ເຂດມາ​ກາວ​ພວມ​ກາຍ​ເປັນ​ຂົວ​ຕໍ່​ໃນ​​ການ​ຮ່ວມ​ມື​ທາງ​ດ້ານ​​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ລະ​ຫວ່າ​ງ​ເຂດ​ໃນຈີນ​ກັບ​ປະ​ເທດອາຊຽນ

(GMT+08:00) 2013-03-20 10:07:30     cri

 ກອງ​ປະ​ຊຸມ​ເທື່ອ​ທີ​ສາມ​ຂອງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນຊຸດ​ທີ12 ທີ່​ໄດ້ພວມ​ຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ປັກ​ກິ່ງ,ສະມາຊິກ ສະພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ໃຫມ່ 2200 ກວ່າ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ,​ເພື່ອ​ປຶກ​ສາ​ຫາລື​ບັນຫາ​ທີ່​ສຳຄັນ​ຂອງ​ຊາດ.​ໃນ​ເວລາ​ທ່ານ​ຫູ​ເຈີ້ງອີ້,ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ,​ໂຄສົກ​ສຳນັກງານ​ເຈົ້າ​ຫນ້າ​ທີ່​ພິ​ເສດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນປະຈຳ​ມາ​ກາວ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຂອງ​CRI , ທ່ານ​ກ່າວ​ວ່າ, ການ​ພັດທະນາ​ຂອງ​ເຂດ​ມາ​ກາວ​​ໄດ້​ຕິດ​​ແຫ​ນັ້ນກັບ​ການ​ພັດທະນາ​ຂອງ​​ເຂດ​ໃນ​ຈີນ​ແລະພາກ​ພື້ນ​ອາຊີ​ອາຄະ​ເນ​,​ປະຈຸ​ບັນ,ເຂດ​ມາ​ກາວ​ພວມ​ກາຍ​ເປັນ​ຂົວ​ຕໍ່​​​ໃນ​ການ​ຮ່ວມ​ມື​ທາງດ້ານ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ລະຫວ່າງ​ເຂດ​ໃນຈີນ​ກັບບັນດາປະ​ເທດ​ອາ​ຊຽນ.
 



ທ່ານ​ຫູ​ເຈີ້​ງອີ້​​​​ແມ່ນ​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ທີ່​ຮັບຜິດຊອບ​ວຽກ​ງານ​ອາຊີ​ອາຄະ​ເນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ,ທ່ານ​ໄດ້ສຳ​ເລັດ​ການ​ສຶກສາ​ ພາສາ​ວຫວຽດນາມ​ຂອງມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ,​ເຄີຍ​ເຮັດ​ວຽກ​ຢູ່​ສະຖານທູດ​ຈີນ​ປະຈຳ​ຫວຽດນາມ,​ທ່ານ​ໄດ້​ດຳລົງ​ຕຳ​ແຫນ່​ງ​ເປັນອັກຄະ​ລັດຖະທູດ​ທັງ​​ເປັນ​ທີ່​ປຶ​ກສາ​ຂອງ​ສະຖາ​ນທູດຈີນ​ປະຈຳ​ສິງກະ​ໂປນັບ​ແຕ່​ປີ1995ຫາ1997, ນັບແຕ່ປີ2001ຫາ2004 ທ່ານ​ໄດ້ຖືກ​ແຕ່ງ​ຕັ້ງເປັນ​​ເອກ​ອັກຄະ​ລັດຖະທູດຈີນປະຈຳ​ມະ​ເລ​ເຊຍ​,​ກ່ອນ​ທ່ານ​ເປັນ​ໂຄສົກ​ສຳນັກງານ​ເຈົ້າ​ຫນ້າ​ທີ່​ພິ​ເສດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະຈຳ​ມາ​ກາວ​​ໃນເດືອນ​ກໍລະ​ກົດ2011,ທ່ານ​ຫູ​ເຈີ້​ງອີ້ ເຄີຍ​ດຳລົງ​ຕຳ​​ແຫນ່​ງ​ເປັນ​ລັດຖະມົນຕີ​ຊ່ອຍ​ວ່າການ​ ​ທັງ​ເປັນ​ຫົວຫນ້າ​ກົມ​ພະ​ແນ​ກອາຊີ​ຂອງ​ກະຊວງການ​ຕ່າງປະ​ເທດ​ຈີນ.
  ​​ ຍ້ອນ​ທ່ານ​ມີປະສົບ​ການ​ໃນ​ວຽກ​ງານການ​ທູດ​​ເປັນ​ເວລາ​ຫຼາຍ​ປີ​ແລະມີ​ປະ ສົບ​ກາ​ນວຽກງານ​ຢ່າງ​ຫຼວງ​ຫຼາຍ​ຢູ່​ປະ​ເທດ​ອາຊີ​ອາຄະ​ເນ,ທ່ານ​ຫູ​ເຈີ້​ງອີ້​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ​ເຫັນວ່າ:

