ກິນ​ມັນຝຣັ່ງບໍາລຸງ​ຫຼອດ​ເລືອດ​ຫົວ​ໃຈ

(GMT+08:00) 2013-03-14 15:14:28     cri

ມັນຝຣັ່ງອຸດົມສົມບູນ​ໄປ​ດ້ວຍ​ວິຕາມິນ​ເບ, ວິຕາມິນ​ເຊ, ​ໂປຣຕັສຊຽມ, ​ໄຍອາຫານ ​ແລະ​ໂປຣຕີນ ນອກຈາກ​ນີ້, ຍັງ​ມີ​ຄາ​ໂບຮ​ໄຮ​ເດຣດ​ເຊິ່ງຊ້ອນ ຫຼື​ຄາ​ໂບ​ໄຮ​ເດຣດທີ່​ມີ​ສານ​ຊະນິດ​ອື່ນ​ເຊັ່ນ: ​ໄຂມັນ​ໂປຣຕີນ​ປະກອບ​ຢູ່​ໃນ​ໂມ​ເລ​ກຸນ​ນໍາ ຮ່າ​ກາຍ​ຈື່ງ​ຍ່ອຍ​ໄດ້​ຊ້າ ສົ່ງ​ຜົນ​ລະດັບ​ນໍ້າຕານ​ໃນ​ເລືອດ​ຖືກ​ຄວບ​ຄຸມ​ໄດ້ ຈື່ງ​ເປັນ​ພືດ​ອີກ​ຊະນິດ​ໜື່ງທີ່​ຄົນ​ປ່ວຍ​ເປັນ​ພະຍາດ​ເບົາຫວານ​ກິນ​ໄດ້. ສໍາລັບ​ສັບພະ​ຄຸນ​ລວມຂອງ​ມັນຝຣັ່ງຖື​ວ່າ: ດີ​ຕໍ່​ຫຼອດ​ເລືອດ​ຫົວ​ໃຈ, ລະບົປະສາດ, ລະບົບ​ຖ່າຍ​ເທ​ສິ່ງ​ເສດ​ເຫຼືອ ​ແລະ​ບໍາລຸງ​ຜີວ​ນັງ.
    ການ​ກິນ​ມັນຝຣັ່ງຄວນ​ຄໍານືງ​ເຖິງ​ການ​ປຸງ​ແຕ່ງ​ນໍາ​ເຊັ່ນ: ຢູ່​ນີວຢອກ​ທາຍ​ແນະ​ນໍາ​ໃຫ້​ຜູ້​ເຖົ້າ​ທີ່​ຢາກກິນ​ມັນຝຣັ່ງ, ​ແຕ່​ບໍ່​ຢາກ​ໄດ້​ສາກ​ອາຫານ​ເຕັມໆ​ເພາະ​ອາດ​ປ່ວຍຍ້ອນ​ພະນາດ​ບາງ​ຊະນິດ​ທີ່​ຕ້ອງ​ຄວບ​ຄຸມ​ເລື່ອງ​ອາຫານ​​ແນະ​ນໍາ​ໃຫ້​ເອົາ​ມັນຝຮັ່ງ​ໄປ​ຕົ້ມ, ຫຼື​ດອົບ​ດ່ຽວໆ​ຈສາມາດ​ຫຼຸດ​ສານ​ອາຫານ​ທີ່​ມີ​ລົ​ງ​ໄປ​ເກືອບ​ເຄິ່ງໜື່ງ ​ແລະ​ບໍ່​ເຮັດ​ໃຫ້​ມີ​ໄຂມັນ, ​ແຕ່​ກໍ່​ຍັງ​ໃຫ້​ພະລັງງານ​ອ່າວ​ຫຼາຍ​​ແລ້ວ. ດັ່ງ​ນັ້ນ, ຖ້າ​ກິນ​ມັນຝຣັ່ງຫຼາຍ​ແລ້ວ​ອາຫານ​ຄາບ​ອື່ນໆ​ກໍ່​ຄວນ​ຫຼຸດ​ປະລິ​ມານ​ລົງ. ​ແນວ​ໃດ​ກໍ​ຕາມ, ບໍ່​ຄວນ​ນໍາ​ເອົາ​ໄປ​ປຸງ​ແຕ່ງ​ຮ່ວມ​ກັບ​ເນີຍ​ຫຼື​ຄຣີມ​ເພາະ​ແຮງ​ຈະ​ເລີ່​ມ​ໂຂ​ມັນ​ອີ່ມ​ໂຕ.

ຂໍ້​ຄວນ​ຮູ້​ກ່ຽວ​ກັບ​ມັນຝຣັ່ງ

ບໍລິ​ເວນ​ເປືອກ​ລື​ຜີວ​ນັງຂອງ​ມັນຝຣັ່ງ​ເປັນ​ແຫຼ່ງທີ່​ມີ​ໄຍອາຫານ ​ແລະ​ທາດ​ໂປຣຕາດ​ຊຽມຫຼາຍ. ຂະນະ​ທີ່​ຊີ້ນ​ມັນຝຣັ່ງ​ໄກ້​ກັບ​ເປືອກ​ຈະ​ອຸດົມ​ໄປ​ດ້ວຍ​ວິຕາມິນ​ເຊ. ດັ່ງ​ນັ້ນ, ຈື່ງ​ຄວນ​ກິນ​ໝົ​ດ​ເປືອກ​, ​ແຕ່​ແນວ​ໃດ​ບໍລິ​ເວນ​ດັ່ງກ່າວ​ກໍ່​ເປັນ​ແຫຼ່ງສະ​ສົມ​ຂອງ​ສານ​ເຄມີ​ຈາກ​ການ​ປູກ ຫາກ​ຕ້ອງການ​ຄວາມ​ປອດ​ໄພ ​ແລະ​ຄວາມ​ສະບາຍ​ໃຈ​ກໍ​ຄວນ​ລ້າງ​ໃຫ້​ມັນ​ສະອາດ​ແທ້ໆ ຫຼື​ເລືອກ​ຊື້​ມັນ​ຝຮັ່ງ​ສະ​ເພາະ​ຈາກ​ສວນ​ທີ່​ປູກ​ໂດຍ​ປາດ​ສະ​ຈາກ​ສານ​ເຄມີ.