ຈັດ​ພິທີ​ມອບ​ຮັບ​ໂຄງການສູນ​ປະຊຸມ​ສາກົນທີ່​ຈີນຊ່ວ​ຍ​ເຫລືອ​ລາວ​

(GMT+08:00) 2013-04-12 11:49:26     cri


(ພິທີມອບຮັບໂຄງການສູນປະຊຸມສາກົນທີ່ຈີນຊ່ວຍເຫລືອລາວ)


ສູນ​ປະຊຸມ​ສາກົນ​ລາວ​ທີ່​​ເປັນ​ທີ່​ປະຊຸມ​ຫລັກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ສະ​ໄຫມ​ທີ 9 ທີ່​​ໄຂ​ຂຶ້ນ​ໃນ​ປີ 2012 ​ແມ່ນໂຄງການ​ທີ່ຈີນ​​​ຊ່ວຍ​ເຫລືອ​ກໍ່ສ້າງ,​​ໄດ້​ຈັດ​ພິທີ​ມອບ​ຮັບ​ທາງ​ດ້ານເຕັກນິກ​​ໃນ​ວັນ​ທີ 11 ​ເມສາ​ນີ້ທີ່​ນະຄອນຫລວງ​ວຽງ​ຈັນ, ​ເຊິ່ງຕໍ່​ໄປ​ນີ້ໂຄງການ​ນີ້​ແມ່ນ​ ​ຝ່າຍ​ລາວ​ເປັນ​ຜູ່​ຄຸ້ມ​ຄອງ​ບໍລິຫານ​ແລະ​ເປັນ​ຜູ່​ຮັກສາ​ດ້ວຍ​ຕົນ​ເອງ​ຫມົດ.ທ່ານນາງ​ປູ້​ຈ້ຽນ​ໂກ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ, ທ່ານດຣ.​ສິນ​ລະ​ວົງ ຄຸດ​ໄພ​​ທູນ ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ລັດຖະມົນຕີ ຫົວຫນ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີລາວພ້ອມດ້ວຍ​ຜູ່​ຮັບຜິດອບ​ທີ່​ກ່ຽວຂ້ອງ​ຂອງ​ທະບວງກະຊວງ​ຕ່າງໆ,​ແລະ​ກົມ​ກອງກຳ​ແພງ​ນະຄອນຫລວງ​ວຽງ​ຈັນ​ກໍ່​ຄື​ພະນັກງານ​ຄຸ້ມຄອງ​ໂຄງການ​ດ່ັງກາວ​ທັງ​ຝ່າຍ​ຈີນ​ແລະ​ຝ່າຍ​ລາວ​ໄດ້​ເຂົ້າຮ່ວມ​ພິທີ​ມອບ​ຮັບ.

​ໂຄງການ​ດ່ັງກ່າວ​ແມ່ນ​ລັດຖະບານ​ຈີນ​ເປັນ​ຜູ່​​ຊ່ວຍ​ເຫລືອ​ລ້າ,​ ​ບໍລິສັດ​ກໍ່ສ້າງ​ຫຸ່ນ​ສ່ວນ​ຈີນຈຳກັດ​​ເປັນ​ຜູ່​ກໍ່ສ້າງ, ​ເລີ່​ມລົງມື​ກໍ່ສ້າງ​ໃນ​ທ້າຍ​ປີ 2011, ​ແລະສ້າງ​ສຳ​ເລັດ​ໃນ​ວັນ​ທີ 8 ຕຸລາ​ປີ 2012.ສູນ​ປະຊຸມ​ດັ່ງກ່າວ​ກວມ​ເນື້ອ​ທີ່ດິນປະມານ 7 ​ເຮັກຕາ, ​ເນື້ອ​ທີ່​ປຸກສ້າງ​ມີ​ເກືອບ 2 ຫມື່ນ 5000 ຕາ​ແມັດ,ສາມາດ​ບັນຈຸ 3 ພັນ​ຄົນ​ເຂົ້າ​ຮ່ວມ​ປະຊຸມ​.ຫົວຫນ້າ​ຫນ່ວຍ​ງານ​ຄຸ້ມ​ຄອງ​ໂຄງການ​ຂອງ​ຝ່າຍ​ປະ​ເທດ​ລາວ​ກ່າວ​ວ່າ, ​ໂຄງການ​ສູນ​ປະຊຸມ​ສາກົນ​ແມ່ນ​ສັນຍະລັກ​ແຫ່ງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ,ສອງ​ລັດ​ກໍ່​ຄື​ປະຊາຊົນ​ສອງ​ຊາດ​ລາວ​ຈີນ.