  "​​ເມື່ອເວົ້າ​​ໃນລະດັບ​ໃດ​ຫນຶ່ງ​ແລ້ວ​ເຫັນ​ວ່າ,ຈີນ​ກັບບັນດາປະ​ເທດ​ອາ​ຊຽນລ້ວນ​ແຕ່​​ແມ່ນ​ຄູ່​ຮ່ວມ​ມື​ເຫມືອນ​ດັງ​ຢູ່​ໃນ​ເຮືອ​ລຳ​ດຽວ​ກັນ,ພວກ​ເຮົາ​ຕົກ​ຢູ່​ໃນ​ລະດັບ​ການ​ພັດທະນາ,ພວກ​ເຮົາ​ລ້ວນ​ແຕ່​ຕ້ອງການ​ໃຫ້​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຢ່າງ​​ກວ້າງຂວາງ,ລ້ວນ​ແຕ່​ຕ້ອງການ​​ໃຫ້ຮັກສາ​ແລະພັດທະນາທ່າ​ອຽງ​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ."

ພາກ​ເຫນືອ​ຂອງເຂດ​ມາ​ກາວ​​ໄດ້​ໃກ້​ເຂົ້າ​ກັບ​​ນະຄອນ​ຈູ່​ໄຫ​ຂອງ​ແຂວງ​ກວາງຕຸ້ງ,ຫ່າງ​ຈາກ​ເຂດ​ຮົງ​ກົງ​ໄປ​ທາງ​ທິດຕາ​ເວັນ​ອອກ60 ກິ​ໂລ​ແມັດ.ຫຼັງ​ຈາກ​ເຂດ​ມາ​ກາວ​ກັບ​ຄືນ​ປະ​ເທດ​ຊາດ​ໃນ​ປີ1999​ແລ້ວ,​ເສດ ຖະກິດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ປະຊາຊົນ​ດຳລົງ​ຊີວິດ​ແລະຢູ່​ເຢັນ​ເປັນ​ສຸກ,​ເຂດ​ມາ​ກາວ ​ໄດ້ກາຍ​ເປັນ​ແບບຢ່າງອັນ​ດີງາມ​​ໃນ​ການ​ປະຕິບັດນະ​ໂຍບາຍປະ​ເທດ​ຫນຶ່ງ​ສອງ​ລະບອບ.ທ່ານ​ຫູ​ເຈິ້ງອີ້ກ່າວ​ວ່າ,​ເຂດ​ມາ​ກາວ​ກັບປະ​ເທດ​ອາຊີ​ອາຄະ​ເນ​​ໄດ້ມີ​ການ​ພົວພັນກັນ​ຢ່າງ​ໃກ້ຊິດ,ຍ້ອນ​ມີ​ທ່າ​ແຮງ​​ໃນດ້ານທີ່​ຕັ້ງ​ພູມີສາດ​ແລະ​ວັດທະນະທຳ​ທີ່​ມີ​ເອກະລັກ​ພິ​ເສດ,ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ລະຫວ່າງ​ເຂດ​ມາ​ກາວ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​​​ກ້າວ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ກ່າວ​ວ່າ:

