ຄຸນ​ປະ​ໂຫຍ​ດຂອງ​ໝາກ​ເຜັດ

(GMT+08:00) 2013-03-14 15:11:44     cri

ການ​ກິນ​ໝາກ​ເຜັດ​ຫຼາຍ​​ຕົນ​ເກີນ​ໄປ​ຈະ​ນໍາ​ຄວາມ​ເດືອດຮ້ອນ​ມາ​ໃຫ້​ເຊັ່ນ: ກິນ​ຜັກ​ຈົນ​ເປັນ​ພະ​ຍາດ​ກະ​ເພາະ​ອາຫານ ລື​ການ​ກິນ​ເຜັດ​ຫຼາຍ​ໃນ​ເວລາ​ທ້ອງ​ວ່າງ ພ້ອມ​ທັງ​ກິນ​ບໍ່​ຖືກ​ເວລາລ້ວນ​ແຕ່​ໃຫ້​ໂທດ​ໄດ້, ​ແຕ່​ຖ້າ​ຮູ້ຈັກ​ກິ​ນຢ່າງ​ຖືກ​ວິທີ​ທ່ານ​ກໍ່​ຈະ​ໄດ້​ຄຸນ​ປະ​ໂຫຍ​ດຈາກ​ຄວາມ​ເຜັດ​ນັ້ນ.

ເລີ່​ມຈາກ​ໝາກ​ເຜັດ​ຊ່ວຍ​ປ້ອງ​ກັນ​ຫົວ​ໃຈ ​ໂດຍ​ວິຕາມິນ​ສໍາຄັນ​ຄື: ວິຕາມິິນ​ອາ, ວິຕາມິນ​ເຊ, ທາດ​ການ​ຊຽມ ​ແລະ ທາດ​ເຫຼັກ ​ແລະ​ມີ​ຫຼາຍ​ໃນ​ໝາກ​ເຜັດ​ດິບ ​ແລະ​ມາກ​ເຜັດ​ແຫ້ງ ​ແຕ່​ຖ້າ​ທ່ານ​ເປັນ​ຫ່ວງ​ເລື່ອງ​ຄວາມ​ເຜັດ​ຫຼາຍ​ເກີນ​ໄປ​ກໍ​ໃຫ້​ກິນ​ມາກ​ເຜັດ​ໃຫຍ່​ແທນ.ຕໍ່​ມາ​ແມ່ນ​ຊ່ວຍ​ຂະຫຍາຍ​ລອດ​ເລືອດ ​ເພາະ​ມີ​ເຄມີ​ຊ່ວຍ​ໄລ່​ຂີ້ກະ​ເທີ່ ​ແລະ​ເປີດ​ຮູ​ຄໍ​ໃຫ້​ໂລ່ງ​ຂື້ນ. ສໍາລັບ​ຄົນ​ທີ່​ເປັນ​ພຸມ​ແພ້​ກໍ່​ສາມາດ​ຊ່ວຍ​ໄດ້​ດີ​ຫຼາຍ ຫາກ​ເປັນ​​ເດັກນ້ອຍ​ໃຫ້​ກິນ​ພິກ​ໄທ​ແທນ ຫຼ​ໃຊ້​ຫົວຜັກ​ບົ່ວ​ໃຫຍ່​ທີ່​ເຜັດ​ອ່າວ​ໜ້ອຍ ​ແລະ​ສໍາລັບ​ຜູ້​ໃຫຍ່​ຂໍ​ໃຫ້​ລະວັງ​ສະໝັກ​ໝາກ​ເຜັດ.

ນອກຈາກ​ນີ້, ຍັງ​ຊ່ວຍ​ໄລ່​ແຊນ​ຂອງ​ມະ​ເຮັງ ພຍງ​ແຕ່​ໝາກ​ເຜັດ​ຜົງ​ກໍ​ສາມາດ​ຊໍ່​ວຍກໍາຈັດ​ແຊນ​ມະ​ເຮັງ​ໄດ້ ​ໂດຍ​ສະ​ເພາະ​ມະ​ເຮັງ​ຕ່ອມ​ລູກ​ມາກ​ໃນ​ຜູ້​ຊາຍ ​ແລະ​ມະ​ເຮັງ​ຜີວ​ໜັງ​ກັບ​ມະ​ເຮັງ​ລໍາ​ໃສ້​ໃຫຍ່​ນໍາ​ອີກ ​ເພາະ​ໝາກ​ເຜັດ​ໃຫຍ່​ຊ່ວຍ​ລ້າງ​ສານ​ພິດ​ໃຫ້​ຮ່າງກາຍ​ໄດ້​ທັງ​ໝາກ​ເຜັດ​ຜົງ ​ແລະ​ໝາກ​ເຜັດ​ດິບ, ​ແຕ່​ໝາກ​ເຜັດ​ດິບ​ຈະ​ໃຫ້​ຄຸນ​ປະ​ໂຫຍ​ດສູງ​ກວ່າ.

