ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຈີນພົບ​ປະ​ກັບ​ເລຂາທິການ​ໃຫຍ່​ອາ​ຊຽນ

(GMT+08:00) 2013-05-03 15:20:27     cri
ວັນ​ທີ 2 ພຶດສະພາ​ນີ້ຢູ່ນະຄອນຫຼວງ​​ຈາ​ກາ​ຕາຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ຫວາງ​ອີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເລ​ເລືອ​ງມິ​ງ, ​ເລຂາທິການ​ໃຫຍ່​ອາ​ຊຽນ.

ທ່ານ​ຫວາງ​ອີ​ກ່າວ​ວ່າ, ຈີນ​ຫວັງ​ຢ່າງ​ຈິງ​ໃຈວ່າ​ອາ​ຊຽນມີ​ການພັດທະນານັບ​ມື້​ນັບ​ດີ​ຂຶ້ນ​. ລັດຖະບານ​ຈີນ​ຊຸດ​ໃໝ່​ຈະ​ສືບ​ຕໍ່​ສະໜັບສະໜູນ​ອາ​ຊຽນ​ເຕີບ​​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະໜັບສະໜູນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນຂອງ​ອາ​ຊຽນ​ແລະ​ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດການ​ນຳພາ​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານ​ຫວາງ​ອີ​ກ່າວ​ວ່າ, ປີ​ນີ້​ແມ່ນ​ຈີນ​ອາ​ຊຽນສ້າງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸ​ດທະ​ສາດຄົບຮອບ 10 ປີ, ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ຢືນ​ຢູ່​ຈຸດ​ເລີ່​ມຕົ້ນ​​ໃໝ່​ທາງ​ດ້ານປະຫວັດສາດ​. ສອງ​ຝ່າຍ​ຄວນ​ເພີ່ມທະວີການ​ຮ່ວມ​ມື​ໃນ​ດ້ານ​ການ​ເຊື່ອງ​ໂຍງ​ເຂົ້າກັນ​ໃນ​ດ້ານ​ຕ່າງໆ, ນຳ​ໃຊ້​ກອງ​ທຶນ​ຮ່ວມ​ມື​ທາງ​ທະ​ເລ​ຈີນ-ອາ​ຊຽນ​ໃຫ້​ໄດ້​ຮັບ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ທະ​ເລ, ​ເຮັດ​ໃຫ້​ທະ​ເລ​ຈີນ​ໄຕ້ກາຍ​ເປັນ​ທະ​ເລ​ທີ່​ມີສັນຕິພາບ, ມິດຕະພາບ​ແລະ​ການຮ່ວມ​ມື. ບົນ​ພື້ນຖານກົນ​ໄກ​ອາ​ຊຽນຈີນ​ຫຼື10+1, ອາ​ຊຽນກັບ​ຈີນ, ຍີ່ປຸ່ນ, ​ສ.​ເກົາຫຼີ​ຫຼື10+3ຕັ້ງໜ້າ​ຊຸກຍູ້​ຂະ​ບວນການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດຮອບດ້ານ​ໃນ​ພາກ​ພື້ນ, ປົກ​ປັກຮັກສາ​ແລະ​​ເສີມ​ຂະ​ຫຍາ​ຍ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ແລະ​ສົມ​ເຫດ​ສົມ​ຜົນ.

ທ່ານ​ເລ​​ເລືອ​ງມິ​ງກ່າວ​ວ່າ, ອາ​ຊຽນຍິນ​ດີ​ລົງ​ເລິ​ກການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ, ຮ່ວມ​ກັນປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ.