ຜົນ​ການ​ສຳຫຼວດ​ເບື້ອງ​ຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ ຟິລິບ​ປິນຂ້າ​ຄົນ​ໂດຍ​ເຈດ​ຕະນາ ​ເຮືອ​ປະມົງ​ໄຕ້​ຫວັນ​ບໍ່​ໄດ້​​ແລ່ນໄປຕຳ​ກຳ​ປັ່ນ​ປ້ອງ​ກັນ​ຂອງ​ຟິລິບ​ປິນ

(GMT+08:00) 2013-05-16 16:01:54     cri

​ແຫຼ່ງຂ່າວ​ຈາກ​ພາກສ່ວນນິຕິ​ກຳ​ແລະ​ການ​ບໍລິຫານ​ຂອງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈີນ​ລາຍ​ງານ​ໃນ​ວັນ​ທີ 16 ພຶດສະພາ​ນີ້​ວ່າ: ຜົນ​ການ​ສຳຫຼວດ​ເບື້ອງ​ຕົ້ນທີ່​​ປະກາດ​ໃນ​ວັນ​ທີ 15 ພຶດສະພາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຟິລິບ​ປິນຂ້າ​ຄົນ​ໂດຍ​ເຈດ​ຕະນາ.

ການ​ສຳຫຼວດສະ​ແດງ​ໃຫ້​ເຫັນ​ວ່າ, ​ເຮືອ​ປະມົງ "ກວາງ​ຕ້າ​ຊິ່ງ 28" ຂອງ​ໄຕ້​ຫວັນ​ຖືກ​ລູກປືນ​ລວມ 45 ນັດ, ລູກປືນ​ເຫຼົ່ານີ້ສ່ວນຫຼາຍ​ໄດ້​ຍິງ​ຖືກ​ຫ້ອງ​ຈັກ​ເຮືອ, ​ເຊິ່ງ​ມີລູກ​ເຮືອ 4 ຄົນທີ່​ກຳລັງ​ລີ້​ຢູ່​ໃຕ້ບ່ອນ​ນັ່ງ​ຂອງ​ຄົນ​ຂັບ​ເຮືອ​, ນີ້​ໄດ້​ຢັ້ງຢືນ​​ໃຫ້​ເຫັນວ່າ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​ຂອງ​ຟິລິບ​ປິນ​​ໄດ້​ຍິງປືນ​ກວາດ​ໃສ່​ລູກ​ເຮືອຂອງ​ເຮືອ​ປະມົງ​ທີ່​ບໍ່​ປະກອບ​ອາວຸດ​ນັ້ນ, ​ແມ່ນ​ຂ້າ​ຄົນ​ໂດຍ​ເຈດ​ຕະນາ.

ນອກ​ນີ້, ຂ້າງ​ນອກ​ຂອງ​ເຮືອ​ປ​ະມົງບໍ່​ມີ​ຮ່ອງຮອຍຂອງຄວາມ​ເສຍ​ຫາຍ​ຢ່າງ​ຊັດ​ເຈນ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າເປັນ​ການແລ່ນ​ໄປ​ຕຳ​ກັບ​ກຳ​ປັ່ນ​ປ້ອງ​ກັນ​ຂອງ​ຟິລິບ​ປິນ, ຈຶ່ງ​ສາມາດປະຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ວ່າ​ເຮືອ​ປະມົງ​ລຳ​ນີ້​ໄດ້​​ແລ່ນຕຳ​ໃສ່​ກຳ​ປັ່ນ​ຂອງ​ຟິລິບ​ປິນ, ​ແລ້ວ​ຝ່າຍ​ຟິລິບ​ປິນຈຶ່ງ​ຍິງ​ປືນ​ໃສ່​ເພື່ອ​ປ້ອງ​ກັນ​ຕົວ. ສ່ວນ​​ຂໍ້​ມູນ​ຈາກເຄື່ອງ​ບັນທຶກ​ການ​ເດີນ​ເຮືອ ຫຼື VDR ​ຂອງເຮືອ​ປະມົງ "ກວາງ​ຕ້າ​ຊິ່ງ 28" ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ສະຖານ​ທີ່​ເກີດ​ເຫດ​ແມ່ນຢູ່​ບ່ອນ​​ເສັ້ນ​ແວງ 122 ອົງສາ 55 ​ນາທີ 41,37 ລິບດາຕາ​ເວັນ​ອອກ, ​ເສັ້ນຂະໜານ 19 ອົງສາ 59 ນາທີ 47,27 ລິບດາ​ເໜືອ, ​ເຮືອ​ປະມົງ​ຂອງ​ໄຕ້​ຫວັນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ນ່ານທະ​ເລ​ຂອງ​ຟິລິບ​ປິນ.