ສະຫາຍ​ເຈືອງ ສົມບູນ​ຂັນ, ​ເລຂາ​ທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະ​ນາ​ອົບຮົມ​ສູນ​ກາງ​ພັກ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຄະນະ​ຜູ້​ແທນ​ພັກ​ຄອມ​ມູນິດ​ຈີນ

(GMT+08:00) 2013-04-23 18:20:59     cri



ຕອນ​ບ່າຍ​ວັນ​ທີ23​ເມສາ2013ນີ້, ທີ່​ສຳນັກງານ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສະຫາຍ​ເຈືອງ ສົມບູນ​ຂັນ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຄະນະ​ ​ຊ່ຽວຊານ​ປາຖະກະຖາ​ສູນ​ກາງພັກ​ຄອມ​ມູນິດ​ຈີນ​ນຳ​ໂດຍ​ສະຫາຍ​ກາວ​ຢົງ​ຈົງ, ຮອງ​ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ປະຫວັດສາດ​ພັກ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ພ້ອມ​ຄະນະ​ທີ່​ມາ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ21ຫາ​ວັນ​ທີ24​ເມສາ​ນີ້.

ສະຫາຍ​ເຈືອງ ສົມບູນ​ຂັນ​ໄດ້​ຕີ​ລາຄາ​ສູງ​ແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກາ​ນມາ​ຢ້ຽມຢາມ​ເຮັດ​ວຽກ​ຢູ່​ລາວ​ຂອງ​ຄະນະ, ​ໂດຍສ​ະ​ເພາະ​ຜົນສຳ​ເລັດ​ໃນ​ການຈັດ​ປາຖະກະຖາ​ໃຫ້ການ​ນຳ​ແລະ​ພະນັກງານ​ວິຊາ​ການ​ລະດັບ​ສູງ​ຈາກ​ພາກສ່ວນ​ຕ່າງໆ​ຂອງ​ລາວ, ການ​ມາ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້​ເປັນ​ກາ​ນປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ລາວ​ຈີນ.ສະຫາຍ​ໄດ້​ແຈ້ງ​ໂດຍ​ຫຍໍ້​ສະພາບ​ການ​ເດັ່ນ​ຂອງ​ລາວ​ໃຫ້​ຄະນະ​ຊາບ, ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ແລະ​ສ​ະ​ແດງ​ຄວາມ​ຂອບ​ໃ​ຈຢ່າງ​ຈິງ​ໃຈ​ຕໍ່​ພັກ, ລັດຖະບານ​ແລ​ະປະຊາຊົນ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ລາວ​ໃນ​ເມື່ອ​ກ່ອນ​ກໍ່​ຄື​ປະຈຸ​ບັນ.

ສະຫາຍ​ກາວ​ຢົງ​ຈົງ​ໄດ້​ແຈ້ງ​​ໃຫ້​ສະຫາຍ​ເຈືອງ ສົມບູນ​ຂັນ​ຊາບ​ໂດຍ​ຫຍໍ້​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ການ​ປາຖະກະຖາ​ແລະ​ການ​ພົວປະ​ແລກປ່ຽນ​ກັບ​ພະນັກງງານ​ລາວ​ທີ່​ເຄີຍ​ໄປ​ຝຶກ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ​ຢູ່​ຈີນ, ​ເຊິ່ງທັງ​ໝົດ​ນີ້​ລ້ວນ​​ແຕ່​ໄດ້​ເປັນ​ການ​ປະກອບສ່ວນ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຖານ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ຈີນ​ລາວ.

​ໃນ​ໂອກາດ​ການ​ມາ​ຢ້ຽມຢາມ​ລາວ​ຂອງ​ຄະນະ​ຄັ້ງນີ້, ​ແຕ່​ວັນ​ທີ22ຫາ​ວັນ​ທີ23​ເມສາ​ນີ້,​ຄະນະ​ຊ່ຽວຊານ​ຈີນໄດ້​ກ່າວ​ປາຖະກະຖາ​ໃຫ້ການ​ນຳ​ພັກ, ລັດ​ແລະ​ພະນັກງານ​ວິຊາ​ການ​ລະດັບ​ສູງ​ຂອງ​ລາວ, ​​ເຊິ່ງ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18ຂອງ​ພັກ​ຄອມ​ມູນິດ​ຈີນ, ບົດຮຽນ​ການ​ກໍ່ສ້າງ​ຕົວ​ເມືອງ​ນ້ອຍ​ແລະ​ການ​ພັດທະນາ​ເສດຖະກິດ​ຂັ້ນ​ເມືອງ​ຂອງ​ຈີນ, ບົດຮຽນ​ຂອງ​ພັກ​ຄອມ​ມູນິດ​ຈີນ​ໃນ​ການ​ກໍ່ສ້າງ​ພັກ​ຂັ້ນ​ຮາກ​ຖານ, ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃ​ຈ.