ນັກ​ຟິ​ຊິກສາດ​ໂລກ​10 ອັນດັບ

(GMT+08:00) 2013-03-14 15:30:35     cri


 

ອັນດັບ 7: ລິ​ຊາລ໌​ດ ໄຟນ໌​ແມນ (Richard Feynman) ນັກຟິ​ຊິກສາດຄົນ​ເມ​ລິ​ກາເກີດ( ປີ 1916 )  ພ. ສ. 2459 ເຖິງ​ແກ່ກຳ  (ປີ 1988 )ພ. ສ. 2531 ໄດ້​ຊື່​ເປັນ​ນັກ​ຟິ​ຊິກສາດອາລົມ​ດີ ສອນ​ຟິ​ຊິກສາດ ໃນ​ລະ​ດັບ​ມະຫາ​ວິທະຍາ​ໄລ​ທີ່​ຍາກ​ໆໄດ້​ດ້ວຍ​ຄວາມ​ມ່ວນ​ຊື່ນທັງໆທີ່​ເຈາະ​ເລິກ ໄດ້ຮັບ​ລາງ​ວັນ​ໂນ​ເບນ​ສາ​ຂາ​ຟິ​ຊິກສາດ​ປະຈຳ​ປີ ( 1965 ) 2508 ຈາກ​ຜົນ​ງານ​ກ່ຽວກັບ quan-tum electrodynamics ..


 

ອັນດັບ  6: ກາ​ລິ​ເລ​ໂອ (Galileo) ນັກ​ຟິ​ຊິກສາດຄົນອິ​ຕາ​ລີເກີດ ( ປີ 1564 )ພ. ສ. 2107 ເຖິງ​ແກ່ກຳ  ( ປີ 1642 ) ພ. ສ. 2185 ເປັນ​ນັກ​ວິທະຍາ​ສາດ​ຄົນ​ດຽວ​ໃນ​ໂລກ ທີ່​ຊື່​ທໍາ​ອິດຂອງ​ລາວ (ກາ​ລິ​ເລ​ໂອ) ເມື່ອ ມີ​ການ​ກ່າວເຖິງ ກໍ​ເປັນ​ທີ່​ເຂົ້າໃຈ​ກັນ​ທົ່ວ​ໂລ​ກວ່າ ໝາຍ​ເຖິງ​ລາວ ໂດຍ​ບໍ່​ຕ້ອງ​ລະ​ບຸ​ຊື່ນາ​ມສະກຸນ​ເຕັມ​ວ່າ ກາ​ລິ​ເລ​ໂອ ກາ​ລິ​ເລ​ອີ ໄດ້ຮັບ​ການ​ຍົກ​ຍ້ອງ​ເປັນ​ນັກຟິ​ຊິກສາດທີ່​ດີ​ເດັ່ນ​.

 

ອັນດັບ 5:  ເວິລ໌​ນ​ເນີລ໌ ໄຮ​ເຊນ​ ເບິລ໌​ກ (Werner Heisenberg) ເ​ວິລ໌​ນະ​ເນີລ໌ ໄຮ​ເຊນ​ເ​ບິລ໌​ກ (Werner Heisenberg) ນັກຟິ​ຊິກສາດຄົນ​ເຢຍລະ​ມັນເກີດ ( 1901 )​ພ. ສ. 2444 ເຖິງ​ແກ່ກຳ ( 1976 ) ພ. ສ. 2519 ໄດ້ຮັບ​ລາງ​ວັນ​ໂນ​ເບນວສາ​ຂາ​ຟິ​ຊິກສາດຂະນະ​ມີ​ອາ​ຍຸ​ພຽງ 31 ປີ ເປັນ​ຜູ້​ມີ​ສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ທິດສະດີ​ຄວອນ​ຕຳ ໂດຍ​ສະເພາະ​ຢ່າງ​ຍິ່ງຫລັກ​ຄວາມ​ບໍ່​ແນ່ນອນ​ທີ່​ມີ​ຊື່​ຂອງ​ລາວ​ຢູ່​ນໍາ.

1 2 3