ເລີ່​ມດຳ​ເນີນ​ການ​ສ້າງ​ຕັ້ງ​ສະຖານ ກົງສູນ​ໃຫຍ່​ຈີນ​ປະຈຳ​ຫຼວງ​ພະ​ບາງ​ຢ່າງຮອບດ້ານ

(GMT+08:00) 2013-05-08 16:26:27     cri
ຕາມ​ຂ່າວCRI: ​ເມື່ອ​ບໍ່​ໆ​ມາ​ນີ້, ຜູ້​ຮັບຜິດຊອບ​ວຽກ​ງານ​ການ​ສ້າງ​ຕັ້ງ​ສະຖານກົງສູນ​ໃຫຍ່​ຈີນ​ປະຈຳ​ແຂວງ​ຫຼວງ​ພະ​ບາງ​ກ່າວ​ໃຫ້​ຮູ້​ວ່າ, ອີງ​ຕາມ​ສັນຍາ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະຖານກົງສູນ​ໃຫຍ່​ລາວ​ປະຈຳ​ນະຄອນ​ຊຽງ​ໄຮ​ຈີນ​ແລະ​ສະຖານກົງສູນ​ໃຫຍ່​ຈີນ​ປະຈຳ​ແຂວງ​ຫຼວງ​ພະ​ບາງ​ຂອງ​ລາວ, ຫຼັງ​ຈາກ​ສຳ​ເລັດ​ວຽກ​ງານ​ກະກຽມ​ຢູ່​ພາຍ​ໃນ​ປະ​ເທດ​ແລ້ວ, ໜ່ວຍ​ງານ​ກະກຽມ​ການ​ສ້າງ​ຕັ້ງ​ສະຖານກົງສູນ​ໃຫຍ່​ຈີນ​ປະຈຳ​ແຂວງ​ຫຼວງ​ພະ​ບາງ​ຂອງ​ລາວ​ໄດ້​ເດີນທາງ​ໄປ​ຮອດ​ແຂວງ​ຫຼວງ​ພະ​ບາງ, ​ເລີ່​ມດຳ​ເນີນ​ວຽກ​ງານ​ສ້າງ​ຕັ້ງ​ສະຖານກົງສູນ​ຢ່າງ​ເປັນ​ທາງ​ການ. ປະຈຸ​ບັນ, ວຽກ​ງານ​ຕ່າງໆ​ພວມ​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະບຽບ. ຫຼັງ​ຈາກ​ສຳ​ເລັດ​ການ​ສ້າງ​ຕັ້ງ​ແລ້ວ. ກໍ່​ຈະ​ຈັດ​ພິທີ​ເປີດ​ການ​ນຳ​ໃຊ້​ແລະ​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ.