ນະຄອນຫຼວງ​ວຽງຈັນ, ມອບ​​ໃບ​ຍ້ອງຍໍ​​ໃຫ້ນັກຮຽນ​ເກັ່ງ​ລະດັບ​ຊາດ ຂັ້ນ ມ4 ​ແລະ ມ7 ສົກ​ປີ 2012 -​ 2013

(GMT+08:00) 2013-05-04 13:50:29     cri
     ພິທີ​ມອບ​ໃບ​ຍ້ອງຍໍ​ນັກ​ຮຽນ​ເກັ່ງ​ລະດັບ​ຊາດ​ຂັ້ນ ມ4 ​ແລະ ມ7 ຂອງ​ກະຊວງ​ສຶກສາ​ທິການ​ແລະ​ກິລາ​ ​ໄດ້​ຈັດ​ຂື້ນທີ່​ຫໍ​ວັດທະນະທຳ​​ແຫ່ງ​ຊາດ​, ນະຄອນ​ຫຼວງ​ວຽງ​ຈັນ ​ໂດ​ຍການ​ເປັນກຽດ​ເຂົ້າ​ຮ່ວ​ມຂອງ​ທ່ານ ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາ, ມີ​ຫົວໜ້າ​ກົມ, ຮອງ​ກົມ, ບັນດາຕົວ​ແທນບໍລິສັດ ​ແລະ ຫ້າງ​ຮ້ານ​ຕ່າງໆ, ພ້ອມ​ດ້ວຍ​ຄູ-​ອາຈານ ​ແລະ ນ້ອງ​ນັກຮຽນ​​ເຂົ້າຮ່ວມ​ຢ່າງ​ຫຼວງ​ຫຼາຍ.



    ກ່ອນ​ປະກາດ​ຜົນ, ທ່ານ ລີ​ຕູ້ ບົວ​ປາວ​ກໍ່​ໄດ້​​ຕີ​ລາຄາ​ຜົນການ​ສອບ​ເສັງ​ນັກຮຽນ​ເກັ່ງ​ທົ່ວ​ປະ​ເທດ​ ​ແລະ ​ການ​ຮຽນ-​ການ​ສອນ​ຂອງຄູ​ອາ​ຈານ​ແລະ​ນ້ອງ​ນັກ​ຮຽນຄັ້​ງນີ້, ທ່ານ​ກ່າວ​ວ່າ: ​ເພື່ອ​ເຮັດ​ໃຫ້ການ​ສຶກສາລາ​ວມີ​ຄຸນ​ນະພາ​ບຄູ-ອາ​ຈານ ​ແລະ ນອ້ງນັກຮຽນ ​ຕ້ອງ​ມີ​ການ​ຄົ້ນຄວ້າພັດທະນາ​ວິທີ​ການ​ສິດສອນ​​, ​ການ​ແຂ່ງຂັນ​ສອບ​ເສັງນັກ​ຮຽນ​ເກັ່ງ​ລະດັບຊາດ ຈະ​ເປັນ​ການວັດ​ແທກ​ການ​ພັດທະນາ​ຂອງການ​ສຶກສາລາ​ວ​. ນອກ​ນັ້ນ, ​ຍັງ​ເປັນ​ການ​ຄັດ​ເລືອກ​​​ເອົາ​ແທນ​ນັກ​ສື​ກສາລາ​ວ​ໄປ​ແຂ່ງຂັນ​ຢູ່ບັນດາ​ປະ​ເທດ​ພາກ​ພື້ນ. 



