ສະຖານທູດ​ຈີນ​ປະຈຳ​ລາວ​ເຜີຍ​ແຜ່​ຜົນງານ​ກອງ​ປະຊຸມ​ສອງ​ສະພາ​ຈີນ​ໃຫ້​ສື່​ມວນ​ຊົນ​ລາວ

(GMT+08:00) 2013-03-22 18:05:26     cri
ວັນ​ທີ22ມີນາ​ນີ້,​ຢູ່​ສະຖານທູດ​ຈີນ​ປະຈຳ​ລາວ​ໄດ້​ຈັດການ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ສະ​ໄໝ​ທີ12​ແລະ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ສະ​ໄໝ​ທີ12ຂຶ້ນ, ​ໂດຍ​ມີ​ທ່ານ​ວາງ​ຮົງ​ສຸນ, ຫົວໜ້າ​ພະ​ແນ​ກການ​ເມືອງ​ຂອງ​ສະຖານທູ​ດຈີນ​ປະຈຳ​ລາວ​ເປັນ​ຜູ້​ຖະ​ແຫຼງຂ່າວ, ​ເຊິ່ງມີ​ສື່​ສຳຄັນ​ຕ່າງໆ​ຂອງ​ລາວ​ເຂົ້າ​ຮ່ວມ.

​​ໃນ​ການ​ຖະ​ແຫຼ​ງຂ່າວ,​ທ່ານວາງ​ຮົງ​ສຸນ, ຫົວໜ້າ​ພະ​ແນ​ກການ​ເມືອງ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ​ໄດ້​​ແນະນຳ​ສະພາບ​ຂອງ​ກອງ​ປະຊຸມ​ສອງ​ສະພາ​ໃຫ້​ບັນດາ​ນັກ​ຂ່າວ​ຊາບ,​ ​ເຊັ່ນ, ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່​​ເວົ້າ​ເຖິງ​ຜົນສຳ​ເລັດ​ຂອງ​ຈີນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ,​​ແຜນການ​ປັບປຸງ​ໂຄງ​ປະ​ກອບ​ແລະ​ຫັນປ່ຽນ​ພາລະ​ໜ້າ​ທີ່ຂອງ​ລັດຖະບານ, ​ແລະ​ທິດ​ທາງ​ຂະຫຍາຍຕົວ​ຂອງ​ປະ​ເທ​ດຈີນ​ໃນ​ໄລຍະ​ຕໍ່ໜ້າ​ທີ່​ຜູ້ນຳ​ຊຸດ​ໃໝ່​ຂອງ​ລັດຖະບານຈີນ​ສະ​ເໜີອອກ​ມາ, ດັ່ງ​ນີ້​ເປັນ​ຕົ້ນ.

ນອກ​ນີ້,​ທ່ານ​ຍັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ບັນດາ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ທີ່​ສົນ​ໃຈ, ​ເຊັ່ນ, ຜູ້ນຳ​ຊຸດ​ໃໝ່ຂອງ​ລັດຖະບານ​ຈີນ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ,​ ​​ແລະ​ອື່ນໆ.