ທຄຕລ ​ເປີດ​ຕົວ​ບັດ​ນັກ​ສຶກສາ ທີ່​​ເປັນ​ບັດ​ດຽວກັນ​ກັບ​ບັດ ATM

(GMT+08:00) 2013-04-25 15:44:09     cri
   ທະນາຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ(ທຄຕລ) ​ໄດ້​ຈັດ​ພິທີ​ເຊັນ​ເປີດ​ການ​ນຳ​ໃຊ້​ບັດ​ນັກ​ສຶກສາ ທີ່​ເປັນ​ບັດ​ດຽວກັນກັບ​ບັດ ATM ຂອງ​ ທຄຕລ ຂຶ້ນ​ໃນຕອນ​ແລງ​ຂອງ​ວັນ​ທີ 24 ​ເມສາ ປີ 2013 ທີ່​ສະ​ໂມ​ສອນ​ໃຫຍ່​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ.

   ພາຍ​ໃນ​ງານມີ ທ່ານ ຮອງ​ສ​າດສະ​ດາ​ຈານ ດຣ. ກອງ​ສີ ​ແສງ​ມະນີ ລັດຖະມົນ​ຕີຊ່ວຍ​ວ່າການ​ກະຊວງສຶກສາ ​ແລະ ກິລາ, ທ່ານ​ ສອນ​ໄຊ ສິດ​ພະ​ໄຊ ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ, ທ່ານ ຊູ ລົວ​ເຕີ ປະທານ ​ແລະ ຫົວໜ້າຜູ້​ບໍລິຫານ​ໃຫຍ່ ບໍລິສັດ China UnionPay ​ແລະ ມີ​ບັນດາ​ທ່ານ​ອະທິການ​ບໍດີ, ຄະນະບໍດີ, ຜູ້ອຳນວຍການ ​ແລະ ຄະນະ​ຜູ້​ບໍລິຫານ​ຂອງ​ມະຫາວິທະຍາ​ໄລ​ ​ແລະ ສະ​ຖາ​ບັນ​ການ​ສຶກສາທຸກ​ແຫ່ງ ​ເຂົ້າ​ຮ່ວມ.

   ​ບັດ​ນັກ​ສຶກສາ​ທີ່​ເປັນ​ບັດ​ດຽວ​ກັນ​ກັບ​ບັດATMຂອງ​ທຄຕລມີ​ຄຸນ​ປະ​​ໂຫຍ​ດຫຼາຍ​ດ້ານ, ​ເຊັ່ນ: ຊ່ວຍ​ເຮັດ​ໃຫ້ການ​ຄຸ້ມຄອງ​ນັກ​ສຶກສາມີ​ຄວາມ​ສະດວກ​ແລະ​ເປັນ​ລະບົບ​ຍິ່ງ​ຂຶ້ນ,​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຊຳລະ​ຄ່າ​ຮຽນ​ຂອງ​ນັກ​ສຶກສາ, ​ເຮັດ​ໃຫ້​ເງິນ​ດັ່ງກ່າວ​ເຂົ້າ​ສູ່​ບັນຊີ​ຢ່າງ​ຄົບ​ຖ້ວນ​ແລະ​ເຮັດ​ໃຫ້​ເງິນ​ຢູ່​ໃນ​ລະບົບ​ທະນາຄານ, ​ເປັນ​ການ​ຊ່ວຍ​​ໃຫ້​ນັກ​ສຶກສາ​ຮູ້​ນຳ​ໃຊ້​ບັນຊີ​ແລະ​ເທັກ​ໂນ​ໂລ​ຊີ​ທະນາຄານ,​​ເປັນ​ຈຸດ​ລິ​ເລີ່ມ​ສຳຄັນ​ອັນ​ໜຶ່ງ​ທີ່​ຈະ​ຊ່ວຍ​ໃຫ້ການ​ຊຳລະ​ສະ​ສາງ​ໃນ​ພາກ​ການ​ສຶກສາ, ​ຊໍາ​ລະ​ຄ່າ​ສິນຄ້າ​ຢ່າງ​ປອດ​ໄພ​ກວ່າ​ເງິນສົດ​ແລະ​ຍັງ​ຈະ​ເປັນ​ກາ​ນສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ຕາມ​ແນວທາງ​ຂອງ​ພັກ​ແລະ​ລັດຖະບານ, ດັ່ງ​ນີ້​ເປັນ​ຕົ້ນ.

     ບັດນັກ​ສຶກສາ​ທີ່​ເປັນບັດ​ດຽວ​ກັນ​ກັບATM​ແລະUnion Pay​ເປັນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ບໍລິສັດChina UnionPayກັບ​ກະຊວງ​ສຶກສາ​​ແລະ​ກິລາ​ລາວ​ແລະ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ,​​ໂດຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າວໜ້າ​ເຖິງ​ການ​ຮ່ວ​ມມື​ດ້ານ​ການ​ທະນາຄານ​ລະຫວ່າງ​ບໍລິສັດChina UnionPayກັບ​ບໍລິສັດ​ການ​ຄ້າ​ຕ່າງປະ​ເທດ​ລາວ, ທັງ​ສ່ອງ​ແສງ​ເຖິງ​ຜົນ​ການ​ຮ່ວມ​ມື​ທີ່​ສຳຄັນ​ໃນ​ຂົງ​ເຂດ​ການ​ທະນາຄ​ານລະຫວ່າງ​ສອງ​ປະ​ເທດ​ຈີນ​ລາວ.