ຈີນ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ຢ່າ​ໃຊ້​ການ​ກະທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ທະ​ເລ​ຈີນ​ໃຕ້ສັບ​ສົນຂຶ້ນ

(GMT+08:00) 2013-05-11 14:46:47     cri

ວັນ​ທີ 10 ພຶດສະພາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ, ນາງ​ຮວ້າຊຸ່ນອີ໋ງ ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ຈີນ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ເຄົາລົບ​ນ້ຳ​ໃຈ "ຖະ​ແຫຼ​ງການວ່າ​ດ້ວຍ​ການ​ກະທຳ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຈີນ​ໃ​ຕ້" ຫຼື DOC ຢ່າງ​​ແທ້​ຈິງ, ຢ່າ​ໃຊ້​ການ​ກະທຳ​ໃດໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ທະ​ເລ​ຈີນ​ໃຕ້​ສັບ​ສົນ​ຂຶ້ນ, ​ທຳ​ຄວາມ​ພະຍາຍາມ​ເທົ່າ​ທີ່​ຄວນ ເພື່ອ​ຮັກສາສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.

ກ່ຽວ​ກັບ​ຟິລິບ​ປິນສົ່ງ​ກຳ​ປັ່ນຕິດຕາມກຳ​ປັ່ນຮົບ ​ແລະ ​ເຮືອ​ຈີນ​ຢູ່​ເຂດ​ມໍ່ຫີນ​ແກ້ງ​​ເຢີ໋ນອ້າຍ, ນາງ​ຮວ້າຊຸ່ນອີ໋ງກ່າວ​ວ່າ, ຈີນ​ມີ​ອະທິປະ​ໄຕ​ທີ່​ໂຕ້​ຖຽງ​ບໍ່​ໄດ້​ຕໍ່​ໝູ່​ເກາະ​ນານ​ຊ່າ ພ້ອມ​ທັງ​ເຂດ​ທະ​ເລທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ, ກຳ​ປັ່ນລັດຖະບານຈີນ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ນານ​ຊ່າ​ຢ່າງ​​ເປັນປົກກະຕິ​ແມ່ນ​ຖືກ​ຕ້ອງ​ໝົດ.