ຈີນ​ປະກາດ​ເສັ້ນພື້ນຖານ​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ແມ່ນສອດຄ່ອງ​ກັບ​ກົດໝາຍ​ລະຫວ່າງ​ຊາດ​ແລະ​ພຶດຕິ​ກຳ​ສາກົນ​ຢ່າງ​ສົມບູນ​

(GMT+08:00) 2013-05-08 11:16:19     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພຶດສະພາ​ນີ້, ທ່ານ​ນາງ​ຮວ້າຊຸນ​ອີງ​, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ​ອີງ​ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ທີ່​ລະ​ບຸ​ໄວ້​ໃນ "ສົນທິສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເ​ລ", ລັດຖະ ບານ​ຈີນ​ໄດ້​ກຳນົດ​ແລະ​ປະກາດ​ຈຸດ​ພື້ນຖານ​ແລະ​ເສັ້ນພື້ນຖານ​ນ່ານທະ​ເລຂອງ​ເກາະ​ຕ້ຽວ​ອີ ​ແລະ ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ອ້ອມ​ຂ້າງ ​ແມ່ນ​ສອດຄ່ອງ​ກັບ​ກົດໝາຍ​ລະຫວ່າງ​ຊາດ​ທີ່​ກ່ຽວຂ້ອງ​ແລະ​ພຶດຕິ​ກຳ​ສາກົນຢ່າງ​ສົມບູນ.

​ໃນ​ກອງ​ປະຊຸມ​ຂ່າວ, ມີ​ນັກ​ຂ່າວຖາມ​ວ່າ: ​ໃນ "ບົດ​ລາຍ​ງານ​ການ​ພັດທະນາ​ທີ່​ກ່ຽວ​ພັນ​ກັບ​ການ​ທະຫານ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຈີນ" ສົກ​ປີ 2013 ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຍື່ນ​ໃຫ້​ລັດຖະສະພານັ້ນ ​ໄດ້​ກ່າວ​ວ່າ: ຈີນ​ປະກາດ​ເສັ້ນພື້ນຖານ​ນ່ານທະ​ເລ​ຂອງ​ເກາະ​ຕ້ຽວ​ອີ​ໃນ​ເດືອນ​ກັນຍາ​ປີ 2012 ນັ້ນ ​ແມ່ນ​ບໍ່​ສອດຄ່ອງ​ກັບ​ກົດໝາຍ​ລະຫວ່າງ​ຊາດ. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​​ເລື່ອງດັ່ງ​ກ່າວ?

ທ່ານ​ນາງ​ຮວ້າຊຸນ​ອີງ ກ່າວ​ວ່າ: ​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ຢູ່​ບໍລິ​ເວນ​ອ້ອມ​ຂ້າງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ປະຫວັດສາດ, ຈີນ​ມີ​ອະທິປະ​ໄຕ​ເໜືອ​ດິນ​ແດນ​ແຫ່ງ​ນີ້​ໂດຍ​ບໍ່​ສາມາດ​ຖົກ​ຖຽງ​ກັນ​ໄດ້. ອາ​ເມ​ລິ​ກາ​ໄດ້​ກ່າວຫຼາຍ​ເທື່ອ​ແລ້ວ​ວ່າ​ຈະ​ບໍ່​ເຂົ້າຂ້າງ​ຝ່າຍ​ໃດ​ໃນ​ບັນຫາ​ຄວາມ​ຂັດ​ແຍ່ງ​ດ້ານ​ດິນ​ແດນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ປະຕິບັດ​ຕາມ​ຄຳ​ເວົ້າຂອງ​ຕົນ, ກະທຳ​ແຕ່​ໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ແລະ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ ​ແລະ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້ ​ໃຫ້ຫຼາຍກວ່າ​ເກົ່າ​ອີກ, ບໍ່​ຄວນ​ກະທຳ​ໃນ​ສິ່ງ​ທີ່​ເປັນ​ການສົ່ງ​ສັນຍານ​ອັນ​ຜິດພາດ​ຕໍ່​ພາຍ​ນອກ.