10 ​ເລື່ອງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ໃນ​ການ​ເລືອກ​ໂຮງຮຽນອະ​ນຸ​ບານ​ໃຫ້​ລູກ

(GMT+08:00) 2013-04-17 11:18:35     cri

ສໍາລັບ​ພໍ່-​ແມ່​ຜູ້​ປົກຄອງ​ທີ່​ມີ​ລຸູກນ້ອຍ​ທີ່ກໍາລັງ​ຈະ​ເຂົ້າ​ໂຮງຮຽນ​ອານຸບານ ຄວນ​ເອົາ​ໃຈ​ໃສ່ 10​ເລື່ອງ " ບໍ່​ຈຳ​ເປັນ​ຕ້ອງ​ແພງ​ສະເໝີ​ໄປ "

 " ໂຮງຮຽນ​ໃຫຍ່​ບໍ່​ແມ່ນ​ວ່າ​ດີສະ​ເໝີ​ໄປ " ຫລາຍຄົນ​ຄິດວ່າ​ໂຮງຮຽນ​ໃຫຍ່​ໆຕ້ອງ​ດີກ່ວາ​ໂຮງຮຽນ​ນ້ອຍ​ໆ ຊຶ່ງ​ເປັນ​ຄວາມ​ຄິດ​ທີ່​ບໍ່​ຄ່ອຍ​ດີ​ເທົ່າ​​ໃດ ເພາະ​ກໍ​ມີ​ຫລາຍ​ໂຮງຮຽນ​ທີ່​ເປັນ​ໂຮງຮຽນ​ຂະໜາດ​ນ້ອຍ ແລະ​ມີ​ຄຸນນະພາບ ໂຮງຮຽນ​ຂະໜາດ​ໃຫຍ່​ບາງເທື່ອ​ກໍ​ອາດ​ເບິ່ງແຍງ​ເດັກ​ໄດ້​ບໍ່​ທົ່ວ​ເຖິງ 
 

" ຕ້ອງ​ຕິດ​ຕໍ່​ໄດ້​ງ່າຍ ແລະ​ເປີດ​ເຜີຍ​ຂໍ້​ມູນ​ສະເໝີ " ໂຮງຮຽນທີ່​ດີ​ຕ້ອງ​ບໍ່​ປົກ​ປິ​ດ​ ມີ​ຫຍັງ​ກໍ​ຕ້ອງ​ແຈ້ງ​ຢ່າງ​ເປັນ​ຄວາມ​ຈິງ ແລະ​ສາມາດ​ທີ່​ຈະ​ຕິດ​ຕໍ່​ໄດ້​ສະ​ດວກ ຈຶ່ງ​ຖື​ວ່າ​ເປັນ​ໂຮງຮຽນ​ທີ່​ມີ​ຄຸນນະພາບ​​


 ຫ້ອງ​ຮຽນ​ໜື່ງ​ຄວນ​ມີ​ຄູ 2 ຄົນ ​ເພື່ອ​ຈະ​ຊ່ວຍ​ກັນ​ດຸ​ແລ​ເບິ່ງ​ແຍງ​ເດັກ​ທົ່ວ​ເຖິງ ແລະ​​ໃນ​ນັ້ນ ຄູ​ຢ່າງ​ໜ້ອຍ 1 ຄົນ​ຕ້ອງ​ຈົບ​ສາ​ຂາ​​ໂດຍກົງ ສາ​ຂາທີ່​ສາມາດ​ສອນ​ເດັກ​ອະ​ນຸບານ​ໄດ້​ນັ້ນ ຈະ​ຕ້ອງ​ມີ​ວຸດ​ທິ​ຄູ ແລະ​ຄວນ​ຈະ​ຕ້ອງ​ຈົບ​ສາ​ຂາ​ອະ​ນຸ​ບານ ​ຫລື​ທີ່​​ເອີ້ນວ່າ: ການສຶກສາ​ປະ​ຖົມ​ ເພາະ​ຄູ​ສາ​ຂາ​ນີ້​ຈະ​ໄດ້ຮັບ​ການ​ຝຶກ​ຝົນ​ໃຫ້​ສື່​ສານ​ກັບ​ເດັກ​ໄດ້​ຢ່າງ​ເໝາະ​ສົມ ແລະ​ມີ​ສະພາບ​ຈິດ​ໃຈ​ທີ່​ພ້ອມ​ທີ່​ຈະ​ເບິ່ງແຍງ​ແລະ​ຄວບ​ຄຸມ​ເດັກ​ດ້ວຍ​​ເທັກ​ນິກ​ສ້າງສັນ​ຕ່າງໆຊຶ່ງ​ຈະ​ຊ່ວຍ​​ໃຫ້​ເດັກ​ມີ​ພັດທະນາ​ການ​ທີ່​ດີ​ຂື້ນ


 " ຫ້ອງ​ຮຽນ​ໜຶ່ງ​ຫ້ອງຕ້ອງ​ມີ​ນັກຮຽນ​ປະມານ 25-30 ຄົນ ນ້ອຍ​ກວ່າ​ໄດ້ຫລາຍ​ໄປ​ບໍ່​ຄ່ອຍ​ດີ " ເພາະ​ຈະ​ເຮັດໃຫ້​ຄູ​ສາມາດ​ເບິ່ງ-ແຍງ​ເດັກ​ໄດ້​ທົ່ວ​ເຖິງ ແລະ​ມີ​ເວລາ​ພຽງ​ພໍ​ໃນ​ການ​ຈັດ​ກິດຈະກຳ​ແຕ່​ລະ​ມື້​ໃຫ້​ໄດ້​ຮ່ວມ​ກິດຈະກຳ​ກັນ​ທຸກ​ຄົນ 
 
ໂຮງຮຽນ​ທີ່​ດີ​ຕ້ອງ​ຢູ່​ໃກ້​ພໍ່​-ແມ່ ໂຮງຮຽນ ທີ່​ຢູ່​ໃກ້​ພໍ່​-ແມ່ ຈະ​ເຮັດໃຫ້​ ພໍ່​- ​ແມ່​ມີ​ເວລາ​ທີ່​ຈະ​ມາ​ພົບ​ກັບ​​ຄູ​ປະຈຳ​ຊັ້ນ ຫຼື​ຄູປະ​ຈໍ​ຫ້ອງເພື່ອ​ທີ່​ຈະ​​ຖາມ​ເລື່ອງ​ກ່ຽວກັບ​ລູກ ບາງເທື່ອ​ຖ້າ​ເກີດ​ອຸບັດເຫດ​ຫຍັງ​ຂຶ້ນ ກໍ​ສາມາດ​ທີ່​ຈະ​​ໄປ​ຫາ​ໄດ້​ທັນ​ທີ ອີກ​ທັງ​ຈະ​ໄດ້​ມີ​ເວລາ​ຢູ່​ກັບ​ລູກ​ຫລາຍ​ຂຶ້ນ ຊຶ່ງ​ຄວາມ​ສຳພັນ​ໃນ​ຄອບຄົວ​ນັ້ນ​ມີ​ຜົນ​ຢ່າງ.

ຄວາມ​ສະ​ອາດ​ແລະ​ປອດ​ໄພ​ມາ​ກ່ອນ​ບັນ​ຍາກາດ ອັນນີ້​ຕ້ອງ​ເຂົ້າໃຈ​ກ່ອນ​ວ່າ​ທັງ 3 ສ່ວນ ມີ​ຄວາມ​ສຳຄັນ​ໝົດ ແຕ່​ຄວນ​ທີ່​ຈະ​ເບິ່ງ​ໃນ​ເລື່ອງ​ຂອງ​ຄວາມ​ສະ​ອາດ​ ແລະ​ປອດ​ໄພ​ກໍ​ເປັນ​ຫລັກ ເພາະ​ທ່ານຄົງ​ເສຍ​ໃຈ​ແນ່​ຖ້າ​ວ່າ​ລູກ​ຂອງ​ທ່ານເກີດ​ເປັນ​ພະຍາດ​ຫລື​ເກີດ​ອຸບັດເຫດ​ຈາກ​ທີ່​ໂຮງຮຽນ ດັ່ງ​ນັ້ນ​ຄວນ​ກວດ​ສອບ​ໃຫ້​ດີ 

ແນວທາງ​ຫຼື​ວິ​ທີ​​ການ​ສອນ​ຖື​ເປັນ​ສິ່ງ​ສຳຄັນ ປະຈຸບັນ ແນວ​ການ​ສອນ​ໃນ​ລະ​ດັບ​ອະ​ນຸ​ບານ​ມີ​ຫລາກ​ຫລາຍ​ແນວ​ທາງ​, ຊຶ່ງ​ອອກ​ມາ​ຕອບສະຫນອງ​ກັບ​ຄວາມ​ຕ້ອງ​ການ​ຂອງເດັກ​ແລະ​ຜູ້​ປົກຄອງບໍ່​ວ່າ​ຈະ​ເປັນ ​ເຮັດ​ກິດຈະ​ກິດ​ເພື່ອ​ທົດ​ສອບ IQ ຫຼື EQ ແລະອື່ນໆd
    ຊຶ່ງ​​ພໍ່​-​ແມ່​ກໍ​ຄວນຢ່າ​ຫລົງ​ເຊື່ອ​ກິດຈະກຳ​ພິເສດກິດຈະກຳ ພິເສດ​ນັ້ນ ໝາຍ​ເຖິງ ພວກ​ ຄອມພິວເຕີ ແລະ​ກິດຈະກຳ​ເສີມ​ທັກ​ສະ​ດ້ານ​ຕ່າງໆ ຊຶ່ງ​ປະຈຸບັນ​ໂຮງຮຽນ​ຕ່າງໆ ກໍ​ໄດ້​ນຳ​ກິດຈະກຳ​ພວກ​ນີ້​ຂຶ້ນ​ມາ​ໂຊວ໌ ເພື່ອ​ຮຽກ​ໃຫ້​ຜູ້​ປົກຄອງ​ມາ​ສະໝັກ ຊຶ່ງ​ກໍ​ມີ​ພໍ່​-ແມ່​ຫລາຍ​ຄອບຄົວ​ທີ່​ເສຍ​ຮູ້​ໃນ​ເລື່ອງ​ຂອງ​ກິດຈະກຳ​ພວກ​ນີ້ຫລາຍ​ໂຮງຮຽນ..


 ໂຮງຮຽນ​ນໍ​ນຸ​ບານ​ບໍ່-ແມ່ນ​ສະຖານ​ຮັບ​ລ້ຽງ​ເດັກ ພໍ່​-ແມ່​ຫລາຍ​ຄົນ ມັກ​ຄິດວ່າ​ສົ່ງ​ລູກຮຽນ​ໂຮງຮຽນ​ອາ​ນຸ​ບານ​ທີ່​ໃດ​ກໍ​ຄືກັນ ຄວາມ​ຈິງ​ບໍ່​ເປັນ​ເຊັ່ນ​ນັ້ນ​, ເພາະ​ແຕ່​ລະ​​ໂຮງຮຽນຕ່າງ​ກໍ​ມີ​ຮູບ​ແບບ​ແຕກ​ຕ່າງ​ກັນ ໂຮງຮຽນ​ທີ່​ດີ​ຕ້ອງ​ມີ​ຫລັກ​ສູດ​ການ​ຮຽນ​-ການ​ສອນ​ທີ່​ຊັດເຈນ ແລະ​ມີ​ລະບົບ​ການ​ພັດທະນາ​ສະຕິປັນຍາ​ ແລະ​ສຸກ​ຂະ​ພາລານາ​ໄມ​ຂອງ​ຜູ້​ຮຽນນໍາ​ອີກ.