ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ນຳ​ໃຊ້​ອາຄານ​ໃໝ່

(GMT+08:00) 2013-04-13 14:14:06     cri

ຫລັງຈາກນັ້ນ ສາດສະດາຈານ ດຣ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີວ່າການ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຂຶ້ນມີຄຳເຫັນ. ກ່ອນອື່ນທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການເຮັດໜ້າທີ່ເປັນປາກກະບອກສຽງທີ່ດີຂອງພັກ ແລະ ລັດ ຖະບານຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນໄລຍະຜ່ານມາ ຊື່ງໄດ້ປະກອບສຳຄັນເຂົ້າໃນ ການພັດທະນາເສດຖະກິດ - ສັງຄົມຂອງຊາດລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ, ພ້ອມນີ້ ທ່ານຍັງ ໄດ້ກ່າວຄຳອວຍອັນປະເສີດໃຫ້ພະນັກງານພາຍໃນວິທະຍຸກະຈາຍສຽງແຫ່ງຊາດລາວໃນໂອກາດ ບຸນໃໝ່ລາວ ພສ 2556.


ພາຍຫລັງສຳເລັດພິທີເປີດນຳໃຊ້ອາຄານສຳນັກງານຫລັງໃໝ່ຂອງວິທະຍຸກະຈາຍສຽງແຫ່ງຊາດລາວຢ່າງເປັນທາງການແລ້ວ, ໄດ້ມີພິທີບາສີສູ່ຂັວນ ແລະສະເຫຼີມສະຫຼອງເພື່ອສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ລາວ ພສ 2556 ຢ່າງຄຶກຄື້ນມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວທີ່ມີມາແຕ່ດົນນານ.


1 2