ຊຸກ​ຍູ້​ໃຫ້​ວຽກ​ງານ​ດ້ານສິດທິ​ມະນຸດ​ໄດ້​ຮັບ​ການ​ພັດທະນາ​ບົນ​ເສັ້ນທາງ​ແຫ່ງ​ການ​ບັນລຸ​ຄວາມ​ຝັນ​ຂອງ​ຈີນ

(GMT+08:00) 2013-05-15 18:26:03     cri

ວັນ​ທີ 14 ພຶດສະພາ​ນີ້, ຫ້ອງການ​ຖ​ະ​ແຫຼງຂ່າວ​ລັດຖະບານ​ຈີນ​ໄດ້​​ເຜີຍ​ແຜ່ປື້​ມ ປົກ​ຂາວ "ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ດ້ານ​ສິດທິ​ມະນຸດ​ຂອງ​ຈີນ​ປີ 2012", ​ໄດ້​​ແນະນຳ​ຜົນສຳ​ເລັດ​ອັນ​ໃໝ່ທີ່​ຈີນຍາດ​ມາ​ໄດ້​ໃນການ​ພັດທະນາວຽກ​ງານ​ດ້ານ​ສິດທິ​ມະນຸດ​ໃນ​ຊຸມ​ປີຜ່ານມາ​ຢ່າງ ຮອບດ້ານ ຈາກ 6 ດ້ານ, ​ເຊັ່ນ: ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ການ​ສ້າງສາ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ ​ແລະ ອາ​ລິ​ຍະ​ທຳ​ຊີວະ​ພາບ, ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ພາຍ​ນອກ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ເປັນຕົ້ນ.

​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ ທີ່​ໄຂ​ຂຶ້ນ​ໃນເດືອນ​ພະຈິກປີ​ກາຍ​ນີ້ ​ໄດ້​ກຳນົດ​ເອົາ "ການ​ທີ່​ເຮັດ​ໃຫ້​ສິດທິ​ມະນຸດ​ໄດ້​ຮັບ​ຄວາມ​ເຄົາລົບ​ແລະ​ມີ​ຄວາມ​ຮັບປະກັນ​ຢ່າງ​ແທ້​ຈິງ" ​ເປັນ​​ເປົ້າໝາຍ​ສູ້​ຊົນ​​ເພື່ອ​ສ້າ​ງສັງຄົມ​​ອິ່ມໜຳສຳລານ​ໃຫ້ສຳ​ເລັດ​​ຢ່າງ ຮອບດ້ານ​. ກ່ອນ​ໜ້າ​ນີ້, "ລັດ​ເຄົາລົບ​ແລະ​ຮັບປະກັນ​ສິດ​ທິມະນຸດ" ​ກໍໄດ້​ຖືກ​ກຳນົດ​ເປັນຫຼັກການ​ທີ່ສຳຄັນຂອງ​ລັດຖະທຳ​ມະນູນ. ການ​ເຄົາລົບ​ແລະ​ຮັບປະກັນ​ສິດທິ​ມະນຸດ​ແມ່ນ​ຄວາມ​ຕັດສິນ​ໃຈ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ອົງການ​ຈັດຕັ້ງທຸກຂັ້ນຂອງລັດ ຖະບານຈີນ.

​ໃນ​ຊຸມ​ປີຜ່ານມາ​ນີ້, ການ​ສ້າງສາ​ສັງຄົມ​ຂອງ​ຈີນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພັດທະນາ​ການ​ສຶກສາ, ຊຸກ​ຍູ້​ຄວາມ​​ເປັນທຳດ້ານ​ການ​ສຶກສາ, ປະຊາຊົນມີ​ວຽກ​ເຮັດ​ງານ​ທຳ​ແລະ​ໄດ້​ຮັບຄ່າ​ຕອບ​ແທນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຜູ້​​ເຖົ້າຜູ້ແກ່​ໄດ້​ຮັບ​ການ​ເບິ່ງ​ແຍງດູ​ແລ​ເປັນ​ຢ່າງ​ດີ, ປະຊາຊົນອັນ​ໄພສານ​ມີ​ເຮືອນ​ຢູ່ ຍັງ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່ ບົນ​ເສັ້ນທາງ​ແຫ່ງ​ການ​ບັນລຸ​ຄວາມ​ຝັນ​ຂອງ​ຈີນ, ສິດ​ຮັບປະກັນ​ທາງສັງ ຄົມ​, ສິດທາງ​ດ້ານ​ສຸຂະພາບ ​ແລະ ສິດທາ​ງດ້ານ​ການ​ສຶກສາຂອງ​ພົນລະ​ເມືອງກໍ​ຈະມີ​ການ​ຮັບປະກັນ​ດີ​ຍິ່ງ​ຂຶ້ນ.

ຄວາມ​ຝັນ​ຂອງ​ຈີນ​ແມ່ນ​ຄວາມ​ຝັນ​ຂອງ​ປະຊາຊົນ. ການ​ພັດທະນາ​ວຽກ​ງານ​ດ້ານສິດທິ​ມະນຸດ​ປະສານ​ສົບ​ທົບ​ກັບການ​ສ້າງສາ​ເສ​ດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ ​ແລະ ອາ​ລິ​ຍະ​ທຳ​ຊີວະ​ພາບ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າບົນ​ເສັ້ນທາງ​ແຫ່ງ​ການ​ບັນລຸ​ຄວາມ​ຝັນ​ຂອງ​ປະຊາ​ຊາດອັນ​ຍິ່ງ​ໃຫຍ່, ວຽກ​ງານ​ດ້ານສິດທິ​ມະນຸດ​ຂອງ​ຈີນ​ຈະ​ໄດ້​ຮັບ​ການ​ພັດທະນາ​ຫຼາຍກວ່າ​ເກົ່າ​ອີກ.