ພາວະ​ໂລກ​ຮ້ອນ​ກັບ​ການ​ດໍາ​ເນີນ​ຊີວິດ

(GMT+08:00) 2013-04-17 11:09:10     cri
ຄວາມ​ປ່ຽນ​ແປງ​ຂອງ​ສະພາບ​ພູ​ມິ​ອາ​ກາດ​ໂລກ​ທີ່ເກິດຂື້ນ​ໃນ​ປະຈຸບັນ ເປັນ​ສິ່ງ​ທີ່​ຄົນ​ໃນ​ສັງຄົມ​ໂລກ​ຍັງ​ໃຫ້​ຄວາມ​ສົນ​ໃຈ​ບໍ່​ເທົ່າໃດ​ ແລະ​ທີ່ສຳຄັນຄື: ຍັງມີ​ຄົນ​ຈຳນວນ​ຫລາຍ​ຂາດ​ຄວາມ​ເຂົ້າໃຈ​ວ່າ​ມະນຸດ​ທຸກ​ຄົນ​ໃນ​ໂລກ ມີ​ສ່ວນ​ຮ່ວມ​ກັບ​ຄວາມ​ປ່ຽນ​ແປງ​ດັ່ງ​ກ່າວ​ພຽງ​ແຕ່​ຈະ​ຫລາຍ​ຫລືນ້ອຍ​ນັ້ນ​ຍ່ອມ​ແຕກ​ຕ່າງ​ກັນ​ໄປ​ຕາມ​ພຶດຕິກຳ ແລະ​ຮູບ​ແບບ​ການດຳ​ເນີນ​ຊີວິດ​ຂອງ​ແຕ່​ລະ​ບຸກ​ຄົນ​ເຊັ່ນ: ການ​ອຸບ​ໂພກ ບະ​ຫລິ​ໂພກ ການ​ໃຊ້​ຍານ​ພາຫະນະລວມ​ເຖິງ​ການ​ໃຊ້​ເຄື່ອງ​ອຳ​ນວຍ​ຄວາມສະດວກ​ປະ​ເພດ​ຕ່າງ ໆ ຍິ່ງ​ບຸກ​ຄົນ​ໃດະອຸປະ​ໂພ​ກບໍ​ລິ​ໂພກ​ຫລາຍ ຫລື​ໃຊ້​ຊີວິດ​ພຶ່ງ​ພາ​ສິ່ງ​ອຳ​ນວຍ​ຄວາມສະດວກ​ຫລາຍ ບຸກ​ຄົນ​ຜູ້​ນັ້ນ​ກໍ​ມີ​ສ່ວນ​ເຮັດໃຫ້​ເກີດພາ​ວະ​ໂລກ​ຮ້ອນຫລາຍ​ຂຶ້ນເທົ່າ​ນັ້ນ​ເພາະ​ສິ່ງ​ອຸບໂພ​ຄົບ​ລິ​ໂພກ ແລະ​ສິ່ງ​ອຳ​ນວຍ​ຄວາມສະດວກ​ທຸກ​ຊະນິດ​ລ້ວນ​ແລ້ວ​ແຕ່​ຕ້ອງ​ຜ່ານ​ກະ​ບວນການ​ຜະລິດ​ທັງ​ສິ້ນ ແລະ​ໃນ​ກະ​ບວນ​ການ​ຜະລິດ​ກໍ​ຍ່ອມ​ກໍ່​ໃຫ້​ເກີດ​ກາສພິດ​ຊະນິດ​ຕ່າງ ໆ ໂດຍ​ສະເພາະ​ກາສ​ເຮືອນ​ແກ້ວທີ່​ເປັນ​ຕົວ​ການ​ສຳຄັນ​ທີ່​ເຮັດໃຫ້​ເກີດ ພາ​ວະ​ໂລກ​ຮ້ອນຈຶ່ງ​ອາດ​ກ່າວ​ໂດຍ​ສະຫລຸບ​ໄດ້​ວ່າ​ການ​ໃຊ້​ຊີວິດ​ທີ່​ເນັ້ນ​ກາ​ນບໍ​ລິ​ໂພກ ແລະ​ເນັ້ນ​ຄວາມສະດວກ​ສະບາຍ​ມີ​ສ່ວນກໍ່​ໃຫ້​ເກີດ​ປາກົດ​ການນ໌ ພາ​ວະ​ໂລກ​ຮ້ອນ.

