ນາງ ​ແສນ​ສົມ​ພອນ ແສນຄຳຍອງ ​ເປັນນາງສັງຂານນະຄອນຫຼວງວຽງຈັນປະຈຳປີ ພສ 2556

(GMT+08:00) 2013-04-13 14:18:13     cri

ພິທີປະກວດນາງສັງຂານປະຈໍາປີ ພສ 2556 ຂອງນະຄອນຫຼວງວຽງຈັນຮອບຕັດສິນ ​ໄດ້ຈັດຂື້ນໃນຕອນຄໍ່າວັນທີ 12 ເມສານີ້ທີ່ເດີ່ນພະທາດຫຼວງນະຄອນຫຼວງວຽງຈັນ, ນາງ ​ແສນ​ສົມ​ພອນ ແສນຄຳຍອງ ​ໄດ້ເປັນນາງສັງຂານນະຄອນຫຼວງວຽງຈັນປະຈຳປີ ພສ 2556. ເປັນກຽດເຂົ້າຮ່ວມໃນງານມີທ່ານ ສາຍທອງ ແກ້ວດວງດີ, ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ, ທ່ານນາງ ວັນເພັງ ແກ້ວນະຄອນ, ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ, ມີບັນດາແຂກຖືກເຊີນ ແລະ ມວນຊົນຊາວນະຄອນຫຼວງເຂົ້າຮ່ວມຢ່າງຫຼວງຫຼາຍ.


ການປະກວດນາງສັງຂານປະຈໍາປີ ພສ 2556 ມີຜູ້​ເຂົ້າຮ່ວມ​ການຄັດເລືອກມີທັງໝົດ 24 ນ້ອງຊຶ່ງ​ສົ່ງ​ມາ​ຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ. ​ຜ່ານການຄັດເລືອກ​, ມີ 14 ນ້ອງ​ໄດ້​ເຂົ້າ​ສູ່ຮອບ​ຕັດສິນ​ນີ້. ໃນ​ຮອບ​ຕັດສິນ, ​ໄດ້​ມີ​ການຕອບ​ຄຳ​ຖາມ​​ເພື່ອ​ໃຫ້​ຖືກ​ໃຈຄະນະ​ກຳມະການ ​ແລະ ກອງ​ເຊຍ, ສຸດ​ທ້າຍ, ມີນ້ອງນາງ​ສາວ​ 7 ຄົນ​ໄດ້​ຄັດ​ເລືອກ​ອອກ​ມາ​ໃຫ້​ເປັນນາງ​ສັງຂານ​ປີ​ນີ້, ​ໃນ​ນັ້ນ, ນາງ ​ແສນ​ສົມ​ພອນ ​ແສງ​ຄຳ​ຍອງ ສາວງາມໝາຍເລກ M4 ​ໄດ້ຊະນະເລີດ, ​ແລະຄອງຕຳແໜ່ງນາງສັງຂານນະຄອນຫຼວງວຽງຈັນປະຈຳ​ປີ ພສ 2556 , ​ແລະ​ໄດ້​ຮັບ​ສາຍ​ສະພາຍ, ມົງກຸດ ພ້ອມ​ດວ້ຍ​ເງິນສົດ​ລວມມູນ​ຄ່າ 35 ລ້ານ​ກີບ. ອັນ​ດັບ​ສອງ​ແມ່ນ​ນາງ ສົມ​ທະວິ​ນ ສີດ​ວງ​ໄຊ, ໝາຍເລກ M6. ອັນ​ດັບ​ທີ 3 ​ແມ່ນນາງ ຄຳ​ພູນ ພົມມະ​ວົງ, ໝາຍເລກ M8, ອັນ​ດັບ​ທີ​ 4 ແມ່ນນາງ ນິພາ​ວັນ ມິ່ງ​ບຸບຜາ, ໝາຍເລກ M2, ອັນ​ດັບ​ທີ 5​ ແມ່ນນາງ ຈັນ​ສຸດາ ບຸ​ນຍະ​ວົງ, ໝາຍເລກ M17. ອັນ​ດັບ​ທີ 6 ​ແມ່ນນາງ ​ເຂັມ​ເພັດ ອະນຸລັກ, ໝາຍເລກ M10. ​ແລະ ອັນ​ດັບ​ທີ 7​ແມ່ນນາງ ຈິດ​ສະ​ດາ ວົງ​ໄຊ​ສະຫວາດ, ໝາຍເລກ M24.


ການ​ປະ​ກວດ​ນາງ​ສັງຂານ​ປະຈຳ​ປີ​ ພສ 2556 ນອກຈາກ​ຄົ້ນ​ຫາ 7 ສາວ​ງາມ​ເພື່ອ​ເປັນ​ຕົວ​​ແທນ​ຂອງ​ລູກ​ສາວ​ທັງ 7 ຂອງ​ພະຍາ​ກະບິນລະພົມແລ້ວ ນາງສາວທັງ 7 ນ້ອງຍັງຈະໄດ້ເຄື່ອນໄຫວກິດຈະກຳຕ່າງໆຕາມຮີດຄອງປະເພນີປີໃໝ່ລາວ ເປັນຕົວແທນໃຫ້ແກ່ແມ່ຍິງລາວໃນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວນຳອີກ.