10 ອັນ​ດັບ​ເມືອງ​ທີ່​ສະອາດ​ທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໄຕ້

(GMT+08:00) 2013-04-17 14:45:53     cri
ການ​ຈັດ​ອັນ​ດັບ​ເມືອງ​ທີ່​ສະ​ອາດ​ທີ່ສຸດ​ໃນ​ອາຊີໂດຍ​ເກນ​ປະ​ເມີນ​ຕ່າງໆປາກົດ​ວ່າໂຕກຽວເປັນ​ເມືອງ​ທີ່​ສະ​ອາດ​ທີ່ສຸດ ເນື່ອງ​ຈາກ​ມີ​ມົນລະ​ພາ​ວະ​ໃນ​ອາ​ກາດ​ນ້ອຍ​ທີ່ສຸດ​ໃນ​ບັນດາເມືອງ​ຫລວງ​ທີ່​ໄດ້ຮັບ​ການ​ພັດທະນາ​ແລ້ວ    AFP Relax News ລາຍ​ງານ​ວ່າ ໄດ້​ປະ​ເມີນ​ຜົນ​ເມືອງ​ທີ່​ມີ​ຄວາມ​ສະ​ອາດ​ຫລາຍ​ທີ່ສຸດ​ໃນ​ທະ​ວີບ​ອາຊີ ໂດຍ​ເປັນ​ການ​ປະ​ເມີນ​ຜົນ​ຈາກ ມົນ​ລະພາ​ວະ​ຂອງ CO2, ການ​ໃຊ້​ພະລັງ​ງານ, ລະບົບ​ຄົມ​ມະນາຄົມ, ຄຸນນະພາບ​ອາ​ກາດ​ໃນ​ເມືອງ, ຄຸນນະພາບ​ຂອງ​ນ້ຳ, ການ​ຈັດການ​ສິ່ງ​ເປິະເປືອນ, ການ​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ແວດ​ລ້ອມ​ຈາກ​ພາ​ກລັດ ແລະ​ພື້ນ​ທີ່​ສີ​ຂຽວ​ພາຍ​ໃນ​ເມືອງ.    ຈາກ​ການ​ປະ​ເມີນ​ພົບ​ວ່າ ເມືອງ​ຫລວງ​ຂອງ​ປະເທດ​ຍີ່​ປຸ່ນ ຫລື  " ໂຕກຽວ " ເປັນ ເມືອງ​ທີ່​ສະ​ອາດ​ທີ່ສຸດໃນທະວີບອາຊີ ​ເມື່ອ​ສຳ​ລວດ​ແລ້ວ​ພົບ​ວ່າ ໂຕກຽວ​ເປັນ​ເມືອງ​ທີ່​ມີ​ມົນ​ພາ​ວະ​ໃນ​ອາ​ກາດ​ນ້ອຍ​ທີ່ສຸດ​ໃນ​ບັນດາ​ເມືອງ​ຫລວງ​ທີ່​ໄດ້ຮັບການ​ພັດທະນາ​ແລ້ວ.     ລາຍ​ຊື່​ເມືອງ 10 ອັນ​ດັບ​ໃນ​ທະ​ວີບ​ອາຊີ​ແປ​ຊິ​ຟິກ ທີ່​ຜ່ານ​ການ​ປະ​ເມີນ​ວ່າ​ສະ​ອາດ​ທີ່ສຸດມີ​: 

