ທ່ານຫູເຈີ້ງອີ້,ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດ
ກອງປະຊຸມເທື່ອທີສາມຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ12 ທີ່ໄດ້ພວມຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ,ສະມາຊິກ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດໃຫມ່ 2200 ກວ່າຄົນໄດ້ເຕົ້າໂຮມກັນຢູ່ປັກກິ່ງ,ເພື່ອປຶກສາຫາລືບັນຫາທີ່ສຳຄັນຂອງຊາດ.ໃນເວລາທ່ານຫູເຈີ້ງອີ້,ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດ,ໂຄສົກສຳນັກງານເຈົ້າຫນ້າທີ່ພິເສດຂອງກະຊວງການຕ່າງປະເທດຈີນປະຈຳມາກາວໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງCRI , ທ່ານກ່າວວ່າ, ການພັດທະນາຂອງເຂດມາກາວໄດ້ຕິດແຫນັ້ນກັບການພັດທະນາຂອງເຂດໃນຈີນແລະພາກພື້ນອາຊີອາຄະເນ,ປະຈຸບັນ,ເຂດມາກາວພວມກາຍເປັນຂົວຕໍ່ໃນການຮ່ວມມືທາງດ້ານເສດຖະກິດການຄ້າແລະວັດທະນະທຳລະຫວ່າງເຂດໃນຈີນກັບບັນດາປະເທດອາຊຽນ.
ນັກຂ່າວແກ້ວທະນີສຳພາດຕໍ່ທ່ານຫູເຈິ້ງອີ້
ທ່ານຫູເຈີ້ງອີ້ແມ່ນເຈົ້າຫນ້າທີ່ອາວຸໂສທີ່ຮັບຜິດຊອບວຽກງານອາຊີອາຄະເນຂອງກະຊວງການຕ່າງປະເທດ,ທ່ານໄດ້ສຳເລັດການສຶກສາ ພາສາວຫວຽດນາມຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ,ເຄີຍເຮັດວຽກຢູ່ສະຖານທູດຈີນປະຈຳຫວຽດນາມ,ທ່ານໄດ້ດຳລົງຕຳແຫນ່ງເປັນອັກຄະລັດຖະທູດທັງເປັນທີ່ປຶກສາຂອງສະຖານທູດຈີນປະຈຳສິງກະໂປນັບແຕ່ປີ1995ຫາ1997, ນັບແຕ່ປີ2001ຫາ2004 ທ່ານໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດຈີນປະຈຳມະເລເຊຍ,ກ່ອນທ່ານເປັນໂຄສົກສຳນັກງານເຈົ້າຫນ້າທີ່ພິເສດຂອງກະຊວງການຕ່າງປະເທດຈີນປະຈຳມາກາວໃນເດືອນກໍລະກົດ2011,ທ່ານຫູເຈີ້ງອີ້ ເຄີຍດຳລົງຕຳແຫນ່ງເປັນລັດຖະມົນຕີຊ່ອຍວ່າການ ທັງເປັນຫົວຫນ້າກົມພະແນກອາຊີຂອງກະຊວງການຕ່າງປະເທດຈີນ.
ຍ້ອນທ່ານມີປະສົບການໃນວຽກງານການທູດເປັນເວລາຫຼາຍປີແລະມີປະ ສົບການວຽກງານຢ່າງຫຼວງຫຼາຍຢູ່ປະເທດອາຊີອາຄະເນ,ທ່ານຫູເຈີ້ງອີ້ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນກັບບັນດາປະເທດອາຊຽນ. ທ່ານເຫັນວ່າ:
"ເມື່ອເວົ້າໃນລະດັບໃດຫນຶ່ງແລ້ວເຫັນວ່າ,ຈີນກັບບັນດາປະເທດອາຊຽນລ້ວນແຕ່ແມ່ນຄູ່ຮ່ວມມືເຫມືອນດັງຢູ່ໃນເຮືອລຳດຽວກັນ,ພວກເຮົາຕົກຢູ່ໃນລະດັບການພັດທະນາ,ພວກເຮົາລ້ວນແຕ່ຕ້ອງການໃຫ້ເພີ່ມທະວີການຮ່ວມມືກັນຢ່າງກວ້າງຂວາງ,ລ້ວນແຕ່ຕ້ອງການໃຫ້ຮັກສາແລະພັດທະນາທ່າອຽງແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ."
