ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ຜູ້​ແທນ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12​​ໄດ້​ຕົກ​ລົງ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ຫຼີ​ເຄີ້​ສຽງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ

(GMT+08:00) 2013-03-15 16:46:27     cri


ທ່ານສີຈິ້ນຜິງຈັບມືທ່ານຫຼີເຄີ້ສຽງ(ຊ້າຍ)

ຕາມ​ຂ່າວສານ​ຊິນ​ຮວາ:ກອງ​ປະຊຸມຄົບ​ຄະນະ​ຄັ້ງ​ທີ​5​ຂອງ​ກອງ​ປະຊຸມ​ຄັ້ງທຳ​ອິດຂອງ​ສະ ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12​ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ​15​ມີ​ນາ​ນີ້,​ໄດ້​ຕົກ​ລົງ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ຫຼີ​ເຄີ້​ສຽງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.


ທ່ານເວີ່ນເຈ່ຍປາວຈັບມືທ່ານຫຼີເຄີ້ສຽງ(ຊ້າຍ)

ຕາມ​ກຳນົດ​ໝາຍ​ແລ້ວ,ຜູ້​ແທນ​ທີ່​ຄວນເຂົ້າຮ່ວມ​ກອງ​ປະຊຸມ​ໃນ​ມື້​ນີ້​ແມ່ນ2986ຄົນ,​ແຕ່​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຕົວ​ຈິງ​ນັ້ນ​ມີ​2957​ຄົນ,​ແລະ​ມີ​29​ຄົນ​ບໍ່​ໄດ້​ເຂົ້າ​ຮ່ວມ.​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ແມ່ນ​ຖືກ​ຕ້ອງ​ຕາມ​ການ​ກຳ​ນົດ​ໃນ​ກົດ​ໝາຍ.

ທີ່​ປະຊຸມ​ໄດ້​ຜ່າ​ນໜັງສືສະ​ເໜີ​ຊື່​ຂອງ​ທ່ານສີ​ຈິ້ນຜິ​ງ,ປະທານ​ປ​ເທດ​ຈີນກ່ຽວ​ກັບ​ຜູ້​​ທີ່​ຈະ​ດຳ ລົງ​ຕຳ​ແໜ່​ງນາ​ຍົກ​ລັດ​ຖະ​ມົນ​ຕີ,​ຜູ້​ທີ່​ຈະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ແລະ​ຜູ້​ທີ່​ຈະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ.

ຜ່ານ​ການ​ປ່ອນ​ບັດ​ລົງຄະ​ແນນ​ສຽງ,ທີ່​ປະຊຸມ​ໄດ້​ຕົກ​ລົງ​ເຫັນ​ດີ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ຫຼີ​ເຄີ້​ສຽງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສປ​ຈີນ;​ແຕ່ງ​ຕັ້ງ​ໃຫ້​ທ່ານ​ຟ້ານ​ຊາງ​ຫົຼງ​ແລະ​ທ່ານ​ສູ​ສີ​ຫຼ້ຽງ​ເປັນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ສປ​ຈີນ;​ແລະ​ແຕ່ງ​ຕັ້ງ​ທ່ານ​ສາງ​ຫວັ້ນ​ໜນ,​ທ່ານ​ຝາງ​ເຝີ່ງ​ຮຸ່ຍ,​ທ່ານ​ຈ່າງ​ຢາງ,​ທ່ານ​ຈ້າວ​ເຄີ້​ສື,​ທ່ານ​ຈ່າງ​ໂຢ້​ເຊຍ, ​ທ່ານ​ອູ​ເຊີ້ງ​ລີ້,​ທ່ານ​ມາ​ສຽວ​ທ່ຽນ​ແລະ​ທ່ານ​ເຫວີ້ຍ​ເຝີ້ງ​ເຫີ​​ເປັນ​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ສປຈີນ.

ທີ່​ປະຊຸມ​ໄດ້​ເລືອກ​ຕັ້ງທ່ານ​ໂຈ່​ວສຽງ​ເປັນ​ປະທານ​ສານ​ປະຊາຊົນ​ສູງ​ສຸດ,​ແລະ​ເລືອກ​ຕັ້ງທ່ານ​ຊາວ​ຈ້ຽນ​ໝິນ​ເປັນ​ໄອ​ຍະ​ການ​ສູງ​ສຸດ​ຂອງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ.

ທ່ານ​ສີ​ຈິ້ນຜິ​ງ,ປະທານ​ປະ​ເທດ​ຈີນ​ໄດ້​ລົງ​ລາຍ​ເຊັນ​ໃນ​ຄຳ​ສັ່ງ​ປະທານ​ເລກທີ1,ອີງ​ຕາມ​ການ​ຕົກ​ລົງ​ຂອງ​ກອງ​ປະ​ຊຸມ,​​ແຕ່ງ​ຕັ້ງ​ທ່ານ​ຫຼີ​ເຄີ້​ສຽງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສປ​ຈີນ.