ທາງຫຼວງ​​ແຕ່ນະຄອນ​ຄຸນ​ມິ​ງ​​ຮອດ​ນະ​ຄອນ​ຫຼວງ​ບາງ​ກອກ​ຈະ​ສ້າງ​ສຳ​ເລັດ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້

(GMT+08:00) 2013-03-26 15:31:08     cri

ໜັງສືພິມ "ຫຼຽນ​ເຫີ​ຈາວ​ປ້າວ" ຂອງ​ສິງກະ​ໂປ ​ແຈ້ງວ່າ: ຄຽງ​ຄູ່​ກັບ​ຂົວ​ໃຫຍ່​ແຫ່ງ​ໜຶ່ງ​ທີ່​​ເຊື່ອມຕໍ່​ລາວ​ແລະ​ໄທ​ໃກ້ຈະ​ສ້າງ​ສຳ​ເລັດ, ທາງ​ຫຼວງ​ສາ​ກົນ​ແຕ່​ນະ​ຄອນ​ຄຸນ​ມິງ​ຈີນຮອດ​ນະຄອນຫຼວງບາງ​ກອກ​ຂອງ​ໄທ ທີ່​​ເຊື່ອມ​ຕໍ່​ສາມ​ປະ​ເທດ​ ຄື ຈີນ, ລາວ ​ແລະ ​ໄທ ຈະ​ສ້າງ​ສຳ​ເລັດ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ນີ້​ຈະ​ເຮັດ​ໃຫ້ການສັນຈອນ​ໄປ​ມາ​ແລະ​ຂົນ​ສົ່ງ​ຕາມ​ເສັ້ນທາງ​ຄົມມະນາຄົມ​ສາຍນີ້​ສະດວກ​ສະບາຍ​ຂຶ້ນກວ່າ​ເກົ່າ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ​ກວ່າ​ເກົ່າ.

ທາງຫຼວງ​ແຕ່ນະຄອນຄຸນ​ມິ​ງຮອດ​ນະຄອນຫຼວງບາງກອກ ​ແມ່ນ​ເສັ້ນທາງ​ຄົມມະນາຄົມ​​ທີ່ສຳຄັນ​​ເສັ້ນໜຶ່ງ ທີ່​​ເຊື່ອມ​ຕໍ່​ລະຫວ່າງ​ຈີນກັບ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ໂດຍ​ທາງ​ບົກ, ​ແຕ່​ເສັ້ນ​ທາງ​ນີ້​ມີ​ແມ່​ນ້ຳຂອງ​ຂັ້ນ​ເປັນ​ສອງ​ຕອນ​ຢູ່​ເມືອງ​ຫ້ວຍຊາຍ​ຂອງ​ລາວ​ແລະ​ຊຽງ​ຂອງ​ຂອງ​ໄທ, ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ຄົມ​ມະ​ນາ​ຄົມ, ລົດຍົນ​ພາຫະນະ​ຕ່າງໆ​ທີ່​ໄປ​ມາ​ຕາມ​ເສັ້ນທາງ​ສາຍ​ນີ້ຈຳ​​ເປັນ​ຕ້ອງ​ຕໍ່ເຮືອ​ຂ້າມ​ແມ້ນ້ຳຂອງ.

ປີ 2007, ຈີນ, ລາວ ​ແລະ ​ໄທ ​ໄດ້​ບັນລຸ​ການ​ເຊັນ​ສັນຍາ​ໂດຍ​ເຫັນ​ດີ​ຮ່ວມ​ກັນ​ດຳ​ເນີນ​ໂຄງການກໍ່ສ້າງ​ຂົວຂ້າມແມ່​ນ້ຳຂອງ​ຕາມ​ທາງຫຼວງ​ຄຸນ​ມິງ-ບາງ​ກອກ, ​ແລະ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ໃນ​ເດືອນ​ມິຖຸນາ​ປີ 2010, ​ໂດຍ​ແມ່ນ​ຈີນ​ແລະ​ໄທ​​ເປັນ​ຜູ້​ລົງທຶນເຂົ້າ​ໃນ​ການ​ກໍ່​ສ້າງ​ຝ່າຍ​ລະ 50% ຂອງ​ມູນ​ຄ່າ​ທັງ​ໝົດ.

ທາງຫຼວງນະຄອນ​ຄຸນມິ​ງ-ບາງກອກ​ມີ​ຄວາມ​ຍາວທັງ​ໝົດ 1807 ກິ​ໂລ​ແມັດ, ​​ເຊິ່ງຕົ້ນທາງ​ເລີ່​ມ​ແຕ່​ນະຄອນຄຸນ​ມິ​ງຂອງ​ຈີນ ​ເນັ່ງ​ໄປຈົນ​ຮອດ​ນະ​ຄອນ​ຫຼວງ​ບາງ​ກອກ​ຂອງ​ໄທ, ຕະ​ຫຼອດຄວາມ​ຍາວ​ຂອງ​ເສັ້ນທາງ​​ໄດ້​ປະກອບ​ດ້ວຍ​ຍານ​ດິນ​ແດນ​ຂອງ 3 ປະ​ເທດ ຈີນ, ລາວ ​ແລະ ​ໄທ.