ພາກເຫນືອຂອງເຂດມາກາວໄດ້ໃກ້ເຂົ້າກັບນະຄອນຈູ່ໄຫຂອງແຂວງກວາງຕຸ້ງ,ຫ່າງຈາກເຂດຮົງກົງໄປທາງທິດຕາເວັນອອກ60 ກິໂລແມັດ.ຫຼັງຈາກເຂດມາກາວກັບຄືນປະເທດຊາດໃນປີ1999ແລ້ວ,ເສດ ຖະກິດໄດ້ເພີ່ມຂຶ້ນຢ່າງວ່ອງໄວ,ປະຊາຊົນດຳລົງຊີວິດແລະຢູ່ເຢັນເປັນສຸກ,ເຂດມາກາວ ໄດ້ກາຍເປັນແບບຢ່າງອັນດີງາມໃນການປະຕິບັດນະໂຍບາຍປະເທດຫນຶ່ງສອງລະບອບ.ທ່ານຫູເຈິ້ງອີ້ກ່າວວ່າ,ເຂດມາກາວກັບປະເທດອາຊີອາຄະເນໄດ້ມີການພົວພັນກັນຢ່າງໃກ້ຊິດ,ຍ້ອນມີທ່າແຮງໃນດ້ານທີ່ຕັ້ງພູມີສາດແລະວັດທະນະທຳທີ່ມີເອກະລັກພິເສດ,ການຮ່ວມມືທາງດ້ານເສດຖະກິດການຄ້າແລະວັດທະນະທຳລະຫວ່າງເຂດມາກາວກັບບັນດາປະເທດອາຊຽນໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.ທ່ານກ່າວວ່າ:
ເຂດມາກາວມີຈຸດພິເສດແລະທ່າແຮງຂອງຕົນເອງ,ເຖິງວ່າແມ່ນອົງກອນເສດຖະກິດເລັກຫນ້ອຍກໍຕາມ,ແຕ່ກໍ່ແມ່ນອົງກອນເສດຖະກິດຂອງພາກພື້ນນີ້,ແລະແມ່ນອົງກອນເສດຖະກິດອັນສຳຄັນ.ເຖິງວ່າເຂດມາກາວແມ່ນພາກສ່ວນຫນຶ່ງຂອງຈີນກໍຕາມ,ແຕ່ຍັງແມ່ນເຂດທີ່ປະຕິບັດນະໂຍບາຍນປະເທດຫນຶ່ງສອງລະບອບ.ປະຈຸບັນ,ຕະຫຼາດຂອງເຂດມາກາວໄດ້ເປີດປະຕູແລະມີຄວາມເສລີໃນລະດັບສູງ,ສິນຄ້າບໍ່ເກັບພາສີ,ການຮ່ວມມືກັບສາມຫຼ່ຽມແມ່ນ້ຳຈູ່ຈ່ຽງກໍ່ນັບມື້ນັບມີຄວາມແຫນັ້ນແຟ້ນ, ນອກນີ້, ເຂດມາກາວກັບອາຊີອາຄະເນໄດ້ມີການພົວພັນຢ່າງໃກ້ຊິດທີ່ສຸດ, ປະຊາຊົນມາກາວຫນຶ່ງສ່ວນສິບແມ່ນຊາວຕ່າງປະເທດເຊື້ອສາຍຈີນທີ່ມາຈາກບັນດາປະເທດອາຊີອາຄະເນ.ໃນເຂດມາກາວມີສະມາຄົມໃຫຍ່ຊາວຈີນຕ່າງດ້າວ,ແມ່ນອົງການຈັດຕັ້ງສັງຄົມທີ່ສຳຄັນທີ່ສຸດຂອງເຂດມາກາວ,ເຂົາເຈົ້າກັບປະເທດອາຊີອາຄະເນທີ່ເຄີຍພັກຢູ່ອາໄສຮ່ວມກັນໄດ້ຮັກສາການໄປມາຫາສູ່ກັນຢ່າງໃກ້ຊິດ."
