ທ່ານ​ຫຼີ​ເຄີ້ຊຽງ​ພົບ​ປະ​ຮອງ​ນາຍົກຫວຽດນາມ

(GMT+08:00) 2013-05-11 14:43:58     cri

ຕາມ​ຂ່າວCRI: ວັນ​ທີ 10 ພຶດສະພາ​ນີ້, ຢູ່​ຫໍ​ຈີກ​ວາງ​ເກີ​ທຳນຽບຈົງ​ໜານ​ໄຮທີ່​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະທ່ານຫງວຽນ​ເທ​ນນີນ ຮອງ​ນາຍົກລັດຖະມົນຕີຫວຽດນາມ.

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ຈີນ ກັບ ຫວຽດນາມ​​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງທີ່​ສຳ​ຄັນ​. ສອງ​ປະ​ເທດ​​ໄດ້​ຮັກສາ​ການ​ຕິດ​ຕໍ່​ກັນ​ດ້ານ​ຍຸດ​ທະ​ສາດ​ລະດັບສູງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ແກ້​ໄຂ​ຂໍ້ຂັດ​ແຍ່ງ​ຢ່າງ​ເໝາະ​ສົມ, ​ແມ່ນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​​ໃຈກາງຂອງ​ປະຊາຊົນ​ສອງ​ຊາດ, ກໍ່ມີ​ຄວາມ​ໝາຍ​ອັນ​ຕັ້ງໜ້າຕໍ່ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ.ທ່ານ​ຫຼີ​ເຄີ້ຊຽງ​ຊີ້​ອອກ​ວ່າ, ການ​ຂະຫຍາຍ​​ໄມຕີ​ຈິດມິດຕະພາບ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ສອງຊາດ, ນີ້​ກໍ່​ຕ້ອງການ​ເງື່ອນ​ໄຂ ​ແລະ ບັນຍາກາດ​ທີ່​ດີ. ສອງ​ຝ່າຍ​ຈະ​ຄວບ​ຄຸມ ​ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​, ບໍ່​ເຮັດ​ໃຫ້​ມັນ​ລົບ​ກວນ​ການ​ຂະຫຍາຍ​ການ​ພົວພັນ​ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

ທ່ານຫງວຽນ​ເທ​ນນີນກ່າວ​ວ່າ, ພັກ, ລັດຖະບານ ​ແລະ ປະຊາຊົນຫວຽດນາມ​ສະ​ແດງຄວາມ​ຊົ​ມ​ເຊີຍ​ຕໍ່​ຈີນ​ທີ່ໄດ້​ຮັບ​ຜົນ​ສຳ​ເລັດອັນ​ໃຫຍ່​ຫຼວງ. ຫວຽນ​ນາມ​ຍິນ​ດີ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ໄດ້​ກ້າວ​ເຖິງ​ກັນ​ຕົກລົງ​ກັນ​ກັບ​ຈີນ​ນັ້ນ​ໃຫ້​ດີ, ​ເພິ່ມທະວີ​ມິດຕະພາບ​ອັນ​ມີ​ມູນ​ເຊື້ອ, ຊຸ​ກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ​ເພິ່ມທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃ​ຕ້​ຢ່າງ​ເໝາະ​ສົມ, ຍົກ​ສູງ​ມິດຕະພາບ​ອັນ​ຮອບດ້ານ ​ແລະ ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່.