    ການ​ແຂ່ງຂັນສອບ​​ເສັງນັກຮຽນ​ທົ່ວ​ປະ​ເທດລະ​ດັບ​ຊາດ​ຊັ້ນ​ມັດທະຍົມ​ສຶກສາ​ມີ 4 ວິຊາຄື: ພາສາ​ລາວ-ວັນນະຄະດີ, ຄະນິດສາດ, ​ເຄມີ​ສາດ ​ແລະ ຟຊິກ​ສາດ, ​ມີ​ຜູ້​ເຂົ້າ​ແຂ່ງຂັນ​ສອບ​ເສັງ​ທັງ​ໝົດ 172​ ຄົນ, ຍິງ 51 ຄົນ​. ຈາກ 16 ​ແຂວງ ​ແລະ 1 ນະຄອນ​ຫຼວງ. ຜົນ​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍຂັ້ນ ມ4 ​ ພາສາ​ລາວ-ວັນນະຄະດີທີ​(1)​ນາງ ປະທຸມ​ມາ ຫານ​ພົມ ຈາກ ມສ ​ເອກະ​ພາບແຂວງ​ໄຊ​ຍະ​ບູລີ. ທີ(2)ທ້າວ ບຸນ​ລ້ອມ ​ໄຊ​ຍະ​ສອນ ຈາກ ມສ ສັນຕິພາບແຂວງ​ຫຼວງ​ພະ​ບາງ. ທີ(3)ນາງ ພຸດ​ທິດາ ສຸກ​ອາ​ລຸນ ຈາກ​ພອນ​ສະຫັວນຊົນ​ເຜົ່າ​ກຽ​ມ​ມະຫາວິທະຍາ​ໄລນະ​ຄອນ​ຫຼວງ​ວຽງ​ຈັນ. ຄະນິດສາດ​ທີ(1)ທ້າວ ຈີ​ເຮີ ​ໄຊ​ຈາ ຈາກ ມສ ນ້ຳ​ເພິນ​ແຂວງ​ວຽງ​ຈັນ. ທີ(2)ທ້າວ ວົງ​ສະຫວັນ ສຸດ​ທິວົງ ຈາກ​ພອນ​ສະຫວັນ​ກຽມມະຫາວິທະຍາ​ໄລນະ​ຄອນ​ຫຼວງ. ທີ(3)ທ້າວ ຈໍ່​ເລົ່າ ຈາກ ມສ ວຽງ​ທອງ ​ແຂວງ​ບໍລິ​ຄຳ​ໄຊ. ​ເຄມີ​ສາດທີ(1)ທ້າວ ​ເກດ​ວິ​ບູນ ສຸວິມົນ ຈາກ ມສ ລາ​ວ-ຫວຽດນາມ ນະ​ຄອນ​ຫຼວງ​. ທີ(2)ນາງ ພຽງ​ພະ​ເນ​ດ ພົມມະ​ວົງ​ສີ ຈາກ ມສ ສາລະ​ວັນແຂວງ​ສາລະ​ວັນ. ທີ(3)ທ້າວ ອາ​ແສງ ​ແສງ​ວື ຈາກ​ ມສ ພູ​ຟ້າ ​ແຂວງ​ຜົ້ງ​ສາລີ ​ແລະ ຟິຊິກ​ສາດ​ທີ(1)ທ້າວ ບຸນ​ຍັງ ຈາກ ມສ ພູ​ຄູນ ​ແຂວງ​ຫຼວງ​ພະ​ບາງ. ທີ(2)ທ້າວ ອານຸສອນ ​ເພັດ​ວິ​ໄຊ ຈາກ​ພອນ​ສະຫວັນ​ຊົນ​ເຜົ່າ​ກຽມ​ມະຫາ​ວະ​ທະຍາ​ໄລ ນະຄອນຫຼວງ. ທີ(3)ທ້າວ ວິ​ຊຸນ​ນະລາດ ພິຈິດ ຈາກ ມສ ວຽງຈັນ ນະຄອນຫຼວງ​ວຽງ​ຈັນ.


   
ສ່ວນ​ຜົນ​ການສອບ​​ເສັງ​ແຂ່ງຂັນນັກຮຽນ​ເກັ່ງຂັ້ນ ມ7 ສາຍ​ທົ່ວ​ໄປວິຊາ​ພາ​ສາລາ​ວ-ວັນນະຄະ​ດີ​ທີ(1)ນາງ ຊາຍ​ພ​ອນ ຄຳ​ມັງ​ໄຊ ຈາກ ມສ ພັນ​ຊຳ ​ແຂວງ​ຫົວພັນ. ທີ(2)ທ້າວ ວິລະ​ສັກ​ ບຸດ​ຈັນທະ​ລາດ ຈາກ​ ມສ ລາ​ວ-ຫວຽດນາມ ນະ​ຄອນ​ຫຼວງ​ວຽງ​ຈັນ. ທີ(3)ທ້າວ ທິດ​ສະ​ຫວັນ ຈຳປາ ຈາກ ມສ ອູ​ໃຕ້ ​ແຂວງ​ຜົ້ງ​ສາລີ. ຄະນິດສາດ​ທີ(1)ທ້າວ ຕູ້ລີ ລີ​ເຢ້​ເບ່ຍປໍ ຈາກ ມ​ປ ​ໂພນ​ສະ​ຫວັນ ​ແຂວງ​ຊຽງ​ຂວາງ. ທີ(2)ທ້າວ ​ເພັດ​ສະກຸນ ​ເຈັ່ນ​ນາລັດ ຈາກ ມສ ສັນຕິພາບ ​ແຂວງ​ຫຼວງ​ພະ​ບາງ. ທີ(3)ທ້າວ ຊ້າ​ທ່າວ ​ໄຊ​ວ່າງ ຈາກ ມສ ນ້ຳ​ຮອນ ​ແຂວງ​ວຽງ​ຈັນ. ​ເຄມີ​ສາດ​ທີ(1)ທ້າວ ພອນ​ປະ​ເສີດ ອິນ​ທະ​ວົງ ຈາກ ມສ ສົດ​ທະ​ຈິດ ນະຄອນຫຼວງ​ວຽງ​ຈັນ. ທີ(2)ທ້າວ ​ເຢີ ຈ່າງ ຈາກ ມສ ພັນ​ລາ ​ແຂວງ​ຫົວພັນ. ທີ(3)ທ້າວ ວ່າ​ຊົ່ງ ​ປະ​ຈື່​ຊົ່ງ ຈາກ ມສ ສັນຕິພາບ ​ແຂວງ​ຫຼວງພະ​ບາງ​ ​ແລະ ຟິຊິກ​ສາດ​ທີ(1)ນາງ ສຸ​ມິດ​ຕາ ພິຈິດ ຈາກ ມສ ວຽງ​ຈັນ ນະຄອນຫຼວງ​ວຽງ​ຈັນ. ທີ(2)ທ້າວ ວຽງ​ເລື່ອນ ຟົ່ງ ຈາກ​ມສ ພູ​ຄູນ ​ແຂວງ​ຫຼວງ​ພະ​ບາງ. ທີ(3)ທ້າວ ສະ​ຕ່າ​ດາວ ຈັນທະ​ວົງ​ສີ ຈາກ ມສ ສັນຕິພາບ ​ແຂວງ​ບໍ່​​ແກ້ວ.

