ປະທານ​ສະພາ​ແຫ່ງ​ຊາດ​ລາວ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ​ຂອງ​​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ

(GMT+08:00) 2013-04-29 18:02:52     cri
ຕອນ​ບ່າຍ​ວັນ​ທີ29​ເມສາ​ນີ້, ຢູ່​ທີ່​ສະພາ​ແຫ່ງ​ຊາດ,​ທ່ານ​ນາງ​ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງຊາດ​ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວໃນ​ໂອກາດ​ທີ່​ທ່ານນາງ​ປູ້ຈ້ຽນກົວ​ຈະ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ປະຈຳ​ລາວ.​


​ເນື່ອງ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ນາງ​ປານີ ຢາ​ທໍ່​ຕູ້ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່ຜົນງານ​ວຽກ​ງານ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ​ໃນໄລຍະ​ເວລາທີ່​​ປະຕິບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່​ສປປລາວ​, ​ໂດຍ​ໄດ້​ຊຸກຍູ້​ໃຫ້ສາຍ​ພົວພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ພັກ​ສອງ​ລັດ​ແລະ​ປະຊ​າຊົນ​ສອງ​ຊາດ​ລາວ​ແລະ​ຈີນ​​ໄດ້​ຮັບ​ການ​ຂະຫຍາຍຕົວ​ຕື່ມ​ອີກ, ​ໂດຍ​ສະ​ເພາະ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ​ໂດຍ​ໄດ້​ຊຸກ​ຍູ້​ໃຫ້​ເສດຖະກິດ​ສັງຄົມ​ລາວ​ໄດ້​ຮັບ​ການ​ພັດທະນາ, ​ແລະ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາ​ຊົນ,​​ແລະ​ຫວັງ​ວ່າ​ອົງການ​ນິຕິບັນຍັດ​ຂອງ​ທັງ​ສອງ​ປະ​ເທດ​ລາວ​ຈີນ​ຈະ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລະ​ເສີ​ມຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​​ເກົ່າ​ໃນ​ເວທີ​ສາກົນ, ​ແລະ​ສົ່ງ​ເສີມ​ສັນຕິພາບ,​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ທ່ານນາງ​ປູ້​ຈ້ຽນກົວ​ກ່າວ​ວ່າ,​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ,​ການ​ເມືອງ, ​ເສດຖະກິດ​ແລະ​ສັງຄົມ​ຂອງ​ປະ​ເທດ​ລາວ​ໄດ້​ຮັບ​ການ​ພັດທະນາ​ຢ່າງຫຼວງ​ຫຼາຍ, ​ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານນາງ​ປານີ​ກໍ່​ຄື​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ແກ່​ວຽກ​ງານ​ຂອງ​ທ່ານ.