ສື່​ມວນ​ຊົນ​ອາ​ເມ​ລິ​ກາລາຍ​ງານ​ວ່າ ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຈີນ-ອາ​ເມ​ລິ​ກາ​ໃນ​ເດືອນ​ມິຖຸນາ​ໜ້າ​ນີ້​ມີ​ຄວາມ​ໝາຍ​ສຳຄັນຫຼາຍ

(GMT+08:00) 2013-05-22 11:38:57     cri

ຕາມ​ຂ່າວ CRI: ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ແລະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ຕົ້ນ​ເດືອນ​ມິຖຸນາ​ໜ້າ​ນີ້. ວັນ​ທີ 20 ພຶດສະພາ​ນີ້, ສື່​ມວນ​ຊົນ​ຕົ້ນຕໍ​ຂອງ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ໄດ້​ລາຍ​ງານ​ຂ່າວ​ດັ່ງກ່າວ​ອີງຕາມ​ຖະ​​ແຫຼງການ​ຂອງ​ທຳນຽບຂາວ ​ໂດຍ​ຊີ້​ອອກ​ວ່າ ນີ້​ຈະແມ່ນ​ຜູ້ນຳ​ສອງ​ປະ​ເທດ​ພົບປະ​ເປັນຄັ້ງທຳ​ອິດ​ພາຍຫຼັງທ່ານ​ສີ​ຈິ້ນ​ຜິ​ງ ຂຶ້ນດຳລົງ​ຕຳ​ແໜ່​ງປະທານ​ປະ​ເທດ​ຈີນ ​ເຊິ່ງ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ​ເປັນຕົ້ນມາ, ​ແລະ​ໃຫ້​ຄຳ​ວິ​ເຄາະ​ວ່າ ການ​ພົບ​ປະຄັ້ງນີ້​ມີ​ຄວາມ​ໝາຍ​ສຳຄັນຫຼາຍ.

ໜັງສືພິມ "ວອນ​ສະທຣິດລາຍ​ວັນ" ລາຍ​ງານ​ວ່າ: ການ​ພົບ​ປະສຸ​ດຍອດ​ເທື່ອ​ນີ້​ຈະ​ເຮັດ​ໃຫ້​ຜູ້ນຳ​ສອງ​ປະ​ເທດ​ມີ​ໂອກາດ​ສ້າງ​ການ​ພົວພັນ​​ສ່ວນ​ຕົວ​​ແບບ​ບໍ່​ເປັນ​ທາງ​ການ. ລາຍ​ງານ​ຂ່າວ​ກ່າວ​ວ່າ, ການ​ພົບ​ປະສຸ​ດຍອດ​ຄັ້ງນີ້​ຈະ​ມີ​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ-ຈີນ​ມີ​ຄວາມ​ເຄັ່ງ​ຕຶງ, ສາ​ເຫດ​ລວມທັງ​ອາ​ເມ​ລິ​ກາ​ພວມ​ຈັດ​ວາງ​ຍຸດ​ທະ​ສາດ​ທາງການ​ທະຫານ​ຄືນ​ສູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກຄືນ​ໃໝ່, ​ນອກ​ນີ້, ອາ​ເມ​ລິ​ກາ​​ໄດ້​ຕຳນິຈີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສອດ​ແນມ​ທາງ​ອິນ​ເຕີ​ເນັດ. ໜັງສືພິມ "ນິວຢອກ​​ເທມສ໌" ​ໄດ້​ນຳ​ເອົາ​ຄຳ​ເວົ້າຂອງ​ທ່ານ​ນາງ​ແຄດ​ເທີລິນ ​ເຮ​ເດນ, ​ໂຄສົກ​ຄະນະ​ກຳມະການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ທຳນຽບຂາວ​ອາ​ເມ​ລິ​ກາ ມາລາ​ຍງານ​ວ່າ: ວາລະ​ວ່າ​ວຽກ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ມີຫຼາຍດ້ານຫຼາຍ​ແນວ​ແລະ​ທັງ​ສັບສົນຫຼາຍ, ລະຫວ່າງສອງ​ຝ່າຍ​ມີ​ຫຼາຍໆຫົວ​ຂໍ້ທີ່​ຕ້ອງ​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ເພື່ອ​ແກ້​ໄຂ. ຂ່າວ​ແຈ້ງວ່າ, ​ໄລຍະເວລາ​ຂອງ​ການ​ພົບ​ປະ​ເທື່ອ​ນີ້​ແມ່ນ​ສຳຄັນຫຼາຍ. ດ້ານ​ໜຶ່ງ​ແມ່ນຫວ່າງ​ບໍ່​ດົນ​ມາ​ນີ້, ສປປ ​ເກົາຫຼີ​ໄດ້​​ເພີ່ມການ​ຂົ່ມຂູ່​​ແລະ​ເພີ່ມ​ຄວາມ​ແຮງ​ຢ່າງ​ບໍ່​ຢຸດ​ຢັ້ງ, ອາ​ເມ​ລິ​ກາ​ຫວັງ​ຢາກ​ໃຫ້​ຈີນ​ເສີມ​ຂະຫຍາຍ​ບົດບາດຫຼາຍກວ່າ​ເກົ່າ, ຊຸກ​ຍູ້​ໃຫ້ ສປປ ​ເກົາຫຼີ ​ເຊິ່ງ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ຈີນທີ່​ຖືກ​ໂດດດ່ຽວ​ນັ້ນຄວນລະມັດລະວັງ​ການ​ກະທຳ​ຂອງ​ຕົນ. ອີກ​ດ້ານ​ໜຶ່ງ, ຈີນ​ຊື້​ພັນທະບັດ​ຂອງ​ອາ​ເມ​ລິ​ກາ​ມີ​ປະມານ 1250 ຕື້​ໂດ​ລາ​ສະຫະລັດ, ​ເປັນປະ​ເທດ​ທີ່​ຊື້​ພັນທະບັດ​ຂອງ​ອາ​ເມ​ລິ​ກາຫຼາຍທີ່​ສຸດ​ໃນ​ໂລກ, ​ແຕ່​ກວມອັດຕາພັນທະບັດ​ລວມຂອງ​ອາເມລິກາ​ໄດ້ຫຼຸດຈາກ 10% ລົງຮອດ 7% ພາຍ​ໃນ​ບໍ່​ເທົ່າ​ໃດ​ປີ, ນີ້​ກໍເຮັດ​ໃຫ້​ອາ​ເມ​ລິ​ກາຫຼຸດລະດັບ​ຄວາມ​ອີງ​ອາ​ໄສ​ຈີນໜ້ອຍ​ລົງ. ຈາກ​ນີ້​ກໍ​ເຫັນ​ໄດ້​ວ່າ, ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ ມີ​ການ​ຮ່ວມ​ມື​ກັນ ​ແຕ່​ກໍ​ມີ​ຄວາມ​ແກ່ງ​ແຍ່ງ​ກັນ.

