ຄະນະ​ຜູ້​ແທນ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ສປປລາວ

(GMT+08:00) 2013-04-22 15:38:23     cri


ໂດຍ​ປະຕິບັດ​ຕາມ​ການ​ຮ່ວມມືລະຫວ່າງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ແລະ​ພັກ​ຄອມ​ມູນິດ​ຈີນ, ຄະນະ​ຜູ້​ແທນ​ຊ່ຽວຊານ​ປາຖະກະຖາ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ນຳ​ໂດຍ​ສະຫາຍ​ກາວ​ຢົງ​ຈົງ, ຮອງ​ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ປະຫວັດສາດ​ພັກ​ສູນ​ກາງ​ຄອມ​ມູນິດ​ຈີນ​ພ້ອມ​ຄະນະ​ໄດ້​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ​ຢູ່​ສປປລາວ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 24 ​ເມສາ 2013 ນີ້.

​ໃນ​ຕອນ​ເຊົ້າ​ວັນ​ທີ 22 ​ເມສາ​ນີ້, ຄະນະ​ຜູ້​ແທນ​ຊ່ຽວຊານ​ປາຖະກະຖາ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ກ່າວ​ປາຖະກະຖາ​ຕໍ່ບັນດາ​ການ​ນຳ​ພັກ​ແລະ​ລັດ​ຂອງ​ລາວ, ​ເຊິ່ງ​ໄດ້​​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜົນສຳ​ເລັດຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ຄອມມູນິດ​ຈີນ,​ບົດຮຽນ​ການ​ກໍ່ສ້າງ​ຕົວ​ເມືອງ​ນ້ອຍ​​ແລະ​ການ​ພັດທະນາ​ເສດຖະກິດ​ຂັ້ນ​ເມືອງ​ຂອງ​ຈີນ, ບົດຮຽນ​ຂອງ​ພັກ​ຄອມ​ມູນິດ​ຈີນ​ໃນ​ການ​ກໍ່ສ້າ​ງພັກ​ຂັ້ນ​ຮາກ​ຖານ, ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ແບບ​ປຶກສາ​ຫາລື​ພາຍ​ໃນ​ພັກ, ບັນຫາ​ພົ້ນ​ເດັ່ນ​ໃນ​ສາກົນ​ແລະ​ພາກ​ພື້ນ​ໃນ​ປະຈຸ​ບັນ.

ການ​ຢ້ຽມຢາມ​​ແລະ​ປາຖະກະຖາ​ຂອງຄະນະຜູ້ຊ່ຽວຊານປາຖະກະຖາຂອງສູນກາງພັກຄອມມູນິດຈີນໃນຄັ້ງນີ້ເປັນການ​ປະກອບສ່ວນ​ເຂົ້າ​ໃນ​ກາ​ນສົ່ງ​ເສີມ​ການ​​ແລ​ກປ່ຽນ​ບົດຮຽນ​ທາງ​ດ້ານ​ຕ່າງໆ​ຂອງ​ສອງ​ພັກ​ສອງ​ລັດ, ທັງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ລາວ​ຈີນ​ໃຫ້​ນັບ​ມື້​ຂະຫຍາຍ​ຕົວ​ຍິ່ງໆ​ຂຶ້ນ.