" ​ເຂດ​ມາ​ກາວ​ມີ​ຈຸດ​ພິ​ເສດ​ແລະ​ທ່າ​ແຮງ​ຂອງ​ຕົນ​ເອງ,​ເຖິງ​​ວ່າ​ແມ່ນ​ອົງ​ກອນ​ເສດຖະກິດ​​ເລັກ​ຫນ້ອຍ​ກໍ​ຕາມ,​ແຕ່​ກໍ່​ແ​ມ່ນອົງ​ກອນ​ເສດຖະກິດ​ຂອງ​ພາກ​ພື້ນ​ນີ້,​​ແລະ​ແມ່ນ​ອົງ​ກອນ​ເສດຖະກິດ​ອັນ​ສຳຄັນ.​​ເຖິງ​ວ່າ​ເຂດ​ມາ​ກາວ​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງ​ຈີນ​ກໍ​ຕາມ,​ແຕ່​​ຍັງ​​ແມ່ນ​​ເຂດ​ທີ່​ປະຕິບັດ​ນະ​ໂຍບາຍ​ນປະ​ເທ​ດຫນຶ່ງ​ສອງ​ລະບອບ.ປະຈຸ​ບັນ,ຕະຫຼາດ​ຂອງ​ເຂດ​ມາ​ກາວ​​ໄດ້​ເປີດ​ປະຕູ​ແລະມີ​ຄວາມ​ເສລີ​​ໃນ​ລະດັບ​ສູງ,ສິນຄ້າ​ບໍ່​​ເກັບ​ພາສີ​,ການ​ຮ່ວມ​ມື​ກັບ​ສາມຫຼ່ຽມ​ແມ່​ນ້ຳ​ຈູ່ຈ່ຽງກໍ່​ນັບ​ມື້​ນັບມີ​ຄວາມ​ແຫ​ນັ້ນ​ແຟ້ນ, ນອກ​ນີ້, ​ເຂດ​ມາ​ກາວ​ກັບ​ອາຊີ​ອາຄະ​ເນ​​ໄດ້ມີການ​ພົວພັນຢ່າງ​ໃກ້ຊິດທີ່​ສຸດ, ປະຊາຊົນ​ມາ​ກາວ​ຫນຶ່ງ​ສ່ວນ​ສິບ​ແມ່ນ​ຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ທີ່​ມາຈາກ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ.​ໃນ​ເຂດ​ມາ​ກາວ​ມີ​ສະມາຄົມ​ໃຫຍ່​ຊາວ​ຈີນ​ຕ່າງ​ດ້າວ,​ແມ່ນອົງການ​ຈັດ​ຕັ້ງ​ສັງຄົມ​ທີ່​ສຳຄັນ​ທີ່ສຸດ​ຂອງ​ເຂດ​ມາ​ກາວ,​ເຂົາ​ເຈົ້າ​ກັບ​ປະ​ເທດອາຊີ​ອາຄະ​ເນ​ທີ່​​ເຄີຍ​ພັກ​ຢູ່​ອາ​ໄສຮ່ວມ​ກັນ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນຢ່າງ​ໃກ້ຊິດ."