"ໜັງສືພິມ​ວອນ​ສະທຣິດ" ລາຍວັນ ​ໄດ້​ເປີ​ດ​ເຜີຍ​ວ່າ, ການ​ພົບ​ປະສຸ​ດຍອດ​ເທື່ອ​ນີ້​ຈະ​ຈັດ​ຂຶ້ນຢູ່​ໃນ​ສວນ​ກະ​ເສດ​ອັນ​ເນນ​ເບິ​ກ ທີ່​ຫ່າງ​ຈາກ​ນະຄອນ​ລອ​ສ​​ແອງ​ເຈີ​ລິ​ສ 100 ​ກວ່າ​ກິ​ໂລ​ແມັດ, ​ສ່ວນ​ນະຄອນ​ລອ​ສ​ແອ​ງ​ເຈີ​ລິ​ສ ​ແມ່ນ​ຕົວ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ແຄມ​ຝັ່ງ​ທະ​ເລຕາ​ເວັນ​ຕົກອາ​ເມ​ລິ​ກາ. ​ເທື່ອ​ນີ້​ແມ່ນການ​ພົບ​ປະ​ທີ່​ບໍ່​​ເປັນ​ທາງ​ການ ບໍ່​ຕ້ອງ​ໃສ່​ຊຸດ​ສາກົນ​ມັດກາລະວັດ, ໃສ່​ພຽງ​ແຕ່​ເສື້ອ​ເຊີດ​ເທົ່າ​ນັ້ນ, ​ແລະ​ໃນ​ໄລຍະ​ຈັດການ​ພົບ​ປະ​ເຈລະຈາລະຫວ່າງ​ສອງ​ຝ່າຍ ກໍບໍ່​ມີ​ການ​ເຄື່ອນ​ໄຫວກິດຈະກຳ​ຕ່າງໆ, ​ນີ້ກໍເພື່ອ​ໃຫ້​ສອງ​ຝ່າຍ​ມີ​ເວລາຫຼາຍ​ກວ່າ​ເກົ່າ​ໃນ​ການ​ປຶກສາ​ຫາລື​ບັນຫາ​ຕົວ​ຈິງ. ບົດ​ຂ່າວ​ຂຽນ​ວ່າ: ນີ້​ກໍ​ສອດຄ່ອງ​ກັບ​ຈຸດ​ຢືນ​ທີ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງລິ​ເລີ່​ມ​ໃນ​ປະ​ເທດ​ຈີນ ຄື: ຫຼີກ​ເວັ້ນປະກົດການທີ່ເວົ້າ​ແຕ່​ບໍ່​ເຮັດ ​ແລະ ຕ້ານ​ປະກົດ​ການ​ຟູມ​ເຟືອຍ​ໃນ​ຄະນະ​ເຈົ້າໜ້າ​ທີ່.