ລາວກຳປູ​ເຈຍ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຊາຍ​ແດນ

(GMT+08:00) 2013-03-22 15:26:11     cri

ປຶກສາຫາລືບັນຫາຊາຍແດນທີ່ບໍ່ທັນຈະແຈ້ງຢູ່ແຂວງພາກ​ໃຕ້​ຂອງ​ລາວ​ເພື່ອ​ເປັນ​ການ​ປະ​ຕິ​ບັດ​ແລະ​ການ​ຕົກ​ລົງ​ກັນ​ຂອງ​ສອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ປະ​ເທດ​ລາວ-ກຳປູ​ເຈຍ. ສະ​ນັ້ນ​ຫວ່າງ​ບໍ່​ດົນ​ມາ​ນີ້​ຄະ​ນະ​ຜູ້​ແທນ​ແຫ່ງ ສປປ ລາວ ນຳ​ໂດຍ​ທ່ານ​ບຸນ​ເກີດ​ສັງ​ສົມ​ສັກ,ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສປປ ລາວ ແລະ ຄະ​ນະ​ຜູ້​ແທນ​ແຫ່ງ​ລາ​ຊາ​ອາ​ນາ​ຈັກ​ກຳ​ປູ​ເຈຍ ນຳ​ໂດຍ​ທ່ານ ລ໋ອງ ວິ​ຊາ​ໂຣ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະຊວງຕ່າງປະເທດ ແລະ ການ​ຮ່ວມ​ມື​ສາ​ກົນ​ໄດ້​ຮ່ວມ​ກັນ​ລົງ​ເບິ່ງ​ພື້ນ​ທີ່ຊາຍແດນຕິດຈອດລະຫວ່າງເມືອງ​ສະ​ຫນາມ​ໄຊ ແຂວງອັດຕະປື ແຫ່ງ ສປປ ລາວ ກັບຊຽງປາງ ແຂວງຊຽງແຕງ ແຫ່ງ​ລາ​ຊາ​ອາ​ນາ​ຈັກກຳປູເຈຍ. ເຊິ່ງ​ເປັນ​ເຂດ​ພື້ນ​ທີ່​ຊາຍ​ແດນ​ບໍ່​ທັນ​ຈະ​ແຈ້ງ ໃນໂອກາດດັ່ງກ່າວຄະນະທັງສອງໄດ້ຮັບຟັງການລາຍງານຂອງທ່ານນາງ ຫວັດ​ສະດີໂຄດໂຍທາ,ຮອງ​ເລ​ຂາ​ພັກ​ແຂວງ​ຮອງ​ເຈົ້າ​ແຂວງ​ໆ​ອັດ​ຕະ​ປື​ຊຶ່ງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ລາວ​ແລະ​ປະ​ຊາ​ຊົນ​ກຳປູເຈຍ​ທີ່​ຢູ່​ຕາມ​ຊາຍ​ແດນ​ໄດ້​ເຄີຍ​ໄປ​ມາ​ຫາ​ສູ່​ກັນ​ເປັນ​ພີ່​ນ້ອງເຄີຍຊ່ວຍເຫຼືອເຊິ່ງກັນແລະກັນ. ມາແຕ່​ບັນ​ພະ​ບູ​ລຸດ​ແລະ​ການ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ​ເຂດ​ນີ້​ເປັນ​ປົກ​ກະ​ຕິ.

ແຕ່ເຖິງຢ່າງໃດກໍ່ຕາມປະຊາຊົນລາວແຂວງອັດຕະປືເຄີຍໄດ້ຊ່ວຍເຫຼືອປະຊາຊົນກຳປູເຈຍດັບໄຟສົງຄາມໃນເມື່ອກ່ອນ ຈຳນວນ 8 ພັນ​ກວ່າ​ຄົນ​ໄດ້​ໃຫ້ທີ່ພັກ​ອາ​ໄສ ແລະ ຊ່ວຍເຫຼືອ​ສະ​ບຽງ​ອາ​ຫານ​ຈຳ​ນວນ​ໜຶ່ງ, ພ້ອມ​ດຽວ​ກັນ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຂອບ​ເຂດ​ຊາຍ​ແດນ​ທັງ​ສອງ​ປະ​ເທດ​ໄດ້​ມີ​ຄຳ​ເຫັນ​ບົນພື້ນຖານການຕົກລົງ, ທາງ​ການ​ທະ​ຫານນຳກັນແບ່ງຂອບເຂດລາດຕາເວນໃນພື້ນທີ່ບໍ່ຈະແຈ້ງ ເພື່ອ​ເຮັດ​ໃຫ້​ພື້ນ​ທີ່​ດັ່ງ​ກ່າວ​ຄົງ​ໄວ້​ສະ​ພາບ​ເດີມ ແລະ ແກ້​ໄຂ​ໃຫ້​ສອດ​ຄ່ອງ​ລະ​ຫວ່າງ​ທ້ອງ​ຖິ່ນ, ເມືອງ, ແຂວງ, ທີ່​ມີ​ຊ​າຍ​ແດນ​ຕິດ​ຈອດ​ກັນ​ຈະ​ຕ້ອງ​ໄດ້​ເປີດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ແລກ​ປ່ຽນ​ບົດ​ຮຽນ​ນຳ​ກັນ ແລະ ທັງຄະ​ນະ​ກຳ​ມະ​ການສຳ​ຫລວດ​ຊາຍແດນ​ຈະ​ໄດ້​ຕົກ​ລົງ​ສຳ​ຫລວດ​ຂອບ​ເຂດ​ຊາຍ​ແດນ​ຕົວ​ຈິງຮ່ວມກັນອີກ ຕາມ 4 ຫລັກການທີ່ຕົກລົງກັນໄວ້ໃນເບື້ອງຕົ້ນ.