ຄວາມ​ເຜັດ​ຂອງ​ມາກ​ເຜັດ​ຈະ​ຊ່ວຍ​ຫຼຸດ​ໄຂມັນ, ປ້ອງ​ກັນ​ເລືອດ​ກ້າມ ​ແລະ​ຊ່ວຍ​ຄຸມ​ນໍ້າໜັກ ​ເພາະ​ເຮັດ​ໜ້າ​ທີ່​ເຜົາ​ຜານ​ພະລັງງານ​ໃຫ້​ນໍາ ທັງ​ນີ້, ການ​ສຶກສາ​ຢູ່​ປະ​ເທດ​ອິນ​ເດຍພົບ​ວ່າ: ອາສາ​ສະໝັກ​ທີ່​ກິນ​ໝາກ​ເຜັດ​ໃຫ້​ຜົນ​ໃນ​ການ​ຫຼຸດ​ຄວາມ​ກ້າມ​ຂອງ​ເລືອດ​ໄດ້ ພ້ອມ​ທັງ​ປອດ​ໄພ​ຕາມ​ສານພິດ​ຕົກ​ຄ້າງ ​ເຊິ່ງບໍ່​ຄື​ກັບ​ການ​ກິນ​ຢາ. ບໍ່​ພຽງ​ເທົ່າ​ນີ້, ຍັງ​ສາມາດ​ຫຼຸດ​ອາການ​ປວດ​ໄດ້ ​ເນື່ອງ​ຈາກ​ສານ​ແຄັບ​ໄຊ​ຊິນ ​ແລະ ​ເຄີ​ຄີວມິນ​ໃນ​ໝາກ​ເຜັດ ສາມາດແກ້ອັກເສບໄດ້ຈື່ວງເໝາະກັບຜູ້ທີ່ມີອາການປວດໄປຈົນເຖິງແສບຮ້ອນຈາກການອັກເສບຕາມພາກສ່ວນຕ່າງໆຂອງຮ່າງກາຍໄດ້.
    ໝາກເຜັດຍັງສາມາດສ້າງຄວາມສົດຊື່ນຫ້າວຫັນໄດ້. ເພາະສ້າງເອັນໂຕຟິນເປັນເຄມີແຫ່ງຄວາມສົດຊື່ນຫ້າວຫັນອອກກມາພາຍຫຼັງ
ທີ່ກິນໝາກເຜັດໄປບໍ່ໄດ້ດົນ ທ່ານລອງສັງເກດອາການຫຼັງຈາກກິນໝາກເຜັດຈະມີເຫື່ອອອກແລ້ວສະບາຍໂຕຂື້ນທັນທີ ແລະສຸດທ້າຍ
ຄວາມເຜັດຊ່ວຍເອີ້ນນໍ້າຍ່ອຍ ເຮັດໃຫ້ຈະເລີນອາຫານ. ຜູ້ໃຫຍ່ມັກເບື່ອອາຫານເມື່ອເຖິງອາຍຸໃດໜື່ງ, ດັ່ງນັ້ນ, ການກິນອາຫານເຜັດ
ຈະຊ່ວຍປຸກຕ່ອມຮັບລົດຊາດໃຫ້ຮູ້ຈັກແຊບໄດ້ດີຂື້ນ ເຊິ່ງນອກຈາກຄວາມຂົມແລ້ວຄວາມເຜັດກໍ່ເປັນລົດຊາດໜື່ງທີ່ຊ່ວຍກະຕຸ້ນດອກລີ້ນ
ໄດ້ຢ່າງມີປະສິດທິຜົນ.