  ທ່ານ​ຫູ​​ເຈີ້​ງອີ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ເຂດບໍລິຫານ​ພິ​ເສດມາ​ກາວ​ໄດ້​ພັດທະນາ​ດ້ວຍຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ສອງ​ຕົວ​ເລກທຸກປີ,ປີ2012, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນຫຼື GDP ສະ​ເລ່ຍຕໍ່​ຫົວ​ຄົນ​ໄດ້​ສູງ​ເຖິງ7 ຫມື່ນ​ໂດ​ລາ​ສະຫະລັດ,​ເປັນອັນ​ດັບທີ​ຫນຶ່ງ​​ໃນ​ອາຊີ,​ໂດຍ​ສະ​ເພາະ​ແມ່ນ​ໃນ​ຫຼາຍ​ປີ​ມາ​ນີ້,ນັກທຸລະກິດ​ຂອງບັນດາ​ປະ​ເທດ​ອາຊີ​ອາຄະ​ເນຈຳນວນ​ຫຼວງ​ຫຼາຍ​ໄດ້​ຊອກ​ຫາ​ໂອກາດ​ການ​ຄ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ເຂດ​ມາ​ກາວ,ຜ່ານ​ຈາກ​ເຂດ​ມາ​ກາວ​ໄປ​ລົງທຶນ​ຢູ່​ໃນ​ວົງ​ເສດຖະກິດ​ສາມຫຼ່ຽມ​​ແມ່​ນ້ຳ​ຈູ່​ຈ່ຽງຂອງ​ຈີນ. 


   ທ່ານ​ຫູ​​ເຈີ້​ງອີ້ກ່າວ​ຕໍ່​ນັກ​ຂ່າວ​ວ່າ,ຕະຫຼາດ​ວັດທະນະທຳ​ຂອງ​​ເຂດ​ມາ​ກາວ​ໄດ້​ຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນ​ແລະ​ຟົດ​ຟຶ້ນ​ຕະຫຼອດມາ,​ໂດຍ​ສະ​ເພາະ​ແມ່ນ​ຫຼັງ​ຈາກ​​ໄດ້ກັບ​ຄືນ​ປະ​ເທດ​ຊາດ​ແລ້ວ,​ແຕ່ລະ​ປີ​ກໍ່​ມີ​ການສະ​ແດງ​ຂອງ ຫມູ່​ຄະນະ​ສິລະ​ປະ,ການ​ສະ​ແດງ​ລາຍການ​ທີ່ຫຼາກ​ຫຼາຍ​​ແລະ​ກິດຈະກຳຕ່າງໆທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ທົ່ວ​ໂລກ,ຍ້ອນ​ວ່າ​ເຂດພິ​ເສດ​ມາ​ກາວ​ມີ​ຊາວ​ຈີນ​ຕ່າງ​ດ້າວ​ຈຳນວນ​ຫຼວງ​ຫຼາຍ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ, ເຂດມາ​ກາວ​ກັບປະ​ເທດ​ອາຊີ​ອາຄະ​ເນ​ໄດ້ແລກປ່ຽນ ທາງດ້ານ​ວັດທະນະທຳ​ຢ່າງ​ໃກ້ຊິດ​ກວ່າ​ເກົ່າ:ທ່ານ​ກ່າວ​ວ່າ:

