​​ເລີ່​ມລົງມື​ກໍ່ສ້າງເຂດ​​ໂຮງຮຽນມະຫາວິທະຍາ​ໄລ​ຊູ​ໂຈ່​ວ​ລາວ​ທີ່​ວຽງ​ຈັນ

(GMT+08:00) 2013-03-15 19:28:27     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ14ມີນາ​ນີ້, ທ່ານ​ເວີນ​ຊູ​ມີ​ງ, ຮອງອະທິການ​ບໍດີ​ປະຈຳ​ມະ​ຫາ​ວິທະຍາ​ໄລ​ຊູ​ໂຈ່​ວລາວ​ກ່າວ​ຕໍ່​ນັກ​ຂ່າວ​ຂອງ​ຂ່າວສານ​ຊິນ​ຮວາ​ວ່າ: ເຂດ​ໂຮງຮຽນມະຫາວິທະຍາ​ໄລ​ຊູ​ໂຈ່​ວຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ໄດ້​ເລີ່​ມກໍ່ສ້າງ​ແລ້ວ, ​ເປັນມະຫາວິທະຍາ​ໄລ​ຈີນ​ແຫ່ງ​ທຳ​ອິດທີ່​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງຮອບດ້ານ.

ຂ່າວ​ແຈ້ງວ່າ, ​ເຂດ​ໂຮງຮຽນ​ລາວຕົ້ນຕໍຂອງ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວລາວຕັ້ງ​ຢູ່​ນະຄອນຫຼວງ​ວຽງຈັນ​, ຫ່າງ​ຈາກ​ໃຈກາງ​ນະຄອນຫຼວງ​ວຽງ​ຈັນ​ພຽງ​ແຕ່6ກິ​ໂລ​ແມັດ, ກວມ​ເນື້ອ​ທີ່23​ເຮັກຕາ. ​ໃນ​ໄລຍະ​ທຳ​ອິດ​, ຕາມ​ແຜນການ​ແມ່ນຈະ​ກໍ່ສ້າງ​ສິ່ງ​ກໍ່ສ້າງ6​ແຫ່ງ​, ​ເຊິ່ງລວມທັງ​ອາຄານ​ຮຽນ, ​ໂຮງ​ອາຫານ, ຫໍ​ພັກ, ສະໜາມ​ກິລາ​ໃນ​ຮົ່ມ, ຫໍສະໝຸດ​ແລະ​ອື່ນໆ​.

ທ່ານ​ເວີນ​ຊູ​ມີ​ງກ່າວ​ວ່າ, ​ແຜນການ​ກໍ່ສ້າງ​ໄລຍະ​ທຳ​ອິດ​ນີ້​ຈະ​ໃຫ້​ສຳ​ເລັດ​ໃນ​ໄລຍະ2ຫາ3ປີ, ຮອດ​ເວລາ​ນັ້ນ​ຈະ​ສາມາດ​ຮັບ​ເອົານັກ​ສຶກສາ​ເຂົ້າ​ຮຽນ​​ເຖິງ800ຄົນ.

ມະຫາວິທະຍາ​ໄລ​ຊູ​ໂຈ່​ວລາວ​ແມ່ນ​ມະຫາວິທະຍາ​ໄລ​​ແຫ່ງ​ທຳ​ອິດ​ທີ່​ຕ່າງປະ​ເທດ​ລົງທຶນ​ສ້າງ​ຕາມ​ການ​ອະນຸມັດ​ຈາກ​​ກະຊວງ​​ສຶກສາທິການ​ແລະ​ກິລາ​ຂອງ​ລາວ. ​ໃນ​ປີ​ກາຍ​ນີ້​ໄດ້​ຮັບ​ເອົາ​ນັກ​ສຶກສາປະລິ​ຍາ​ຕີ​ຊຸດ​ທຳ​ອິດ, ​​ໄດ້​ເລີ່​ມການ​ຮຽນ​ການ​ສອນ​ມາ​ແຕ່​ວັນ​ທີ18ຕຸລາ​ປີ​ກາຍ​ນີ້.

ຂ່າວ​ແຈ້ງວ່າ, ຕາມ​ສະພາບ​ການ​ຕົວ​ຈິງ​ຂອງ​ລາວແລະ​ສະພາບ​ການ​ຕົວ​ຈິງ​ຂອງ​ມະຫາວິທະຍາ​​ໄລ​ຊູ​​ໂຈ່​ວລາວ ປະຈຸ​ບັນ​ນີ້​, ມະຫາວິທະຍາ​ໄລ​ຊູ​ໂຈ່​ວລາວ​ໄດ້ນຳ​ໃຊ້ຮູບ​ແບບ​ການ​ເຝິກອົບຮົມ​ຮ່ວມ​ກັນ​ກັບ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວຈີນ​ເພື່ອ​ເຝິກອົບຮົມ​ນັກ​ສຶກສາລາ​ວ, ການສຶກສາ​ຮ່ຳ​ຮຽນ​ຂອງ​ນັກ​ສຶກສາ​ຖືກ​ແບ່ງ​ເປັນສອງ​ພາກສ່ວນ​ຄືຮຽນ​ຢູ່​ລາວ​ແລະ​​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຊູ​ ໂຈ່​ວຈີນ​, ​ໃນ​ເວລາ​ດຽວ​ກັນ​ນັ້ນ, ຖ້າວ່າ​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວລາວໄດ້​ຈົດ​ທະບຽນ​ເປັນ​ນັກ​ສຶກສາ​ຕ່າງປະ​ເທດ​ຂອງ​ມະຫາວິທຍາ​​ໄລ​ຊູ​ໂຈ່​ວ​ຈີນ, ຜູ້​ທີ່​​ໄດ້​ເຂົ້າຮຽນ​​ເປັນ​ເວລາ2ປີ​ແລະ​​ໄດ້​ຮຽນ​ຈົບຕາມ​ເງື່ອນ​ໄຂຈະ​ໄດ້​ຮັບ​​ໃບ​ປະກາດ​ສະ​ນີຍະ​ບັດ​ຊັ້ນ​ປະລິ​ຍາ​ຕີສອງ​​ໃບຈາກ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວຈີນ​ແລະ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວລາວພ້ອມ​ກັນ.