ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ການ​ປ້ອງ​ກັນ​ໃນກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນ

(GMT+08:00) 2013-05-09 15:27:35     cri

ວັນ​ທີ 7 ພຶດສະພາ​ນີ້, ທ່ານ​ສາງ​ວ້ານຊວນ, ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ ທີ່​ພວມ​ເຄື່ອນ​ໄຫວ​ຢ້ຽມຢາມ​ບຼູ​ໄນ ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນຄັ້ງທີ 3. ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ຊຽນເທື່ອ​ນີ້​ໄດ້​ສຸມ​ໃສ່ວຽກ​ງານ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ເຂົ້າກັບ​ການ​ສ້າງ​ປະຊາ​ຄົມ​ອາຊຽນ​ໃຫ້ສຳ​ເລັດ​​ໃນ​ປີ 2015. ​ແຕ່​ຄວາມ​ຈິງ​ແລ້ວ ​​ເລື່ອງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ຈາກ​ພາຍ​ນອກ​ແມ່ນ ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນດາປະ​ເທດຢ້ຳຄືນວ່າການ ຈັດຕັ້ງປະຕິບັດ "ກົດ​ບັດ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເ​ລຈີນ​ໃຕ້" ​ໂດຍ​ໄວ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນລ້ວນ​ແຕ່ຮັບ​ຮູ້​ວ່າ "ກົດ​ບັດແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເ​ລຈີນ​ໃຕ້" ​ແມ່ນ​ຊ່ອງ​ທາງ​ທີ​ມີ​ປະສິດທິ​ຜົນ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້ ​ແລະ ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ຕັ້ງໜ້າ. ​ເຖິງວ່າ​ຫວ່າງ​ບໍ່​ດົນ​ມາ​ນີ້ ຟິລິບ​ປິນ​ໄດ້​ຍື່ນ​ບັນຫາ​ຄວາມ​ຂັດ​ແຍ່ງ​ດ້ານ​ອະທິປະ​ໄຕ​ເໜືອ​ເຂດ​ທະ​ເລ​ຈີນ​ໃຕ້​ໃຫ້​ສານ​ທະ​ເລ​ສາກົນ​ເພື່ອ​ທຳ​ການ​ຕັດສິນກໍ​ຕາມ, ​ແຕ່​ການ​ກະທຳ​ຂອງ​ຟິລິບ​ປິນຖືກ​ສື່ມວນ​ຊົນ​ຂອງ​ປະ​ເທດ​ອາຊຽນ​ເຫັນ​ວ່າ​ແມ່ນ​ການ​ກະທຳ​ທີ່​ເຮັດ​ໃຫ້​ບັນຫາ​ສັບສົນ​ເຂົ້າ.

​ໃນ​ກອງ​ປະຊຸມ​ຕ່າງໆ​ຂອງລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ເທື່ອ​ນີ້, ຈີນ​ແລະ​ອາ​ຊຽນ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ດ້ານ​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ການ​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະ​ກັນ​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ຝ່າຍ, ​ໃນ​ນັ້ນຈຸດ​ສຳຄັນ​ທີ່​ສຸດ​ແມ່ນ​ບັນດາ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ການ​ສະໜັບສະໜູນ​ຕໍ່​ການ​ດຳ​ເນີນ​ການ​ຝຶກ​ຊ້ອມຮ່ວມ​ລະຫວ່າງຫຼາຍຝ່າຍທັງ​ສອງຄັ້ງ​ເຊິ່ງ​ແມ່ນ​ອາ​ຊຽນ​ເປັນ​ແກນ​ນຳ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມິຖຸນາ​ໜ້າ​ນີ້. ວັນ​ທີ 16 ມິຖຸນາ​ໜ້າ​ນີ້, ສິງກະ​ໂປ​ແລະ​ບຼູ​ໄນ​ຈະ​ຮ່ວມ​ກັນຈັດການຝຶກ​ຊ້ອມການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ​ແລະ​ການ​ກູ້​ໄພ​ອາ​ຊຽນຄັ້ງທີ 2 ​ເຊິ່ງມີ​ບັນດາ​ປະ​ເທດ​ອາຊຽນ​ເຂົ້າຮ່ວມ. ​ແຕ່​ວັນ​ທີ 17-20 ມິຖຸນາໜ້າ​ນີ້, ອາ​ຊຽນຍັງ​ຈະຮ່ວມ​ກັບ 8 ປະ​ເທດ​ຄູ່​ເຈລະຈາ ຄື: ອາ​ເມ​ລິ​ກາ, ຈີນ, ຣັດ​ເຊຍ, ອິນ​ເດຍ, ຍີ່ປຸ່ນ, ອົສຕຣາລີ, ນູ​ແວນ​ເຊ​ລັງ ​ແລະ ສ.​ເກົາຫຼີ ຈັດການ​ຝຶກ​ຊ້ອມ​ຮ່ວມ​ດ້ານ​ການ​ຊ່ວຍ​ເຫຼືອມະນຸດສະທຳ, ການ​ສົງ​ເຄາະ​ແລະ​ກູ້​ໄພ ​ແລະ ການ​​ແພດ​ທາງ​ການ​ທະຫານ, ​ເພື່ອ​ສ້າງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຍົກ​ສູງ​ຄວາມ​ສາມາດ​ທີ່​ກ່ຽວຂ້ອງ.

​ໃນຫຼາຍປີ​ມາ​ນີ້, ຄຽງ​ຄູ່​ກັບ​ເສດຖະກິດ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້​ພັດທະນາ​​ເຕີບ​ໂຕ​ຂຶ້ນ ​ແລະ ມີ​ຄວາມ​ຕ້ອງການ​ໃນ​ການຫັນ​ປ່ຽນ​ອາວຸດ​ຍຸດ​ໂທ​ປະກອນ​ລຸ້ນ​ໃໝ່ທີ່​ທັນ​ສະ​ໄໝ, ລະຫວ່າງຈີນກັບ​ອາ​ຊຽນກໍ​ມີ​ການ​ຮ່ວມ​ມື​ລະດັບ​ສູງ​ນັບ​ມື້​ນັບຫຼາຍ, ​ໃນ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ແລະ​ຄວາມ​ໝັ້ນຄົງ​ທີ່​ບາງກອກປະ​ເທດ​ໄທ​ປີ 2012 ​ແລະ​ງານ​ວາງສະ​ແດງ​ການ​ປ້ອງ​ກັນທີ່ລັງ​ກາ​ວີ​ປະ​ເທດມະ​ເລ​ເຊຍ​ປີ 2013, ຈີນ​ໄດ້​ວາງ​ສະ​ແດງຮູບຈຳລອງ​ຂອງ​ກຳປັ່ນ​ປ້ອງ​ກັນອຳ​ພາງຕົວ ​ແລະ​ເຮືອ​ບຸກ​ໂຈມ​ຕີ​ທາງ​ນ້ຳ​ແລະ​ບົກ​ລຸ້ນ​ໃໝ່ ​ເປັນຄັ້ງທຳ​ອິດ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນວ່າຈີນ​​ເອົາ​ໃຈ​ໃສ່​ຕະຫຼາດປ້ອງ​ກັນ​ຂອງ​ອາ​ຊຽນ.