ປະທານາທິບໍດີ​ປາ​ແລັສຕິນຫວັງ​ໃຫ້​ຈີນ​ເສີມ​ຂະ​ຫຍາຍບົດ​ບາດ​ທີ່​ສຳ​ຄັນ​ໃນ​ຂະ​ບວນ​ການ​ສັນຕິພາບ​ອາຊີ​ກາງ

(GMT+08:00) 2013-05-07 19:40:28     cri
ຕາມ​ຂ່າວCRI: ວັນ​ທີ6ພຶດສະພາ​ນີ້, ທ່ານ​ມາ​ຮ໌ມຸດ ອັບ​ບາສ, ປະທານາທິບໍດີ​ປາ​ແລັສຕີນ​ທີ່​ມາ​ຢ້ຽມຢາມ​ຈີນ​ກ່າວ​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI​ຢູ່​ນະຄອນຫຼວງປັກ​ກິ່ງ​ວ່າ, ​ເຊື່ອ​ວ່າ​ຈີນ​ຄວນ​ເສີມຂະຫຍາຍ​ບົດບາດທີ່​ສຳຄັນ​ໃນ​ຂະ​ບວນການ​ສັນຕິພາບຕາ​ເວັນ​ອອກກາງ.

ທ່ານ​ມາ​ຮ໌ມຸດ ອັບ​ບາສກ່າວ​ວ່າ, ປາ​ແລັສຕີນ​ເຫັນ​ດີນຳ​ແລະ​ສະໜັບສະໜູນ​ຂໍ້​ສະ​ເໜີ​ໃດ​ໆ​ທີ່​ສະ​ເໜີ​ໂດຍ​ຜູ້ນຳ​ຈີນມາ​ໂດຍ​ຕະຫຼອດ. ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຊື່​ອວ່າ​ຈີນ​ຄວນ​ເສີມຂະຫຍາຍ​ບົດບາດທີ່ສຳຄັນ​ແລະ​ມີ​ລັກສະນະ​ພື້ນຖານ​ໃນ​ຂະ​ບວນການ​ສັນຕິພາບ, ​ເພາະວ່າ​ຈີນ​ແມ່ນ​ປະ​ເທດ​ທີ່​ຍຸດຕິ​ທຳ, ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ, ພຽງ​ແຕ່​ປົກ​ປັກ​ຮັກສາ​ຄວາມ​ເປັນ​ທຳ, ສະ​ນັ້ນ​ປາ​ແລັສຕີນ​ສະໜັບສະໜູນ​ຈີນ​ໂດຍ​ຕະຫຼອດ. ກ່ຽວ​ກັບ​ຂໍ້​ສະ​ເໜີຂອງ​ທ່ານ​ປະທານ​ປະ​ເທດ​ຈີນ​ທີ່​ສະ​ເໜີ​ໃຫ້​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ທາງ​ການ​ເມືອງ​, ພວກ​ເຮົາ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຫຼັກການ​ນີ້."

ທ່ານມາຮ໌ມຸດ ອັບ​ບາສ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ເດີນທາງ​ມາ​ຢ້ຽມຢາມ​ຈີນ​​ໃນຄັ້ງ​ນີ້​, ນອກຈາກ​​ແຈ້ງ​ໃຫ້​ຝ່າຍ​ຈີນ​ຊາບ​ກ່ຽວ​ກັບຄວາມ​ຄືບໜ້າ​ຫຼ້າ​ສຸດ​ຂອງ​ການ​ພົວພັນ​ລະຫວ່າງ​ປາ​ແລັສຕີນ​ກັບ​ອິສຣາ​ແອນ​ແລະ​ສະຖານະ​ການ​ໃນ​ໂລກ​ອາຣັບ​ໃນ2ປີຜ່ານມາ​ແລ້ວ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສອງ​ຝ່າຍ​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່ທ່ານ​​ໄດ້​ລົງ​ເລິກ​ປຶກສາ​ຫາລື​ກັບ​ຜູ້ນຳ​ຈີນ, ສອງ​ຝ່າຍ​ຈະ​ເລີ່​ມດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ທີ່​ສະອາດ. ທ່ານມາຮ໌ມຸດ ອັບ​ບາສ​ຍັງ​ກ່າວຕື່ມ​ອີກ​ວ່າ, ຫວັງ​ຢາກຝາກຝັງ​ມິດຕະພາບ​​ແບບ​ມີ​ໄມຕີ​ຈິດ​ຂອງ​ຜູ້ນຳ​ແລະ​ປະຊາຊົນ​ຈີນ​ໄປ​ຍັງ​ປະ​ເທດ​ແລະ​ປະຊາຊົນ​ອາຣັບທັງ​ໝົດ​ດ້ວຍການ​ກະຈາຍສຽງພາກພາສາ​ອາຣັບຂອງCRI.