   



ສ່ວນຂັ້ນ​ ມ7 ສາຍພອນ​ສະຫວັນພາສາ​ລາວ​-ວັນນະຄະດີ​ທີ(1)ທ້າວ ວິຊາ ນັນ​ຕະລັດ ຈາກ ມສ ສັນຕິພາບ ​ແຂວງ​ຫຼວງ​ພະ​ບາງ. ທີ(2)ທ້າວ ສີ​ປອນ ​ແກ້ວ​ບົວ​ພາ ຈາກ ມສ ວຽງ​ຈັນ ນະຄອນຫຼວງ​ວຽງ​ຈັນ. ທີ(3)ນາງ ຄຳ​ຫຼ້າ ສົບ​ພະ​ໂສ ຈາກພອນ​ສະຫວັນ​ຊົນ​ເຜົ່າ​ກຽມ​ມະຫາວິທະຍາ​ໄລ ນະຄອນຫຼວງ​ວຽງ​ຈັນ. ຄະນິດສາດ​ທີ(1)ທ້າວ ​ເຍ່ຍ​ເຮີ້ ​ເກ​ຍຊ້າ ຈາກ ມສ ວຽງ​ຈັນ ນະ​ຄອນ​ຫຼວງ​ວຽງ​ຈັນ. ທີ(2)ທ້າວ ກູ້​ຢ່າງ ຕູ້​ເຊົາ​ຍໍ້ ຈາກ​ພອນ​ສະຫວັນ​ຊົນ​ເຜົ່າ​​ນະຄອນຫຼວງ​ວຽງ​ຈັນ. ທີ(3)ທ້າວ ນິລັນດອນ ​ເພັດ​ມະນີ​ວົງ ຈາກ​ພອນ​ສະຫວັນ​ຈຳ​ປາ​ສັກ ​ແຂວງ​ຈຳປາ​ສັກ. ​ເຄີມີສາດ​ທີ(1)ທ້າວ ຮື່ທໍ່ ຄັ່ງ​ຊື່​ທໍ່ ​ແລະ ທີ(2)ທ້າວ ຢ່າງ​ຢົວຢ່າງ ຈື່​ທ່າວ ຈາກພອນ​ສະຫວັນ​ຊົນ​ເຜົ່າ​​ນະຄອນຫຼວງ​ວຽງ​ຈັນ. ທີ(3)ທ້າວ ອຸ່ນ​ຫຼ້າ ທອງ​ສຳ​ເລັດ ຈາກ​ພອນ​ສະຫວັນ​ຈຳປາ​ສັກ​ແຂວງ​ຈຳປາ​ສັກ​ ​ແລະ ຟິຊິກ​ສາດ​ທີ(1)ທ້າວ ​ເຢ້ຊົ່ງ ປ່າ​ເຍີ​ເຍ່ຍຈາ ​ແລະ ທີ(2)ທ້າວ ບຸນ​ປະ​ເສີດ ຈະ​ເລີ​ນສຸກ ຈາກ ມສ ວຽງ​ຈັນ ນະຄອນຫຼວງ​ວຽງ​ຈັນ.ທີ(3)ທ້າວ ວິລະ​ກອນ ສີ​ປະ​ເສີດ ຈາກ ມສ ສັນ​ຕະພາບ ແຂວງຫຼວງ​ພະ​ບາງ.