ນາຍົກລັດຖະມົນຕີຈີນພົບ​ປະ​ເຈລະຈາ​ກັບ​ປະທານ​ສະຫະພັນສວິສ

(GMT+08:00) 2013-05-25 14:38:44     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 24 ພຶດສະພາ​ນີ້, ທ່ານຫຼີ​ເຄີ້ຊຽງ, ນາຍົກລັດຖະ​ມົນຕີ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຢູລີ ມາວ​ເຣີ, ປະທານ​ສະຫະພັນ​ສວິສຢູ່​ນະຄອນ​ເບີນ, ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບ​ການສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີຈີນ​ສວິສ, ​ແລະ​ປະກາດ​ວ່າ​ຈະ​ສ້າງ​ກົນ​ໄກ​ເຈລະຈາ​ການ​ທະນາຄານ.

ທ່ານຫຼີ​ເຄີ້ຊຽງ​ກ່າວ​ວ່າ, ​ດ້ວຍ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ, ຈີນ​ກັບ​ສວິສ​ໄດ້​ບັນລຸ​ການ​ເຊັນສັນຍາ​ທີ່​ມີ​ລະດັບ​ສູງ, ຄຸນ​ນະພາ​ບສູງ​ແລະ​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ນີ້​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ສະບັບ​ທຳ​ອິດ​ລະຫວ່າງ​ຈີນ​ກັບປະ​ເທດ​ທະ​ວີ​ບ​ເອີ​ລົບ, ມີ​ຄວາມໝາຍ​ຕົວ​ຈິງ​ແລະ​ຜົນ​ສະທ້ອນ​ຍາວ​ໄກ​ຕໍ່​ການ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ພົວພັນ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ສວິສກໍ່​ຄື​ຈີນ​ກັບ​ເອີ​ລົບ.

ທ່ານ​ມາວ​ເຣີກ່າວ​ວ່າ, ຈີນ​​ແມ່ນ​ຄູ່ຮ່ວມ​ມື​ທີ່​ສະ​ເໝີ​ພາບ​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນຂອງ​ສວິສ, ​ໃນ​ປີ​ມໍ່ໆ​ມາ​ນີ້, ​ຈີນໄດ້ຮັບ​ຜົນສຳ​ເລັດ​​ອັນ​ໃຫຍ່ຫຼວງໃນ​ການພັດທະນາ​​ເຊິ່ງ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ງຶດ​ງໍ້, ​ແມ່ນກຳລັງ​ສຳຄັນ​ໃນ​ການ​ປົກປັກຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ. ສວິສຍິນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ​ເພື່ອ​ຊຸກ​ຍູ້​ການ​ພັດທະນາຮ່ວມ​ກັນ.

ຫຼັງຈາກ​ການ​ພົບ​ປະ​ເຈລະຈາ, ຜູ້ນຳ​ສອງ​ທ່ານ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ຂ່າວ.