"ນັບ​ແຕ່ຂ້າພະ​ເຈົ້າ​ດຳລົງ​ຕຳ​​ແຫນ່​ງ​​ເປັນ​ໂຄສົກ​ສຳນັກງານ​ເຈົ້າ​ຫນ້າ​ທີ່​ພິ​ເສດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະຈຳ​ມາ​ກາວໃນ​ເດືອນ​ກໍລະ ກົດ​2011​​ເປັນ​ຕົ້ນ​ມາ,​ໄດ້​ມີ​ຄະນະ​ວັດທະນະທຳ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ໄດ້​​ແລກປ່ຽນ​ແລະ​ສະ​ແດງ​ລາຍກາ​ນຢູ່​ມາ​ກາວ​ເລື້ອຍໆ,ຂ້າພະ​ເຈົ້າ​​ໄດ້​ປຶກສາ​ຫາລື​ກັບ​ລັດຖະມົນຕີ​ວ່າການ​ກະຊວງການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ອາ​ຊຽນ,​​ເພື່ອເ​ຊື້​ອ​ເຊີນ​ປະ​ເທດ​ອາຊີ​ອາຄະ​ເນ​ຈັດ​ກິດ​ຈະ​ກຳ​ການ​ແລກປ່ຽນ​ໃນ​ຂົງ​​ເຂດ​ວັດທະນະທຳ ພຸດທະ​ສາສະຫນາ​ແລະ​ອື່ນໆ​ຢູ່​​ແຫ່ງ​ນີ້.​ນັບແຕ່ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ,​ເຂດ​ມາ​ກາວ​ໄດ້​ເລີ່​ມຈັດ​ເວທີ​ປຶກສາ​ຫາລື ທາງ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ໂລກ,​ເວທີປຶກສາ​ຫາລື​ດັ່ງກ່າວ​ອ່ວາຍຫນ້າ​​ໄປ​ສູ່​ທົ່ວ​ໂລກ,​ແຕ່​ຈຸດ​ສຸມ​ແມ່ນບນດາ​ປະ​ເທດ​ອາຊີ​ອາຄະ​ເນ.​ໃນປີ​ກາຍ​,ໄດ້​ຈັດ​ເວທີ​ປືກສາ​ຫາລື​ຄັ້ງ​ທຳ​ອິດ,ອົງການ​ປົກຄອງ​ຂອງ​ເຂດ​ບໍລິຫານ​ພິ​ເສດມາ​ກາວ​ໄດ້​ເຊື້ອ​ເຊີນ​ທ່ານ​ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະ ມົນຕີວ່າການ​ກະຊວງ​ການທ່ອງທ່ຽວຂອງ​ໄທ​ແລະ​ຫົວຫນ້າ​ກົມ​ການ ທ່ອງທ່ຽວ​ຂອງ​ປະ​ເທດ​ອື່ນໆມາ​ເຂົ້າ​ຮ່ວມ​,​ໃນ​ລະດູ​ໃບ​ໄມລົ່ນ​ປີ​ນີ້​ ກໍ່ຈະ​ຈັດ​ຂຶ້ນຕື່ມ​ອີກ,ຂ້າພະ​ເຈົ້າ​ຍັງ​ສະ​ເຫ​ນີ​ໃຫ້​ເຊື້ອ​ເຊີນ​ລັດຖະມົນຕີ​ວ່າການ​ກະ ຊວງ​ການທ່ອງທ່ຽວ​ຂອງບັນດາປະ​ເທດ​ອາຊີ​ອາຄະ​ເນ​​ເຂົ້າ​ຮ່ວມ​ເວທີ​ປືກສາ​ຫາລື​​ແບບ​ນີ້​ຢູ່​ເຂດ​ມາ​ກາວ."

 ​ໃນ​ເວລາ​ກ່າວ​ເຖິງ​ການ​ພັດທະນາຂອງ​ເຂດ​ພິ​ເສດ​ມາ​ກາວ​ໃນ​ອະນາຄົດ,ທ່ານ​ຫູ​ເຈີ້​ງອີ້ກ່າວ​ວ່າ,​ເຂດ​ມາ​ກາວ​ກັບປະ​ເທດ​ອາ​ຊຽນ​ໄດ້​ມີ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ​ໃນ​ດ້ານ​ພູມ​ສາດ ວັດທະນະທຳ​ແລະ​ບຸກຄະລາ​ກອນ, ປະ​ຈຸບັນ​ນີ້ກໍ່ພວມພົບ​ພໍ້​ກັບ​ໂອກາດ​ການ​ພັດທະນາທີ່​ສຳຄັນ​ໃນ​ປະ ຫວັດສາດ​,​ເຂດ​ພິ​ເສດມາ​ກາວ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂົ​​ວ​ເປັນ​ຕໍ່​ລະຫວ່າງ​ເຂດ​ໃນ​ຈີນ​ກັບ​ບັນດາ​ປະ​ເທດ​ອາຊຽນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກນໃນ​ຫຼາຍ​ຂົງ​ເຂດ,​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ຈີນກັບ​ອາ​ຊຽນ.