ຈີນ​ແລະ​ບຼູ​ໄນ​ອອກ​ຖະ​ແຫຼ​ງການ​ຮ່ວມ

(GMT+08:00) 2013-05-05 15:01:51     cri
ວັນ​ທີ 4 ພຶດສະພາ​ນີ້ ຢູ່​ພະ​ລາຊະ​ວັງ​ທີ່​ບານ​ດາ​ເຊຣີ​ເບ​ກາ​ວັນ, ຊູນ​ດານ​ຮາ​ຈີ ຮາ​ຊາ​ນານ ​ໂບ​ເກ​ຍຂອງ​ລາຊະ​ອານາຈັກ​ບຣູ​ໄນ​​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄປ​ຢ້ຽມຢາມ.

ສອງ​ຝ່າຍ​ຈີນ​ແລະ​ບຣູ​ໄນ​ໄດ້​ອອກ​ຖ​ະ​ແຫຼ​ງການ​ວ່າ, ​ເນື້ອ​ໃນຕົ້ນຕໍ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຈີນ​ກັບ​ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ມີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. ຄວາມ​ຂັດ​ແຍ່ງ​ກັນ​ຈຳນວນ​ໜຶ່ງ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ຄວນ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ໂດຍ​ສັນຕິ​ດ້ວຍ​ວິທີ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ຢ່າງ​ມີ​​ໄມຕີ​ຈິ​ດມິດຕະພາບ.

​ໃນ​ການ​ພົບ​ປະ, ຊູ​ນດານ​ຮາ​ຊາ​ນານ​ຊົງ​ຕັດ​ວ່າ, ​ບຣູ​ໄນ​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ປະ​ເທດ​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ພາກ​ພື້ນ, ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ອາ​ຊຽນກັບ​ຈີນ​ໃຫ້​ກ້າວ​ໄປ​ໜ້າ.

ທ່ານ​ວາງຢີ້ກ່າວ​ວ່າ, ຈີນ​ຍິນ​ດີ​ອອກ​ແຮງ​ສຸດ​ຂີດ​ເພື່ອ​ສະໜັບ​ສະ​ໜູນ​ບຣູ​ໄນ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ປະ​ທານ​ປະທານ​ຝຽນ​ຂອງ​ອາ​ຊຽນ, ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາ​ຊຽນ​ໃຫ້​ດີ, ຮ່ວມ​ກັນ​ສົ່ງ​ສັນຍານ​​ໃນ​ທາງ​ບວກ​ແລະ​ຕັ້ງໜ້າ​ໃຫ້​ໂລກ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ອະນາຄົດ​ແຫ່ງ​ການ​ພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຕື່ມ​ອີກ​ຂອງ​ອາ​ຊີ​ຕາ​ເວັນ​ອອກ.