ທ່ານຫູເຈີ້ງອີ້ເປີດເຜີຍໃຫ້ຮູ້ວ່າ,ໃນຫຼາຍປີມໍ່ໆມານີ້,ເຂດບໍລິຫານພິເສດມາກາວໄດ້ພັດທະນາດ້ວຍຈັງຫວະການເຕີບໂຕຂອງເສດຖະກິດສອງຕົວເລກທຸກປີ,ປີ2012, ລວມຍອດຜະລິດຕະພັນພາຍໃນຫຼື GDP ສະເລ່ຍຕໍ່ຫົວຄົນໄດ້ສູງເຖິງ7 ຫມື່ນໂດລາສະຫະລັດ,ເປັນອັນດັບທີຫນຶ່ງໃນອາຊີ,ໂດຍສະເພາະແມ່ນໃນຫຼາຍປີມານີ້,ນັກທຸລະກິດຂອງບັນດາປະເທດອາຊີອາຄະເນຈຳນວນຫຼວງຫຼາຍໄດ້ຊອກຫາໂອກາດການຄ້າໃນການພັດທະນາເສດຖະກິດຂອງເຂດມາກາວ,ຜ່ານຈາກເຂດມາກາວໄປລົງທຶນຢູ່ໃນວົງເສດຖະກິດສາມຫຼ່ຽມແມ່ນ້ຳຈູ່ຈ່ຽງຂອງຈີນ.
ທ່ານຫູເຈີ້ງອີ້ກ່າວຕໍ່ນັກຂ່າວວ່າ,ຕະຫຼາດວັດທະນະທຳຂອງເຂດມາກາວໄດ້ຈະເລີນຮຸ່ງເຮືອງຂຶ້ນແລະຟົດຟຶ້ນຕະຫຼອດມາ,ໂດຍສະເພາະແມ່ນຫຼັງຈາກໄດ້ກັບຄືນປະເທດຊາດແລ້ວ,ແຕ່ລະປີກໍ່ມີການສະແດງຂອງ ຫມູ່ຄະນະສິລະປະ,ການສະແດງລາຍການທີ່ຫຼາກຫຼາຍແລະກິດຈະກຳຕ່າງໆທີ່ມາຈາກແຫ່ງຕ່າງໆຂອງທົ່ວໂລກ,ຍ້ອນວ່າເຂດພິເສດມາກາວມີຊາວຈີນຕ່າງດ້າວຈຳນວນຫຼວງຫຼາຍທີ່ມາຈາກບັນດາປະເທດອາຊີອາຄະເນ, ເຂດມາກາວກັບປະເທດອາຊີອາຄະເນໄດ້ແລກປ່ຽນ ທາງດ້ານວັດທະນະທຳຢ່າງໃກ້ຊິດກວ່າເກົ່າ:ທ່ານກ່າວວ່າ:
"ນັບແຕ່ຂ້າພະເຈົ້າດຳລົງຕຳແຫນ່ງເປັນໂຄສົກສຳນັກງານເຈົ້າຫນ້າທີ່ພິເສດຂອງກະຊວງການຕ່າງປະເທດຈີນປະຈຳມາກາວໃນເດືອນກໍລະ ກົດ2011ເປັນຕົ້ນມາ,ໄດ້ມີຄະນະວັດທະນະທຳຂອງປະເທດອາຊີອາຄະເນໄດ້ແລກປ່ຽນແລະສະແດງລາຍການຢູ່ມາກາວເລື້ອຍໆ,ຂ້າພະເຈົ້າໄດ້ປຶກສາຫາລືກັບລັດຖະມົນຕີວ່າການກະຊວງການທ່ອງທ່ຽວຂອງປະເທດອາຊຽນ,ເພື່ອເຊື້ອເຊີນປະເທດອາຊີອາຄະເນຈັດກິດຈະກຳການແລກປ່ຽນໃນຂົງເຂດວັດທະນະທຳ ພຸດທະສາສະຫນາແລະອື່ນໆຢູ່ແຫ່ງນີ້.