ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ຈັດ​ການ​ສອບ​ເສັງ​ລະ​ດັບ​ພາ​ສາ​ຈີນ

(GMT+08:00) 2013-03-27 15:25:12     cri

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ບໍ່​ດົນ​ມາ​ນີ້, ສະ​ຖາ​ບັນ​ຂົງຈື້ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ຈັດການ​ສອບ​ເສັງ​ລະດັບ​ພາສາ​ຈີນ ຫຼື HSK, ​ເຊິ່ງ​ເປັນການ​ສອບ​ເສັງຄັ້ງທີ 4 ນັບ​ແຕ່​ຖືກ​ກຳນົດ​ເປັນ​ຈຸດ​ດຳ​ເນີນ​ການ​ສອບ​ເສັງ HSK ​ເປັນຕົ້ນມາ, ການ​ສອບ​ເສັງ​ເທື່ອ​ນີ້​ລວມມີ 142 ຄົນ​ເຂົ້າຮ່ວມ, ລະດັບ​ການ​ສອບ​ເສັງ​ໄດ້​ແບ່ງ​ອອກ​ເປັນ 6 ລະດັບ ຄື ​ແຕ່​ລະດັບ​ 1 ຫາລະດັບ 6.

ຂ່າວ​ແຈ້ງວ່າ, ​ໃນ​ຈຳນວນຜູ້​ເຂົ້າຮ່ວມ​ການ​ສອບ​ເສັງນັ້ນ, ນອກຈາກ​ມີ​ນັກຮຽນ​ຂອງ​ສະ​ຖາ​ບັນ​ຂົງຈື້​ແລ້ວ, ຍັງ​ມີ​ນັກ​ສຶກສາ​ຈາກ​ພະ​ແນ​ກພາສາ​ຈີນ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ, ນັກຮຽນ​ຈາກ​ໂຮງຮຽນ​ຈົ່ງ​ເຕັກ​ສະຫວັນ​ນະ​ເຂດ, ນັກຮຽນ​ຈາກ​ໂຮງຮຽນ​ລຽວ​ໂຕວຽງ​ຈັນ ​ແລະ ບຸກຄົນ​ສັນຊາດ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ປະ​ເທດ​ລາວ​ເຂົ້າຮ່ວມ​ອີກ​ດ້ວຍ.

ນັກຮຽນ​ທີ່​ຍັງ​ບໍ່​ເຄີຍ​ໄດ້​ໄປຮຽນ​ທີ່​ປະ​ເທດ​ຈີນຫຼາຍໆຄົນຫວັງ​ວ່າ​ຜ່ານ​ການ​ເຂົ້າຮ່ວມ​ການ​ສອບ​ເສັງ HSK ​ແລະ​ໄດ້​ຮັບ​ໃບຢັ້ງຢືນ​ລະດັບ​ພາສາ​ຈີນ​ໄປ​ຄຽງ​ຄູ່​ກັນ ​ແລ້ວຈະ​ໄປ​ຮ້ອງ​ຂໍ​ທຶນການ​ສຶກສາ​ນຳ​ສະ​ຖາ​ບັນ​ຂົງຈື້ ​ເພື່ອ​ໄປສຶກສາ​ຮ່ຳຮຽນ​ຢູ່ຈີນ​ໃນ​ເດືອນ​ກັນຍາ​ປີ​ນີ້, ສະນັ້ນຜູ້​ເຂົ້າຮ່ວມ​ການ​ສອບ​ເສັງ​ເທື່ອ​ນີ້ຈຶ່ງ​ໄດ້​ເພີ່ມ​ຂຶ້ນທົບ​​ເທົ່າ​ເມື່ອ​ທຽບ​ກັບການ​ສອບ​ເສັງ​ຄັ້ງຜ່ານ​ມາ.