ລັດຖະບານ​ລາວເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ນັບມື້ນັບ​ຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນ​ກວ່າ​ເກົ່າ

(GMT+08:00) 2013-05-14 12:47:34     cri
ຕາມ​ຂ່​າວCRI: ລັດຖະບານ​ລາວ​​ເຜີຍ​ແຜ່​ບົດ​ລາຍ​ງານ​ສະຖິຕິ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ບໍ່​ເທົ່າ​ໃດປີ​ມາ​ນີ້, ການ​ພັດ​ທະ​ນາ​ດ້ານຂະ​ແໜງ​ການທ່ອງທ່ຽວລາວ​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງຂຶ້ນ​ກວ່າ​ເກົ່າ, ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດທີ່​ໄປ​ທ່ຽວ​ຢູ່​ລາວ​ເພີ່ມ​ຂຶ້ນ​ໃນ​​ແຕ່ລະ​ປີ, ຈາກ1ລ້ານ2​ແສນ​ເທື່ອ​ຄົນ​ໃນ​ປີ2006, ​ເພີ່ມ​ຂຶ້ນ​ຮອດ3ລ້ານ3​ແສນ​ເທື່ອ​ຄົນ​ໃນ​ປີ2012, ເກືອບ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ປະຊາກອນ​ລາວ. ​ໃນ​ປີ2012, ຂະ​ແໜງ​ການທ່ອງທ່ຽວ​​ໄດ້​ສ້າງ​ລາຍ​ຮັບ​ທີ່​ມີ​ມູນ​ຄ່າ514ລ້ານ​ໂດ​ລາ​ແກ່​ລາວ.

ບົດ​ລາຍ​ງານ​ຂຽນ​ວ່າ, ປັດ​ໄຈທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ລວມທັງທິວ​ທັດ​ທຳມະ​ຊາດ​ທີ່​ສວຍ​ງາມ, ວັດ​ທະ​ນະ​ທຳ​ທີ່​ມີ​ຢ່າງ​ອຸ​ດົມສົມ ບູນ​, ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ແລະ​ສັງຄົມ​ມີ​ຄວາມ​ໝັ້ນຄົງ. ບົດລາຍ​ງານ​ຍັງ​ຊີ້​ອອກ​ວ່າ, ລັດຖະບານ​ລາວ​ໄດ້​ພະ​ຍາຍາມ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ແລະ​ຂະ​ແໜງ​ການ​ບໍລິການ​ໃຫ້​ສົມບູນ​ກວ່າ​ເກົ່າ, ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ໃຫ້​ໄປ​ທ່ອງ​ທ່ຽວ​ລາວ​ຫຼາຍ​ກວ່າ​ເກົ່າ, ​ແລະ​ຄາດ​ຄະ​ແນ​ວ່າຈະ​ມີ​ອະນາຄົດ​ດ້ານ​ການ​ພັດທະນາ​ຢ່າງ​ຫຼວງຫຼາຍ.

ຂ່າວ​ແຈ້ງວ່າ, ​ໃນ​ຊຸມປີ​ມໍ່ໆ​ມາ​ນີ້, ລາວ​ໄດ້​​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ບໍລິສັດ​ທ່ອງທ່ຽວ​ຕ່າງປະ​ເທດ500ກວ່າ​​ແຫ່ງ, ​ເປີດດ່ານ​ສາກົນ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ອອກ​ໄດ້11​ແຫ່ງ, ພ້ອມ​ກັນ​ນັ້ນ​ນຳ​ໃຊ້​ມາດ​ຕະການ​​ຕ່າງໆ, ​ເຊັ່ນ: ​ເພີ່ມ​ງົບປະມານ​​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ການທ່ອງທ່ຽວ, ຫຼຸດ​​ຄ່າ​ໃຊ້​ຈ່າຍ​​ໃນການ​​ຂໍວິຊາ, ຜ່ອນຄາຍ​ລະບຽບ​ການທ່ອງທ່ຽວ​ຕາມ​ຊາຍ​ແດນ​ແລະ​ອື່ນໆ​, ​ເ​ພື່ອຊຸກຍູ້ຂະ​ແໜງ​ການ ທ່ອງທ່ຽວ​​ໃຫ້​ມີ​ການ​ພັດທະນາແບບ​ຍືນ​ຍົງ.