​ທີ​ມ Silver Heritang Lao Nagas ​ໃນ​ຮົງ​ກົງ​ໄດ້​ຮັບ​ຜົນງານ​ດີ​ກວ່າ​ເກົ່າ

(GMT+08:00) 2013-03-29 18:18:44     cri

ວັນ​ທີ 29 ມີນາ​ນີ້, ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໄດ້​ມີ​ງານ​ຖະ​ແຫລ​ງ ຂ່າວ " ການ​ກັບ​ມາ​ຂອງ​ການ​​ໄປ​ແຂ່ງຂັນ​ກິລາ ຣັກບີ້ ຂອງ​ທີ​ມລາວ​ຢູ່ ຮົງ​ກົງ" ​​ໂດຍການ​ເປັນ​ປະທານຖະ​ແຫ​ລງຂ່າວ​ຂອງ ທ່ານ ວິລະ​ຢຸດ ຣາຕິ​ກຸນ ປະທານ​ສະຫະພັນຣັກບີ້​ແຫ່ງ​ຊາດ​ລາວ, ທ. ປີ​ຊາ ວົງ​ເດືອນ​ເພງ ຫົວໜ້າ​ທີ​ມ ​ແລະ ຫົວໜ້າ​ພັດທະນາ​ກິລາຣັກບີ້ ຂອງ​ສະຫະພັນ​ກິລາຣັກບີ້ ​ແຫ່ງ​ຊາດ​ລາວ, ພ້ອມ​ດ້ວຍ​ຄູ​ຝຶກ ​ແລະ ບັນດາ​ແຂກ​ຜູ້​ທີ່​ມີ​ກຽດ​ເຂົ້າ​ຮ່ວມ​ໃນ​ຄັ້ງ​ນີ້.

ປີ​ຊາ​ ວົງ​ເດືອນ​ເພງ​ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ຫຼາຍ​ກ່ຽວ​ກັບ​ຜົນ​ການ​ແຂ່ງຂັນ​ໃນ​ປີ​ນີ້, ​ເນື່ອງ​ຈາກ​ວ່າ​ທີ​ມ​ເຮົາ​ມີ​ນັກ​ກິລາ​ໃໝ່​ຈໍານວນ​ໜຶ່ງ​ທີ່​ຍັງ​ບໍ່​ເຄີຍ​ແຂ່ງ​ກັບ​ບັນດາ​ທີ​ມອື່ນໆ​ທີ່​ນອກ​ເໜືອ​ຈາກ​ທີ​ມ​ໃນ​ອາຊີ. ນັກ​ກິລາ​ທີ່​ມາ​ຈາກ​ປະ​ເທດ​ເອີຣົບ ​ແລະ ອົດ​ສະ​ຕາ​ລີ ​ແມ່ນ​ມີ​ຄວາມ​ໄດ້​ປຽບ​ຫລາຍ​ທາງ​ດ້ານ​ຄວາມ​ໄວ ​ແລະ ຮູບ​ຮ່າງ, ​ແລະ ມັນ​ກໍ່​ເປັນ​ປະສົບ​ການທີ່ດີ​ໃນ​ການ​ຮຽນ​ຮູ້​ສໍາລັບ​ພວກ​ເຮົາ ​ໃນ​ການ​ທົດ​ສອບ​ຄວາມ​ສາມາດ​ຂອງ​ເຮົາ​ໃນ​ການ​ແຂ່ງຂັນ​ທີ່​ຍິ່ງ​ໃຫຍ່​ແບບ​ນີ້

ການ​ແຂ່ງຂັນ Abacus Kowloon RugbyFest ​ແມ່ນ​ເປັນ​ການ​ແຂ່ງຂັນ​ໜຶ່ງ​ທີ່​ມີ​ຊື່​ສຽງ​ສູງ​ທີ່​ສຸດ​ໃນ​ບັນດາ​ການ​ແຂ່ງຂັນ​ຂອງ​ສະ​ໂມ​ສອນ​ກິລາຣັກບີ້​ໃນ​ໂລກ, ທີ່​ມີ​ບັນດາ​ທີ​ມຈາກ​ທົ່ວ​ມູມ​ໂລກ​ເດີນທາງ​ເຂົ້າ​ຮ່ວມ. ທີ​ມ SHL Lao Nagas, ​ເປັນ ​ທີ​ມທີ່​ມີ​ນັກ​ກິລາ​ຈໍານວນ 5 ທ່ານ ທີ່​ເຂົ້າ​ຮ່ວ​ມ​ໃນ​ການ​ແຂ່ງຂັນ​ທີ່​ສຸດ​ຍອດ​ນີ້​ເປັນ​ເທື່ອ​ທໍາ​ອິດ, ​ແຕ່​ເຂົ້າ​ເຈົ້າ​ກໍ່​ສາມາດ​ເອົາ​ຊະນະ​ທີ​ມຈາກ​ອົດ​ສະ​ຕາ​ລີ, ມາ​ເລ​ເຊຍ ​ແລະ ສິງ​ກາ​ໂປ ​ແລະ ​ໄດ້​ເປັນ​ອັນ​ດັບ​ທີ 11 ​ໃນ​ຈໍານວນ​ທີ​ມທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທັງ​ໝົດ 24 ທີມ​ໃນ​ປີ​ນີ້. ​