ປາກົດ​ການນ໌ ພາ​ວະ​ໂລກ​ຮ້ອນ ໄດ້​ກໍ່​ໃຫ້​ເກີດ​ເຫດການ​ທີ່​ເປັນ​ໄພ​ກັບ​ມະນຸດ​ຫລາຍ​ປະ​ການ ເຊັ່ນ ນ້ຳ​ຖ້ວມ ຄວາມ​ແຫ້ງ​ແລ້ງ ລົມ​ພາ​ຍຸ ອຸນຫະພູມ​ທີ່​ສູງ​ຂຶ້ນ ລະ​ດັບ​ນ້ຳ​ທະ​ເລ​ສູງ​ຂຶ້ນ​​ໄລຍະ ຜ່ານມາ ພາ​ວະ​ໂລກ​ຮ້ອນ​ໄດ້​ກໍ່​ໃຫ້​ເກີດ​ເຫດການ​ຕ່າງ  ຫລາຍ​ພື້ນ​ທີ່​ຂອງ​ໂລກ.
    ພາ​ວະ​ໂລກ​ຮ້ອນ ເຮັດໃຫ້​ນໍ້າ​ກ້ອນ​ລະບາຍ ສົ່ງ​ຜົນ​ກະທົບ​ຕໍ່​ວິ​ຖີການ​ດໍາລົງ​ຊີວິດ ການປັບ​ຕົວ​ເຂົ້າ​ກັບ​ອຸນຫະພູມ​ທີ່​ສູງ​ຂຶ້ນ​ໄດ້ພາ​ວະ​ໂລກ​ຮ້ອນ ສົ່ງ​ຜົນ​ໃຫ້​ຫິ​ມະ​ທີ່​ປົກ​ຄຸມ​ພູເຂົາ​ຫລາຍ​ແຫ່ງໃນ​ທະ​ວີບ​​ເອີ​ຮົບປົດ​ນ້ອຍ​ລົງ​ຈົນ​ບໍ່​ສາມາດ​ຫລິ້ນ​ສະ​ກີ​ໄດ້ ຊຶ່ງ​ເຮັດໃຫ້ຮູບ​ແບບ​ວັດທະນະທຳ​ການ​ພັກ​ຜ່ອນ​ຂອງ​ຄົນ​ໃນ​ທະ​ວີບ​​ເອີຣບ​ເລີ່ມ​ມີ​ການປ່ຽນ​ແປງພາ​ວະ​ໂລກ​ຮ້ອນ ເຮັດໃຫ້​ອຸນຫະພູມ​ໃນ​ລະດູ​ໜາວ ຂອງ​ຫລາຍປະເທດ​ໃນ​ທະ​ວີບ​ຍຸ​ໂລບ​ສູງ​ກວ່າ​ປົກກະຕິ ເຊັ່ນ ໃນ​ປີ 2007 ປະເທດເນ​ເທີລ໌​ແລນດ໌​ປະ​ສົບ​ກັບ​ອາ​ກາດ​ຮ້ອນ​ທີ່ສຸດ​ໃນ​ຮອບ 300 ປີ ສ່ວນປະເທດ​ລັດ​ເຊຍ ​ແລະ​ອັງກິດພັດ​ປະ​ເຊີນ​ກັບ​ລະດູ​ໜາວ​ທີ່​ມີ​ອຸນຫະພູມ​ສູງທີ່ສຸດ​ໃນ​ປະຫວັດສາດ​ຂອງ​ປະເທດ.    ພາ​ວະ​ໂລກ​ຮ້ອນ ສົ່ງ​ຜົນ​ໃຫ້​ໃນ​ລະ​ຍະ​ເວລາ 2-3 ປີ​ທີ່​ຜ່ານມາຜູ້​ສູງ​ອາ​ຍຸ​ໃນ​ຫລາຍ​ປະເທດ​ຂອງ​ທະ​ວີບ​​ເອີ​ຣົບເສຍຊີວິດ​ໄປ​ຈຳນວນຫລາຍ​ໃນ​​ໄລຍະທີ່​ເກີດ​ຄື້ນ​ຄວາມ​ຮ້ອນ ເນື່ອງ​ຈາກ​ບໍ່​ສາມາດ​ປັບ​ຕົວໄດ້​ກັບ​ອຸນຫະພູມ​ທີ່​ສູງ​ຂຶ້ນ

ນອກ​ຈາກ​ນີ້​ຍັງມີ​ອີກ​ຫລາຍ​ເຫດການ​ບໍ່​ປົກກະຕິ​ທີ່ເກິດຂື້ນ​ໃນ​ຮອບ​ທົດ​ວັດ​ນີ້ ເຊັ່ນ ເກີດ​ພາ​ຍຸ​ເຮີ​ລິ​ເຄນ​ແຄ​ລີ​ນາ ແຜ່ນດິນ​​ເສຍ​ໄປ​ຫລາຍ​ໝື່ນ​ໄຮ່ ໂດຍ​ບໍລິເວນ​ທີ່​ເຄີຍ​ເປັນ​ຊຸມ​ຊົນ​ມີ​ເຮືອນ​ພັກ​ອາໄສ​ຖືກ​ນ້ຳ​ທະ​ເລ​ກືນ​ກິນ​ພື້ນ​ທີ່​ເຂົ້າ​ມາ​ໂດຍ​ຕະຫລອດ ຊຶ່ງ​ປະຈຸບັນ​ຍັງ​ເຫລືອ​ຮ່ອງ​ຮອຍ​ເປັນ​ຫລັກ​