ອັນດັບທີໜື່ງກໍ່ແມ່ນ: ໂຕກຽວປະເທດຍີ່​ປຸ່ນ    ອັນດັບທີສອງກໍ່ແມ່ນໂຊ, ປະເທດເກົາ​ຫລີ​ໃຕ້    ອັນດັບທີສາມກໍ່ແມ່ນເມນ​ເ​ບິລ໌​ນ, ປະເທດອອດ​ເຕ​ເລຍ    ອັນດັບທີສີ່ກໍ່ແມ່ນສິ​ງົກ​ໂປ໌, ປະເທດສິງກະໂປ    ອັນດັບທີຫ້າກໍ່ແມ່ນໂອ​ຊາ​ກາ, ປະເທດຍີ່​ປຸ່ນ    ອັນດັບທີຫົກກໍ່ແມ່ນຊິດ​ນີຍ໌, ປະເທດອອດ​ເຕ​ເລຍ    ອັນດັບທີເຈັດກໍ່ແມ່ນໂອ໊​ຄ​ແລນດ໌, ປະເທດອອດສ​ເຕ​ເລຍ    ອັນດັບທີແປດກໍ່ແມ່ນປູ​ຊານ, ປະເທດ  ເກົາ​ຫລີ​ໃຕ້    ອັນດັບທີເກົ້າກໍ່ແມ່ນໄທ​ເປ, ໄຕ້​ຫະ​ຫວັນຂອງຈີນ    ອັນດັບທີສິບກໍ່ແມ່ນຮ່ອງ​ກົງ, ຂອງຈີນ           ປະຈຸບັນ ອັດຕາ​ສ່ວນ​ຂອງ​ປະຊາກອນ​ລະຫວ່າງ​ເມືອງ​ຫລວງ ​ແລະ​ປະຊາກອນ​ນອກ​ເມືອງ​ມີ​ອັດຕາ​ສ່ວນ​ແຕກ​ຕ່າງກັນ​ຫລາຍ​ຂຶ້ນ​ເລື່ອຍ​ໆໂດຍ United Nations Population Fund (UNFPA) ເຜີຍ​ວ່າ ໃນ​ປີ 2020 ໃນ​ທະ​ວີບ​ອາຊີ​ແປ​ຊິ​ຟິກ ຈະ​ມີ​ອັດຕາ​ສ່ວນ​ຂອງ​ປະຊາກອນ​ໃນ​ເມືອງ​ຫລວງ​ ແລະ​ປະຊາກອນ​ນອກ​ເມືອງ​ເປັນ 4 ສ່ວນ 1    ຈາກການ​ທີ່​ມີ​ປະຊາກອນ​ເພີ່ມ​ສູງ​ຂຶ້ນ​ນັ້ນ​ກໍ​ຈະ​ເຮັດໃຫ້​ແຫລ່ງ​ພະລັງ​ງານ​ທີ່​ມີ​ຈຳ​ກັດ​ຢູ່​ແລ້ວບໍ່​ພໍ​ໃຊ້​ຫລາຍ​ຂຶ້ນ​ໄປ​ອີກ ຊຶ່ງ​ຜັກ​ໃຫ້​ມີ​ການ​ພັດທະນາ​ແຫລ່ງ​ພະລັງ​ງານ​ສຳ​ຮອງ ຫລື​ແຫລ່ງ​ພະລັງ​ງານ​ທົດ​ແທນ​ຫລາຍ​ຂຶ້ນ​ເພື່ອ​ສອດ​ຮັບ​ກັບ​ຄວາມ​ຕ້ອງ​ການ​ພະລັງ​ງານ​ທີ່​ສູງ​ຂຶ້ນແລະ ຈາກ​ເຫດຜົນ​ດຽວ​ກັນ ກໍ​ສົ່ງ​ຜົນ​ໃຫ້​ເມືອງ​ໃຫຍ່​ ໆ ມີ​ການ​ເກີດ​ມົນ​ພາ​ວະ​ໄດ້​ຫລາຍກວ່າ ໂດຍ​ເມືອງ​ໃຫຍ່​ ໆ ຫລື​ເມືອງ​ຫລວງ​ເປັນ​ສາ​ເຫດ​ຫລັກ​ເຖິງ​ຮ້ອຍ​ລະ 71 ທີ່​ເຮັດໃຫ້​ເກີດ​ພາ​ວະ​ເຮືອນ​ກະ​ຈົກ​ໃນ​ຊັ້ນ​ບັນ​ຍາ​ກາດ​ໂລກ.