ທ່ານທອງ​ສິງ ທຳ​ມະ​ວົງ​ຊົມ​ເຊີຍທ່ານ​ຫຼີ​ເຄີ້​ຊຽງ​ຖືກ​ແຕ່ງ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ

(GMT+08:00) 2013-03-15 13:53:49     cri
​ເຖິງ: ສະຫາຍ​ ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີ​ແຫ່ງ​ສາທາລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ
                                                  ທີ່ ນະຄອນຫຼວງ​ປັກ​ກິ່ງ
ສະຫາຍ​ ນາຍົກ​ ທີ່​ຮັກ​ແພງ​ແລະ​ນັບ​ຖື,

ເນື່ອງ​ໃນ​ໂອກາດ​ທີ່​ສະຫາຍ​ໄດ້​ຖືກ​ແຕ່​ງຕັ້ງ​​ໃຫ້​ດຳ​ແໜ່​ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ຕາງ​ໜ້າ​ໃຫ້​ລັດຖະບານ​ແລະ​ປະຊາຊົນ​ລາວ​ກໍ່​ຄື​ໃນ​ນາມ​ສ່ວນ​ຕົວ,​ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ​ທີ່​ສຸດ​ມາ​ຍັງ​ສະ​ຫາຍ.

ການ​ທີ່​ສະຫາຍ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງອັນ​ສູງ​ສົ່ງ​ແລະ​ສຳຄັນ​ຍິ່ງ​ນີ້, ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ພັກ,​ລັດ​​ແລະ​ປະ​ຊາ​ຊົນ​ຈີນ​ຕໍ່​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ແລະ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ສະ​ຫາຍ​ໃນ​ໄລຍະ​ທີ່​ຜ່ານ​ມາ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ເອກະລັກ​ຂອງ​ຈີນ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ, ລັດຖະບານ​ສ.ປ.ຈີນ​ໂດຍ​ມີ​ສະຫາຍ​ເປັນ​ນາຍົກລັດຖະມົນຕີຈະສືບຕໍ່​ນຳພາ​ປະ​ຊາ​ຊົນ​ຈີນ, ​ເພື່ອ​ຜັນ​ຂະ​ຫຍາຍ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ ⅩⅧ ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແນ​ໃສ່​ເຮັດ​ໃຫ້​ສ.ປ.ຈີນ​ກາຍ​ເປັນ​ປະ​ເທດ​ທີ່​ນັບ​ມື້​ນັບ​ມີ​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ຮອບ​ດ້ານ​ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ເສີມ​ສ້າງ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ຈົ່ງເສີມ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ແລະ​ໃນ​ໂລກ.

ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ສ.ປ.ປ.ລາວ​ແລະ​ສ.ປ.​ຈີນ​ກໍ​ຄື​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ​ສົ່ງ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ແລະ​ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ​ໄປ.

ຂໍ​ອວຍພອນ​ໃຫ້​ສະຫາຍ​ສົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ແລະ​ປະ​ສົບ​ຜົນ​ສຳ​ເລັດ​ໃຫມ່​ໃຫຍ່​ຫຼວງ​ໃນ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ສະ​ຫາຍ.
                                                           ນະ​ຄອນ​ຫຼວງ​ວຽງ​ຈັນ ວັນ​ທີ​15​ມີ​ນາ 2013
 
                                                            ທອງ​ສິງ ທຳ​ມະ​ວົງ
                                                 ນາຍົກລັດ​ຖະມົນຕີ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະ​ຊາ​ຊົນ​ລາວ