ນັບແຕ່ປີກາຍນີ້ເປັນຕົ້ນມາ,ເຂດມາກາວໄດ້ເລີ່ມຈັດເວທີປຶກສາຫາລື ທາງດ້ານການທ່ອງທ່ຽວຂອງໂລກ,ເວທີປຶກສາຫາລືດັ່ງກ່າວອ່ວາຍຫນ້າໄປສູ່ທົ່ວໂລກ,ແຕ່ຈຸດສຸມແມ່ນບນດາປະເທດອາຊີອາຄະເນ.ໃນປີກາຍ,ໄດ້ຈັດເວທີປືກສາຫາລືຄັ້ງທຳອິດ,ອົງການປົກຄອງຂອງເຂດບໍລິຫານພິເສດມາກາວໄດ້ເຊື້ອເຊີນທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະ ມົນຕີວ່າການກະຊວງການທ່ອງທ່ຽວຂອງໄທແລະຫົວຫນ້າກົມການ ທ່ອງທ່ຽວຂອງປະເທດອື່ນໆມາເຂົ້າຮ່ວມ,ໃນລະດູໃບໄມລົ່ນປີນີ້ ກໍ່ຈະຈັດຂຶ້ນຕື່ມອີກ,ຂ້າພະເຈົ້າຍັງສະເຫນີໃຫ້ເຊື້ອເຊີນລັດຖະມົນຕີວ່າການກະ ຊວງການທ່ອງທ່ຽວຂອງບັນດາປະເທດອາຊີອາຄະເນເຂົ້າຮ່ວມເວທີປືກສາຫາລືແບບນີ້ຢູ່ເຂດມາກາວ."
ໃນເວລາກ່າວເຖິງການພັດທະນາຂອງເຂດພິເສດມາກາວໃນອະນາຄົດ,ທ່ານຫູເຈີ້ງອີ້ກ່າວວ່າ,ເຂດມາກາວກັບປະເທດອາຊຽນໄດ້ມີເງື່ອນໄຂທີ່ດີທີ່ສຸດໃນດ້ານພູມສາດ ວັດທະນະທຳແລະບຸກຄະລາກອນ, ປະຈຸບັນນີ້ກໍ່ພວມພົບພໍ້ກັບໂອກາດການພັດທະນາທີ່ສຳຄັນໃນປະ ຫວັດສາດ,ເຂດພິເສດມາກາວຈະສືບຕໍ່ເສີມຂະຫຍາຍບົດບາດຂົວເປັນຕໍ່ລະຫວ່າງເຂດໃນຈີນກັບບັນດາປະເທດອາຊຽນ,ເພີ່ມທະວີການຮ່ວມມືກນໃນຫຼາຍຂົງເຂດ,ເພື່ອປະກອບສ່ວນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນກັບອາຊຽນ.
ທ່ານຜູ່ຟັງທີໂຄລົບ,ທີ່ຟັງມານັ້ນແມ່ນບົດປະກອບສຽງທີ່ພາດຫົວເລື່ອງວ່າ:ເຂດພິເສດມາກາວພວມກາຍເປັນຂົວຕໍ່ໃນການຮ່ວມມືທາງດ້ານເສດຖະກິດການຄ້າແລະວັດທະນະທຳລະຫວ່າງເຂດໃນຈີນກັບປະເທດອາຊຽນ
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |