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11​ ໄດ້​ຕາງໜ້າ​ຄະນະ​ປະຈຳ​ຊຸດ​ກ່ອນ, ລາຍ​ງານ​ວຽກ​ງານ​ໃນ5​ປີຜ່ານມາ​ຕໍ່​ກອງປະ
ຊຸມ, ​ແລະ​ມີ​ຄວາມ​ສະ​ເໜີ​ຕໍ່​ວຽກ​ງານ​ຂອງ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ໃໝ່.ສ: ມື້​ດຽວ​ກັນ, ກຳມະການຂອງ​ສະພາ​ປຶກສາ​ການ​ເມືອງ ປະຊາຊົນ​ແຫ່ງ​ຊາດ​​ ຈີນ​ ຊຸດໃໝ່​ 2​ ພັນ 200​ ກວ່າ​ທ່ານ​ກໍເລີ່​ມປະຕິບັດພາລະ​ໜ້າ​ທີ່​ຂອງ​ຕົນ. ​ ກຳມະການ​ຊຸດ​ນີ້​ມີ​ຜູ້ເປັນ​ສະມາຊິກ​ພັກ​ກອມ​ມູນິດ​ກວມຈີນ 39,9%, ຜູ້​ບໍ່​ແມ່ນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ກວມ 60,1%.
ວ: ວາລະ​ຕົ້ນຕໍຂອງ​ກອງ​ປະຊຸມຄັ້ງ​ນີ້​ລວມທັງ: ຮັບ​ຟັງ​ ແລະ​ ພິຈາລະນາສຳ​ຫຼວດ​ບົດ​ລາຍ​ງານ​ວຽກ​ງານ​ ຂອງ​ຄະນະປະຈຳ​​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ ​ແລະ
ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຍັດຕິ; ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ສະພາປະ
ຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12  
ສ ຮັບ​ຟັງ​​ ແລະ ​ປຶກສາ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະ​ບານ​ ແລະ​ ບົດ​ລາຍ​ງານ ກ່ຽວ
ຂ້ອງອື່ນໆ; ​​ເລືອກ​ຕັ້ງ​ປະທານ, ຮອງ​ປະ​ທານ, ​ເລຂາທິການ​​ໃຫຍ່, ກຳມະການ​ປະຈຳ​ເປັນ​ຕົ້ນຂອງ​ສະພາ​ເປິກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນຊຸດ​ທີ 12.
ວ: ມາ​ປ່ຽນ​ບັນຍາກາດມ່ວນໆ​ກັບ​ເພງ​ຈາກ​ທາງ​ລາຍການ​ອີກ​ກ່ອນ ຫລັງຈາກ​ນັ້ນ​ຈິ່ງ​ມາພົບກັບຜູ່ດຳເນີນລາຍການທັງ 2
ໃສ່​ເພງ 7+ 8
ວ: ທ່ານ​ກໍ​ໄດ້​ມ່ວນໆ​ກັບ​ສຽງ​ເພງ​ຈາກ​ທາງ​ລາຍການ ຫ້ອງ​ດົນຕຣີ 93 CRI ວິທະຍຸສາກົນແຫ່ງປະເທດຈີນ 93 Mhz ຖ້າ​ທ່ານ​ຢາກ​ຕຳ​ນິຕິ​ຊົມ​ລາຍການໂທຣ
ຫາ​ໄດ້0086-10-68892192 ທາງ​ຂໍ້ຄວາມສັ້ນ ຖ້າ​ທ່ານ​ໃຊ້​ຫລັກ (2) 2930 , (5) 5930,(7)7930,(9)9930ຫລື​ທາງemail:laos@cri.cn
ສ: ກ່ຽວ​ກັບກອງ​ປະຊຸມ ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນວັນ​ທີ 3-12 ມີນາ
2013 ນັກຂ່າວຈີນ​ ແລະ​ ຕ່າງປະ​ເທດ​ມີ​ຄວາມ​ສົນ​ໃຈ​ ສະ​ເໜີ​ຊື່​ມາ​ເອົາ​ຂ່າວ​ກອງ​ປະຊຸມ​ສອງ​ສະພາ​ໃນ​ປີ​ນີ້​ມີ​ເຖິງ 3​  ພັນ​ກວ່າ​ຄົນ, ​ໃນ​ນັ້ນ,ນັກ​ຂ່າວ​ຕ່າງປະ​ເທດມີ​​ເກືອບ 1​ພັນ​ຄົນ, ​ແລະ​ນັກ​ຂ່າວ​ຮົງກົງ, ມາ​ເກົາ​ ແລະ​ ໄຕ້​ຫວັນ​ຫຼາຍ​ກວ່າ 400 ຄົນ.ວ: ນັກ​ຂ່າວ​ຕ່າງປະ​ເທດ​ເຫຼົ່ານີ້​ສ່ວນ​ໜຶ່ງ​ ແມ່ນ​ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ​ຕົ້ນຕໍ​ ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ,  ກໍ​ມີ​ສ່ວນ​ໜຶ່ງ​ແມ່ນ​ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ​ປະ​ເທດ​ທີ່
ພວມ​ພັດທະນາ ທີ່​ມາ​ຈາກ​ອາ​ຟຼິກາ​ ແລະ​ ອາ​ເມ​ລິ​ກາ​ລາ​ຕິນ,  
ສ: ເຂົາ​ເຈົ້າ​ສ່ວນ​ຫຼາຍ​ເອົາ​ໃຈ​ໃສ່​ນຳ​ຫົວ​ຂໍ້​ທີ່​ວ່າ: ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​​ແລະ​ທ່ວງທ່າ​ພັດທະນາເສດຖະກິດ​ມະຫາ​ພາກ​ຂອງ​ຈີນ,ຈີນ​ຈະ​ໃຊ້​ນະ​ໂຍ
ບາຍ​ກະຕຸ້ນ​ເສດຖະກິດ​ໃໝ່​ຫຼື​ບໍ່, ຈີນ​ຈະ​ໃຊ້​ມາດ​ຕະການ​ຊ່ວຍ​ເຫຼືອ​ແນວ​ໃດ​ຕໍ່​ວິ​ກິດ​ການ​ໜີ້​ສິນປະ​ເທດ​ເອີ​ລົບ​ເຫຼົ່າ​ນີ້​ເປັນ​ຕົ້ນ.
ວ: ນອກນີ້, ​ເມື່ອ​ທຽບ​ກັບ​ຫຼາຍ​ປີ​ຜ່ານ​ມາ​ແລ້ວ, ສື່​ມວນ​ຊົນ​ຕ່າງປະ​ເທດ​ກໍ​ໄດ້​ສົນ​ໃຈ​ນຳ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ຫຼາຍ​ຂຶ້ນ, ​ເຊິ່ງລວມທັງ ການ​ປະກັນ​ສັງຄົມ, ການ​ປະຕິ​ຮູບ​ດ້ານ​ການ​ປິ່ນປົວ​ພະຍາດ, ການ​ປະຕິຮູບ​ລະບົບ​ການ​ສຶກສາ, ການ​ດັດສົມ​ລາຄາ​ເຮືອນ​ຢູ່​ເຫຼົ່າ​ນີ້​ເປັນ​ຕົ້ນ.
ສ: ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ ທີ່​ທາງ​ລາຍການ​ຫ້ອງ​ດົນຕຣີ 93 ວິທະຍຸ​ສາກົນ​​ແຫ່ງ​ປະ​ເທດຈີນ​ໄດ້ນຳ​ສະ​ເໜີ​ໃຫ້​ທ່ານ​ໄດ້​ຮູ້ຈັກ​ກັບ​ຂັ້ນ​ຕອນ​ການ​ດຳ​ເນີນ​ກອງ​ປະຊຸມສອງ
ສະພາຈີນເພື່ອ​ໃ​ເປັນ​ການ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສອງ​ສະພາ​ໃນ​ຄັ້ງ​ນີ້
ວ: ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ ຂໍ​ຂອບ​ໃຈ​ທຸກ​ທ່ານ​ ທີ່​ໃຫ້​ກຽດ​ ຕິດຕາມ​ຮັບ​ຟັງ​ມາ​ໂດຍ​ຕະ
ຫລອດ  ຟັງເພງ​ຊຸດ​ສຸດ​ທ້າຍຜູ່​ດຳ​ເນີ​ລາຍການ​ທັງ​ສອງ ສົມບັດ ​ແລະ ວັນນີ ລາ​ທ່ານ​ໄປພຽງ​ແຕ່​ເທົ່າ​ນີ້ ​ໂອກາດ​ໜ້າ​ພົບ​ກັນ​ໃໝ່            ສະບາຍດີ
                     ​ໃສ່​ເພງ 9 + 10